ສາລະວັນ ນໍາເອົາຜະລິດຕະພັນຂອງ​ເອື້ອຍ​ນ້ອງ​ແມ່​ຍິງ ຮ່ວມວາງສະແດງ-ຈຳ​ໜ່າຍໃນເທສະການອາຫານລາວ

ສະພາການຄ້າ ແລະ ອຸດສາຫະກໍາ ແຂວງສາລະວັນ ໄດ້ນໍາເອົາຜະລິດຕະພັນຂອງເອື້ອຍນ້ອງແມ່ຍິງພາຍໃນແຂວງເຂົ້າມາ ຮ່ວມວາງສະແດງ ແລະ ຈໍາໜ່າຍໃນງານເທສະການອາຫານລາວປະຈໍາປີ 2023 ເພື່ອເປັນການຊຸກຍູ້ສົ່ງເສີມເອື້ອຍ​ນ້ອງ​ແມ່​ຍິງ ທັງ​ເປັນການໂຄສະນາຜະລິດຕະພັນໃຫ້ເປັນທີ່ຮັບຮູ້ຂອງສັງຄົມຢ່າງກວ້າງຂວາງ.

ທ່ານ ນາງ ອິນແປງ ຊາມຸນຕີ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງສາລະວັນ ປະທານບໍລິສັດປາກຊ່ອງພັດທະ ນາຂາອອກ -ຂາເຂົ້າ ຈໍາກັດຜູ້ດຽວ ແລະ ປະທານບໍລິສັດ ສາລະວັນພັດທະນາຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວໃຫ້ສໍາພາດໂອ ກາດເຂົ້າຮ່ວມງານຄັ້ງ​ນີ້ວ່າ: ສະພາການຄ້າ ແລະ ອຸດສາຫະກໍາແຂວງສາລະວັນ ໄດ້ຊຸກຍູ້ສົ່ງເສີມເອື້ອຍນ້ອງແມ່ຍິງຜູ້ທີ່ບໍ່ມີ ວຽກເຮັດງານທໍາ ເຮັດການຜະລິດກະສິກໍາເປັນຕົ້ນ ການປູກຜັກ ແລະ ປູກເຂົ້າກະສິກໍາອິນຊີເປັນສິນຄ້າ ໄປຄຽງຄູ່ກັນນັ້ນໄດ້ ຊຸກຍູ້ສົ່ງເສີມເອື້ອຍນ້ອງແມ່ຍິງທີ່ມີຄວາມມັກຮັກໃນຫັດຖະກໍາຕໍາແຜ່ນທໍາການຜະລິດແຜ່ນແພ ແລະ ສິ້ນທີ່ເຮັດດ້ວຍມື ມີການຍ້ອມສີທໍາມະຊາດ ນອກນີ້ຍັງມີຜະລິດຕະພັນປຸງແຕ່ງເຫຼົ້າ ແລະ ປຸງແຕ່ງອາຫານປະເພດອື່ນໆທີ່ເປັນເອກະລັກຂອງ ຊາວແຂວງສາລະວັນ.

ສະເພາະງານເທດສະການອາຫານລາວປະຈໍາປີ 2023 ສະພາການຄ້າ ແລະ ອຸດສາຫະກໍາແຂວງສາລະວັນກໍໄດ້ນໍາເອົາຜະ ລິດຕະພັນ ຂອງເອື້ອຍນ້ອງແມ່ຍິງມາວາງສະແດງ ແລະ ຈໍາໜ່າຍ ເພື່ອເປັນການໂຄສະນາຜະລິດຕະພັນໃຫ້ເປັນທີ່ຮູ້ຈັກຂອງ ສັງຄົມຢ່າງກວ້າງຂວາງ ທັງເປັນການເປີດຕະຫຼາດໃໝ່ໃຫ້ແກ່ສະມາຊິກຜູ້ທີ່ຜະລິດ ແລະ ເຮັດຫັດຖະກໍາຈາກທ້ອງ ຖິ່ນໃຫ້ ເຂົ້າສູ່ຕະຫຼາດສູນກາງ ແລະ ໃນອະນາຄົດຫວັງວ່າຈະສົ່ງອອກຈໍາໜ່າຍຕະຫຼາດຕ່າງປະເທດ ສະນັ້ນຂໍເຊີນຊວນແຂກທັງ ພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດມວນຊົນຊາວນະຄອນຫຼວງວຽງຈັນ ມາທ່ຽວຊົມ ແລະ ມາທ່ຽວຊິມງານເທດສະ ການອາຫາລາວນັບແຕ່ວັນທີ 24-28 ມັງກອນ ກໍຢ່າລືມມາແວ່ໃຫ້ການສະໜັບສະໜູນສິນຄ້າຈາກແຂວງສາລະວັນ ເພື່ອ ເປັນການເພີ່ມລາຍຮັບແກ່ສະມາຊິກເອື້ອຍນ້ອງແມ່ຍິງມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ອື່ນໆ.

error: Content is protected !!