ໄຂກອງປະຊຸມຄົບຄະນະບໍລິຫານງານພັກ ນວ ສະໄໝສາມັນຄັ້ງທີ 8

ກອງປະຊຸມຄົບຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ (ນວ) ສະໄໝສາມັນຄັ້ງທີ 8 ສະໄໝທີ VII (ເປີດກວ້າງ) ຈັດຂຶ້ນ ວັນທີ 24-26 ມັງກອນ 2023 ທີ່ຫ້ອງວ່າການປົກຄອງ ນວ ພາຍໃຕ້ການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ເລ ຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ມີ ສະຫາຍ ອາດສະພັງທອງ ສີພັນດອນ ຮອງເລຂາຄະ ນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາກຳມະການປະຈຳພັກ ຄະນະພັກ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.

ສະຫາຍ ອານຸພາບ ຕຸນາລົມ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍສຳຄັນຍິ່ງ ເພາະຜູ້ແທນກອງປະຊຸມຈະໄດ້ ພ້ອມ ກັນຮັບຟັງການລາຍງານ ແລະ ປະກອບຄໍາຄິດຄໍາເຫັນ ຕໍ່ການຜັນຂະຫຍາຍມະຕິ 7 ສະໄໝທີ VII ຂອງຄະນະບໍລິຫານງານ ພັກນະຄອນຫຼວງຜ່ານມາ ເປັນຕົ້ນການສະຫຼຸບລາຍງານ ແລະ ປະກອບຄໍາເຫັນ ຕໍ່ຜົນຂອງການຈັດຕັ້ງປະຕິບັດ ແຜນພັດທະ ນາເສດຖະກິດ-ສັງຄົມ ແລະ ແຜນງົບປະ ມານໃນ 1 ປີ ຜ່ານມາ ແລະ ທິດທາງແຜນການ ສໍາຫຼັບປີ 2023 ຈະໄດ້ລົງເລິກຄົ້ນ ຄວ້າ ປະກອບຄໍາຄິດຄໍາເຫັນ ຕໍ່ການຈັດຕັ້ງປະຕິບັດວຽກງານແຕ່ລະຂົງເຂດວຽກງານໃນໄລຍະປີ 2022 ຜ່ານມາ ໃຫ້ພວກ ເຮົາເຫັນໄດ້ດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ແລະ ສາເຫດຕົ້ນຕໍ່ການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ພ້ອມ ນີ້ກໍໃຫ້ມີຄວາມ ເປັນເອກະພາບ ໃນການກໍານົດທິດທາງໃນຕໍ່ໜ້າສໍາຫຼັບ ປີ 2023 ເພື່ອສູ້ຊົນບັນລຸຄາດໝາຍ ມະຕິກອງປະ ຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນວ ວາງອອກໃຫ້ປະກົດຜົນເປັນຈິງ.

ສຳລັບໄລຍະ 1 ປີຜ່ານມາ ພາຍໃຕ້ການຊີ້ນໍາ ນໍາພາ ຂອງຄະນະບໍລິຫານງານພັກ ນວ ແລະ ຄວາມຮັບ ຜິດຊອບໂດຍກົງຂອງ ຄະນະພັກຂັ້ນຕ່າງໆ ແລະ ການຕື່ນຕົວເຂົ້າຮ່ວມ ຢ່າງເປັນເຈົ້າການຂອງພະນັກງານ ສະມາຊິກພັກ ທະຫານ ຕໍາຫຼວດ ຕະ ຫຼອດຮອດປະຊາຊົນບັນດາເຜົ່າ ເຮັດໃຫ້ບັນດາຄາດໝາຍ ທີ່ວາງອອກໃນມະຕິກອງປະຊຸມໃຫຍ່ຄັ້ງທີ VII ແລະ ແຜນພັດ ທະນາເສດຖະກິດ-ສັງຄົມ ນວ ປະຈໍາປີ 2022 ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດເປັນສ່ວນໃຫຍ່ ເຮັດໃຫ້ ນວ ພວກເຮົາ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ  ສັງຄົມມີຄວາມສະຫງົບ ມີຄວາມເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ ເສດຖະກິດຂອງນະຄອນຫຼວງວຽງຈັນ ໄດ້ສືບຕໍ່ຂະຫຍາຍຕົວໃນລະດັບ 4,83% ລາຍໄດ້ສະເລ່ຍຕໍ່ ຫົວຄົນ 62,91 ລ້ານກີບ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງປົວແປງສູງຂຶ້ນຕື່ມບາດກ້າວໜຶ່ງ ຄວາມທຸກຍາກ ຂອງປະຊາຊົນ ຢູ່ເຂດຊົນນະບົດໄດ້ຮັບການແກ້ໄຂລຸດລົງເປັນກ້າວໆ.

