ເມືອງລ້ອງແຈ້ງ ແຂວງໄຊສົມບູນ ສະເໜີພັກ-ລັດຂັ້ນເທິງຍືນມືເຂົ້າມາຊ່ວຍເຫຼືອໃນການສົ່ງເສີມກິດຈະກຳກ່ຽວກັບການປະ ຕິບັດຄຳໝັ້ນສັນຍາທີ່ສຳຄັນຕໍ່ເດັກນ້ອຍ ພາຍຫຼັງທີ່ຍັງຂາດປັດໄຈດ້ານບຸກຄະລາກອນນຳພາເຮັດວຽກ ດ້ານງົບປະມານ ແລະ ດ້ານອື່ນໆ.

ທ່ານ ນາງ ທອງພັນ ແກ້ວມັງ ປະທານສະຫະພັນແມ່ຍິງເມືອງລ້ອງແຈ້ງໄດ້ ໃຫ້ສຳພາດວ່າ: ພາຍຫຼັງທີ່ທ່ານຮອງເຈົ້າແຂວງ ແລະ ປະທານສະຫະພັນແມ່ຍິງແຂວງໄຊສົມບູນ ພ້ອມຕົວແທນເດັກຂອງແຂວງຈຳນວນ 2 ຄົນ ໄດ້ເຂົ້າຮ່ວມກອງປະຊຸມ ຂອງຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄກມດ) ທີ່ໄດ້ຈັດຂຶ້ນໃນເດືອນພະຈິກ 2022 ຜ່ານມານີ້ ມາຮອດປັດຈຸບັນ ຂັ້ນແຂວງແມ່ນໄດ້ລິເລີ່ມຈັດຕັ້ງປະຕິບັດບາງກິດຈະກຳໄປແລ້ວຈຳນວນໜຶ່ງ ເຊິ່ງເປົ້າໝາຍ ຂອງເມືອງລ້ອງແຈ້ງຂອງພວກເຮົາ ກໍໄດ້ເລີ່ມຈັດຕັ້ງໄປພ້ອມໆເຊັ່ນດຽວກັນ ແຕ່ວ່າການຈັດຕັ້ງປະຕິບັດບັນດາກິດຈະ ກຳດັ່ງ ກ່າວນີ້ ແຕ່ເມືອງພວກເຮົາຍັງຂາດບຸກຄະລາກອນທີ່ຈະນຳພາເຮັດວຽກ ແລະ ອີກດ້ານໜຶ່ງ ຍ້ອນງົບປະມານມີບໍ່ພຽງພໍທີ່ຈະ ຈັດກິດຈະກຳ ຈຶ່ງເຮັດໃຫ້ພົບກັບບັນຫາຫຼາຍໆດ້ານ.


ທ່ານ ນາງ ທອງພັນ ແກ້ວມັງ ກ່າວຕື່ມອີກວ່າ: ຖ້າພັກ-ລັດຂັ້ນເທິງ ຫາກມີການຊຸກຍູ້ສົ່ງເສີມນຳເອົາກິດຈະກຳດັ່ງກ່າວນີ້ ມາຜັນຂະຫຍາຍ ເມືອງຂອງພວກເຮົາກໍມີຄວາມພ້ອມແລ້ວ ທີ່ຈະມີຄວາມມຸ່ງໝັ້ນຈັດຕັ້ງປະຕິບັດ ໃຫ້ໄດ້ຮັບໝາກຜົນ ກັບບັນດາກິດຈະກຳຕ່າງໆ ເພື່ອພັດທະນາແມ່ຍິງ ແລະ ເດັກ ໃຫ້ໄດ້ຕາມຄຳໝັ້ນໝາຍທີ່ກິດຈະກຳຈະເຮັດພາຍໃຕ້ຫົວຂໍ້ “ການແຕ່ງງານກ່ອນໄວອັນຄວນ ບັນຫາຢາເສບຕິດ ແລະ ການຮັກສາສິ່ງແວດລ້ອມ”.
ຂ່າວ ຊີລິການດາ