ປກສ ຕັ້ງເປົ້າຕົວເລກຜູ້ບໍລິຈາກເລືອດໃຫ້ໄດ້ 1.128 ເທື່ອຄົນ

    ຈາກຜົນສະຫຼຸບຂອງກອງປະຊຸມຮ່ວມ ລະຫວ່າງ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະ ຫງົບ (ປກສ) ກັບສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ເມື່ອບໍ່ດົນຜ່ານມາ ທີ່ກົມໃຫຍ່ ພະລາທິການ ປກສ ໂດຍມີ ທ່ານ ພົນຈັດຕະວາ ທອງສຸກ ຢ່າເອີລາວລີ ເລຂາຄະນະພັກ ຮັກສາການຫົວໜ້າກົມໃຫຍ່ພະລາທິການ ປກສ ທ່ານ ພົນຈັດຕະວາ ອານຸເດດ ຄູນຄໍາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ທ່ານ ພົນຈັດຕະວາ ອານຸເດດ ຄູນຄໍາ ໄດ້ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດ ແຜນງານຮ່ວມກັບສະຖາ ບັນເລືອດແຫ່ງຊາດ ໃນປີຜ່ານມາ ຢູ່ຂັ້ນສູນໃນການປະກອບສ່ວນຂະບວນການບໍລິຈາກເລືອດ ຂອງອ້າຍ ນ້ອງ ປກສ ໃນຂັ້ນສູນກາງ ເຫັນວ່າມີບາດກ້າວອັນດີ ມີຫຼາຍພາກສ່ວນໃນກະຊວງ ປກສ ໄດ້ເອົາໃຈໃສ່ ໃນການປຖກລະດົມຂັນຂວາຍຜູ້ບໍລິຈາກ ເລືອດແບບສະໝັກໃຈ ໃນວຽກງານມະນຸດສະທຳຫຼາຍສົມ ຄວນ ຈົນສາມາດ ບັນລຸຕົວເລກຄາດໝາຍທີ່ ວາງໄວ້ ໃນຮູບແບບປະກອບສ່ວນຕາມຕາຕະລາງ ແລະ ການເຂົ້າ ຮ່ວມກິດຈະກຳ ລວມ 9 ຄັ້ງ ມີຜູ້ປະ ກອບສ່ວນບໍລິຈາກເລືອດທັງໝົດ 1.052 ຄົນ ຍິງ 87 ຄົນ ລືນຄາດ ໝາຍ ຈາກຕົວເລກສູ້ຊົນ 1.020 ຄົນ ສ່ວນໃນປີ 2023 ຈະສູ້ຊົນໃຫ້ມີຜູ້ປະກອບສ່ວນບໍລິ ຈາກເລືອດ ໃຫ້ໄດ້ 1.128 ເທື່ອຄົນ ພ້ອມວາງແຜນການ ສູ້ຊົນ ຮອດ 2025 ໃຫ້ໄດ້ 1.376 ເທື່ອຄົນ.

error: Content is protected !!