ແຕ່ເຖິງວ່າຄະນະພັກຂັ້ນຕ່າງໆພວກເຮົາ ໄດ້ມີຄວາມພະຍາຍາມ ເອົາໃຈໃສ່ນໍາພາຍູ້ຂະບວນການດ້ານຕ່າງໆ ມີຜົນສໍາເລັດ ໃນຫຼາຍດ້ານກໍຕາມ ຖ້າອີງໃສ່ທ່າແຮງບົ່ມຊ້ອນຢູ່ພາຍໃນນະຄອນຫຼວງພວກເຮົາແລ້ວ ເຫັນວ່າຍັງມີບາງດ້ານທີ່ພວກເຮົາ ປະຕິບັດບໍ່ທັນໄດ້ດີ ເປັນສາເຫດທີ່ພາໃຫ້ມີ ດ້ານອ່ອນຂໍ້ຄົງຄ້າງ ແລະ ອື່ນໆ ເຊິ່ງກອງປະຊຸມພວກເຮົາຈະໄດ້ນໍາມາຄົ້ນຄວ້າ ຊອກຫາສາເຫດ ແລະ ວິທີການແກ້ໄຂໃນຕໍ່ ໜ້າ ປັບປຸງເຮັດໃຫ້ບັນດາຄາດໝາຍທີ່ພວກເຮົາພ້ອມກັນຮັບຮອງເອົາຢູ່ໃນມະ ຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງ ໃຫ້ມີຜົນໄດ້ຮັບດີຂຶ້ນກວ່າເກົ່າ ເປັນຕົ້ນ ສິ່ງຫຍໍ້ທໍ້ຕ່າງໆ ທີ່ເກີດ ຂຶ້ນໃນສັງຄົມ ຍັງບໍ່ທັນໄດ້ຮັບການແກ້ໄຂໃຫ້ມີຄວາມສະຫງົບໄດ້ຕາມຄາດໝາຍເທື່ອເຊັ່ນ: ບັນຫາການຄ້າຂາຍ ແລະ ສິ່ງ ເສບຕິດ (ຢາມ້າ) ຄ້າຂາຍເທື່ອນ ຂີ້ລັກງັດແງະ ສໍ້ໂກງຊັບພົນລະເມືອງ ປຸ້ນຈີ້ຊີງຊັບ ອຸບັດຕິເຫດຕາມທ້ອງຖະໜົນ ແລະ ອາດສະຍາກໍາອື່ນໆ ທີ່ພວມເກີດຂຶ້ນແຜ່ຫຼາຍໃນສັງຄົມ ກາຍເປັນສິ່ງທ້າທາຍ ແລະ ເປັນໄພຂົ່ມຂູ່ຕໍ່ການພັດທະນາເສດຖະ ກິດ-ສັງຄົມ ເປັນໄພຂົ່ມຂູ່ຕໍ່ການນໍາພາຂອງຄະນະພັກຂັ້ນຕ່າງໆ ເສດຖະກິດມະຫາພາກພວກເຮົາຍັງບອບບາງ ບໍ່ທັນມີ ຄວາມເຂັ້ມແຂງໜັກແໜ້ນ ແລະ ມີຄວາມ  ໝັ້ນທ່ຽງຍືນຍົງແທ້ລ້ວນແຕ່ຕິດພັນກັບການແກ້ໄຂ 2 ວາລະແຫ່ງຊາດ ສະນັ້ນ ຄະນະບໍລິຫານງານພັກນະຄອນຫຼວງ ພວກເຮົາ ຈະໄດ້ພ້ອມກັນສຸມໃສ່ບັນດາຄາດໝາຍ ຂອງຂະແໜງການ ຈໍານວນໜຶ່ງ ແລະ ບາງເມືອງ ທີ່ເຫັນວ່າ ຍັງບໍ່ທັນສາມາດປະຕິບັດບັນລຸຕາມແຜນວາງໄວ້ ແລະ ຄາດໝາຍອື່ນໆ ອີກຈໍານວນໜຶ່ງ.

