ໃນປີ 2022 ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງ ເຊໂປນ ສາມາດຜະລິດຄຳໄດ້ຫຼາຍກວ່າ 6,7 ໂຕນ ແລະ ທອງ 6.600 ໂຕນ ອັນໄດ້ສະໜັບສະໜູນລາຍຮັບຈາກການສົ່ງອອກ ແລະ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນຢ່າງດີ ແລະ ຄາດວ່າປີ 2023 ຈະຜະລິດຄຳໃຫ້ໄດ້ຫຼາຍກວ່າ 6 ໂຕນ ແລະ ທອງ 7.000 ໂຕນ.

ນັບແຕ່ເລີ່ມດຳເນີນງານ ປີ 2003 ລຊມລ ໄດ້ປະກອບສ່ວນຫຼາຍກວ່າ 1,6 ຕື້ໂດລາສະຫະລັດ ເປັນລາຍຮັບໂດຍກົງໃຫ້ ລັດຖະບານລາວ ຜ່ານການຈ່າຍພາສີອາກອນ ຄ່າຊັບພະຍາກອນແຮ່ທາດ ແລະ ເງິນປັນຜົນ ນອກນີ້ຍັງໄດ້ປະກອບສ່ວນ ຫຼາຍຮ້ອຍລ້ານໂດລາສະຫະລັດ ໃສ່ການສ້າງວຽກເຮັດງານທຳ ການເຝິກອົບຮົມ ການພັດທະນາຊຸມຊົນ ແລະ ທຸລະກິດທ້ອງ ຖິ່ນ ປີ 2022 ລຊມລ ໄດ້ເປີດບໍ່ແຮ່ໃຕ້ດິນທີ່ທັນສະໄໝແຫ່ງທຳອິດຂອງ ສປປ ລາວ ຢູ່ບໍ່ຄຳ-ທອງ ເຊໂປນ ເຊິ່ງໄດ້ເປັນແບບ ຢ່າງ ແລະ ບັນທັດຖານໃຫ້ໂຄງການບໍ່ແຮ່ອື່ນໆ ກໍຄື ການຂະຫຍາຍອາຍຸບໍ່ຄຳ-ທອງ ເຊໂປນ ໄປຮອດປີ 2033 ເປັນຢ່າງຕ່ຳ.

ນັບແຕ່ປີ 2016 ເປັນຕົ້ນມາ ລຊມລ ສາມາດຮັກສາໃບກຽດຕິສັກ-ຜົນງານປະເພດສູງສຸດ ຂັ້ນ A+ ຈາກກະຊວງພະລັງງານ ແລະ ບໍ່ແຮ່ ສຳລັບການຮັກສາມາດຕະຖານດ້ານສິ່ງແວດລ້ອມ ແລະ ການພັດທະນາຊຸມຊົນ ລຊມລ ໄດ້ບັນລຸໝາກຜົນທີ່ດີ ໃນວຽກງານພັດທະນາຊຸມຊົນ ໂດຍການຮ່ວມມືກັບລັດຖະບານລາວ ແລະ ຊຸມຊົນທ້ອງຖິ່ນສະເໝີມາ ຜົນງານເຫຼົ່ານີ້ໄດ້ເປັນ ສິ່ງຂັບເຄື່ອນໃຫ້ເມືອງວິລະບູລີ ໄດ້ຫຼຸດພົ້ນຈາກສະຖານະເມືອງທີ່ທຸກຍາກທີ່ສຸດໄດ້ໃນປີ 2015.
ລຊມລ ໄດ້ຊື້ສິນຄ້າທ້ອງຖິ່ນຢ່າງຕ່ຳ 3 ລ້ານໂດລາສະຫະລັດ (75% ຂອງໝາກໄມ້ ຜັກ ແລະ ຜົນຜະ ລິດທ້ອງຖິ່ນ) ຜ່ານຫົວ ໜ່ວຍທຸລະກິດທ້ອງຖິ່ນ ເຊິ່ງສ້າງລາຍຮັບໃຫ້ທຸລະກິດ ກໍຄືປະຊາຊົນທ້ອງຖິ່ນຫຼາຍກວ່າ 50 ລ້ານໂດລາສະຫະລັດ ແຜນງານ ການພັດທະນາຊຸມຊົນຂອງ ລຊມລ ແມ່ນສຸມໃສ່ດ້ານສາທາລະນະສຸກຂອງຊຸມຊົນ ການສຶກສາຂອງອະນຸຊົນ-ຄົນຮຸ່ນຫຼັງ ການປະຕິບັດກະສິກຳແບບຍືນຍົງ ແລະ ການປັບປຸງຊີວິດການເປັນຢູ່ໃຫ້ຊຸມຊົນຜູ້ດ້ອຍໂອກາດ ລຊມລ ຈະສືບຕໍ່ຮ່ວມມື ແລະ ປຶກສາຫາລືກັບຊຸມຊົນທ້ອງຖິ່ນ ແລະ ຄູ່ຮ່ວມງານ ອື່ນໆກ່ຽວກັບບູລິມະສິດຂອງວຽກງານການພັດທະນາຊຸມຊົນ.

ເດືອນເມສາ 2022 ລຊມລ ໄດ້ສະໜັບສະໜູນເງິນ 5 ລ້ານໂດລາສະຫະລັດ ໃຫ້ແຂວງສະຫວັນນະເຂດ ເພື່ອຍົກລະດັບ ເສັ້ນທາງຫຼວງ 28A ຍາວ 41,56 ກິໂລແມັດ ຈາກນາບໍ່ ເຖິງ ເມືອງວິລະບູລີ ເຊິ່ງຈະສະ ໜອງການເຂົ້າເຖິງຕະຫຼາດທີ່ດີກວ່າ ເກົ່າສຳລັບປະຊາຊົນຫຼາຍກວ່າ 40.000 ຄົນ ເສັ້ນທາງ 28A ເປັນເສັ້ນ ທາງສຳຄັນທີ່ເຊື່ອມຕໍ່ແລວທາງເສດຖະກິດ ຕາເວັນ ອອກ-ຕາເວັນຕົກ ທີ່ເຊື່ອມຈອດ ສປປ ລາວ ກັບ ຫວຽດ ນາມ ແລະ ໄທ ນອກນີ້ ລຊມລ ຍັງໄດ້ລົງທຶນປະມານ 34 ລ້ານໂດ ລາສະຫະລັດ ໃສ່ໂຄງລ່າງພື້ນຖານເພື່ອຂະຫຍາຍຕາຂ່າຍໄຟຟ້າຈາກເມືອງທ່າແຂກ ເຖິງ ເມືອງມະຫາໄຊ ໂດຍການຮ່ວມມືກັບລັດວິສາຫະກິດໄຟຟ້າລາວ ເຊິ່ງໄດ້ຂະຫຍາຍໂອກາດດ້ານເສດຖະກິດໃຫ້ຊຸມຊົນຢູ່ເຂດຊົນນະບົດ.