ສໍາເລັດແຂ່ງຂັນກີລາຍິງປືນ ຊີງແຊັມໄອພີເອັດຊີລາວ 2023 ສະຫຼອງວັນກອງທັບ 74 ປີ

ສະໂມສອນຍິງປືນ ໄອພີເອັດຊີລາວ ສະຫະພັນຍິງປືນແຫ່ງຊາດລາວ ສໍາເລັດຈັດການແຂ່ງຂັນຍິງປືນໄອພີເອັດຊີ ລະດັບ 1 ປະຈຳປີ 2023 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023) ເຊິ່ງໄດ້ຈັດຂຶ້ນໃນວັນທີ 20 ມັງກອນ 2023 ທີ່ສະໜາມເຝິກຊ້ອມກີລາຍິງປືນ 5 ເມສາ.

ການແຂ່ງຂັນຄັ້ງນີ້ຍັງເປັນການສ້າງໂອກາດຍັງເປັນການສ້າງໂອກາດໃຫ້ນັກກີລາຍິງປືນ ໄອພີເອັດຊີລາວ ມີການເຄື່ອນ ໄຫວຢ່າງຕໍ່ເນື່ອງ ເພື່ອຄັດເລືອກນັກກີລາທີ່ມີພອນສະຫວັນເດັ່ນ ຕາງໜ້ານັກນັກກີລາແມ້ນປືນລາວ ຮ່ວມລາຍການລະດັບອະນຸພາກພື້ນ ພາກພື້ນ ແລະ ສາກົນ ຈະຈັດຂຶ້ນພາຍໃນປີ 2023 ນີ້ ສຳລັບການແຂ່ງຂັນຄັ້ງນີ້ ແມ່ນກຳນົດໃຫ້ນັກກີລາໄດ້ນຸ່ງຊຸດສູດຜູກກາລະວັດ ມີການຊີງໄຊ 4 ລາຍການ ແຂ່ງຂັນ 5 ສະໜາມ ປະກອບມີ ປະເພດປືນໂປດັກຊັນ ຮຸ່ນທົ່ວໄປ ໂປດັກຊັນມືໃໝ່ ຊຸດອ໋ອບດ່ຽວ ແລະ ຊຸດອ໋ອບຄູ່.

ສ່ວນຜົນການແຂ່ງຂັນປະເພດປືນຊຸດອ໋ອບ ປະເພດຄູ່ ແລະ ດ່ຽວລາຍການນີ້ ກຳນົດເປົ້າແຜ່ນ ຈຳນວນ 10 ແຜ່ນ ຍິງບໍ່ຈຳກັດລູກ ທີມໃດຍິງເປົ້າໝົດເປັນຜູ້ຊະນະ ຜ່ານການແຂ່ງຂັນປາກົດວ່າ ແຊັມຊຸດອ໋ອບ ຄູ່ຊາຍ ຕົກເປັນຂອງທ້າວ ສິງຄຳ ສີປະເສີດ ແລະ ທ້າວ ເພັດພະຈັນ ສີວົງສາ ອັນດັບ 2 ທ້າວ ອານຸໄຊ ແສງດາລາ ແລະ ທ້າວ ທຽນອີ້ ແລະ ອັນດັບ 3 ທ້າວ ເພັດລະຄອນ ພາມີສິດ ກັບ ນາງ ກົງຄຳ ບົວແສງພະຈັນ ປະເພດປືນຊຸດອ໋ອບດ່ຽວ ແຊັມເປັນຂອງ ທ້າວ ເຊດຖາ ໄຄ້ຍະວົງ ອັນດັບ 2 ນາງ ກົງຄຳ ບົວແສງພະຈັນ ແລະ ອັນດັບ 3 ຮ່ວມ ແມ່ນທ້າວ ແສງສະຫວັນ ສີສະວົງ ແລະ ທ້າວ ທາສຸກິ ຮາມາດະ ປະເພດໂປດັກຊັນດ່ຽວສາຍທົ່ວໄປ ແຊັມເປັນຂອງທ້າວ ສຸນັນ ວັດທະນາບູນ ອັນດັບ 2 ທ້າວ ທຽນອີ້ ແລະ ອັນດັບ 3 ທ້າວ ຫົງພະຈັນ ດາລາວົງ ປະເພດໂປດັກຊັນມືໃໝ່ດ່ຽວ ແຊັມເປັນຂອງ ທ້າວ ແສງສະຫວັນ ສີສະວົງ ອັນດັບ 2 ທ້າວ ເພັດພະຈັນ ສີວົງສາ ແລະ ອັນດັບທີ 3 ທ້າວ ທາສຸກິ ຮາມາດະ.

ເຂົ້າຮ່ວມການແຂ່ງຂັນມີ ທ່ານ ພຸດທະສັກ ສຸກອາລຸນ ປະທານສະໂມສອນຍິງປືນໄອພີເອັດຊີລາວ ທັງເປັນຜູ້ອຳນວຍ ການສະໜາມເຝິກຊ້ອມກີລາຍິງປືນ 5 ເມສາ ພ້ອມດ້ວຍນັກກີລາເຂົ້າຮ່ວມ 20 ກວ່າຄົນ.

error: Content is protected !!