ນອກນີ້ກອງປະຊຸມຍັງຈະໄດ້ຕີລາຄາຄວາມຮັບຜິດຊອບໜ້າທີ່ການເມືອງ ຂອງຄະນະພັກຂັ້ນຕ່າງໆ ໃນການຊີ້ນໍາ-ນໍາພາຈັດ ຕັ້ງປະຕິບັດມະຕິ ຄໍາສັ່ງ ລະບຽບກົດໝາຍຂັ້ນເທິງວາງອອກ ແຕ່ລະໄລຍະມີຜົນສໍາເລັດຄືແນວໃດ ແລະ ຜູ້ແທນກອງປະຊຸມ ຈະເອກະພາບກັນກໍານົດທິດທາງ ຈຸດໝາຍສູ້ຊົນແຕ່ລະດ້ານ ເປັນນະໂຍບາຍລວມຂອງນວ ພວກເຮົາ ສໍາລັບປີ 2023 ຮັບ ຟັງການລາຍງານກ່ຽວກັບການປະເມີນໃຫ້ຄະແນນຄະນະບໍລິຫານງານພັກ ນວ ເລຂາຄະນະ ພັກອົງການທຽບເທົ່າ ໃນການ ນໍາພາການຈັດຕັັ້ງປະຕິບັດຜັນ ຂະຫຍາຍມະຕິຂອງພັກ ຕາມທິດຫັນປ່ຽນແປງໃໝ່ ໄປໃນທິດທາງດຽວກັນ ແຕ່ເທິງລົງລຸ່ມ (ມະຕິ 11 ຕິດພັນກັບ ມະຕິ 7 ມະຕິຄະນະພັກຂັັ້ນຮາກຖານ) ຮັບຟັງການລາຍງານການລົງຕິດຕາມ ຊຸກຍູ້ກອງປະຊຸມ ຄະ ນະບໍລິຫານງານພັກ ກາງສະໄຫມຂອງ 11 ອົງຄະນະພັກ ທີ່ຂັ້ນກັບອົງຄະນະພັກ ນວ ຮັບຟັງລາຍງານ ການກະກຽມເນັ້ອ ໃນກອງປະຊຸມກໍ່ສ້າງ ຮາກຖານການເມືອງ ວຽກພັດທະນາຊົນນະບົດ ແກ້ໄຂ ຄວາມທຸກຍາກ ແລະ ວຽກງານ 3 ສ້າງ  ການ ກະກຽມ ຫັນພະນັກງານຫຼັກແຫຼົ່ງ ຂອງພະແນກການ ອົງການ ກົມກອງ ຂັັ້ນນະຄອນຫຼວງ ແລະ ພະນັກງານ ຫຼັກແຫຼ່ງ ຂັັ້ນ ເມືອງ ລົງຊ່ວຍຮາກຖານບ້ານ ທົົ່ວນວ ນັບແຕ່ປີ 2023-2025 ການກຽມເນື້ອໃນກອງປະຊຸມຂະບວນການ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແຕ່ປີ 2016-2021 ຮັບຟັງລາຍງານ ການກະກຽມຄວາມພ້ອມໃນການສ້າງເມືອງໃໝ່ທີ່ກ່ຽວຂ້ອງກັບວຽກງານຕ່າງໆຈຳນວນໜຶ່ງຕື່ມອີກ.

error: Content is protected !!