ໄຊ​ສົມ​ບູນ ສຸ​ມ​ໃສ່​ສ້າງ​ໂອ​ກາດ​ໃຫ້​ກັບ​ເດັກ ພ້ອມ​ເລັ່ງ​ຟື້ນ​ຟູ​ສິດ​ທິ​ເດັກ​ທີ່​ສູນ​ເສຍ ຈາກ ໂຄວິດ-19

ໃນ​ສົກ​ປີ 2021-2022 ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄກມດ) ແລະ ຄະນະກຳມາ ທິການເພື່ອຄວາມກ້າວໜ້າແມ່ຍິງ ແລະ ເດັກ ແຂວງໄຊສົມບູນ ເອົາ​ໃຈ​ໃສ່​ສ້າງ​ໂອ​ກາດ​ໃຫ້​ເດັກມີ​ສ່ວນ​ຮ​່​ວມ​ໃນ​ກິດ​ຈະ​ກຳ​ຕ່າງໆເພື່ອ​ໃຫ້​ເຂົາ​ເຈົ້າ​ຮຽນ​ຮູ້​ສິ່ງ​ໃໝ່ໆ​ໃນ​​ສັງ​ຄົມ ພ້ອມນັ້​ນ​ມີແຜນ​ທີ່ຈະສືບຕໍ່ປະຕິບັດຄໍາໝາຍໝັ້ນ ໂດຍສະເພາະການຟື້ນ ຟູສິດທິເດັກທີ່ສູນເສຍໄປ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.   

ໂອກາດນີ້ ທ່ານ ນາງ ນ້ອຍ ໄຂຮັກ ວິຊາການພະແນກ ຄກມດ ແຂວງໄຊສົມບູນ ໄດ້ໃຫ້ສຳພາດໃນ​ໂອ​ກາດ​ທີ່ຄະນະສື່ມວນ ຊົນຈາກສູນກາງ ໄດ້ລົງເຄື່ອນໄຫວວຽກທີ່ແຂວງໄຊສົມບູນ ເພື່ອສຳພາດບາງໜ້າວຽກງານຂອງຄະນະກຳມາທິການ ເພື່ອ ຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄກມດ) ແລະ ຄະນະກຳມາທິການເພື່ອຄວາມກ້າວໜ້າແມ່ຍິງ ແລະ ເດັກ ແຂວງໄຊສົມບູນ ເຊິ່ງ​ບາງ​ຕອນ​ທ່ານກດ​ດ່າວ​ວ່າ: ພາຍຫຼັງທີ່ເຂົ້າຮ່ວມກອງປະຊຸມລະດັບສູງ ຂອງຮອງເຈົ້າແຂວງທົ່ວປະເທດ ໃນວັນທີ 18 ພະຈິກ 2022 ທີ່ນະຄອນຫຼວງວຽງຈັນ ຕໍ່ການຈັດຕັ້ງປະຕິບັດຄວາມໝາຍໝັ້ນ ໃນການຫຼຸດຜ່ອນຄວາມທຸກ ຍາກຂອງເດັກ ປະຈຳ​ສົກປີ 2021-2022 ເຊິ່ງໄລຍະຜ່ານມາ ຄກມຕ ຂັ້ນແຂວງໄຊສົມບູນ ຂອງພວກເຮົາ ກໍໄດ້ເອົາໃຈໃສ່ ແລະ ເພີ່ມທະວີຕໍ່ເດັກເປັນຕົ້ນ ແມ່ນໄດ້ຈັດເວທີເດັກ ແລະ ຄັດເລືອກນ້ອງນັກຮຽນ ເພື່ອມີສ່ວນຮ່ວມກ່ຽວກັບຄຳເຫັນຂອງຕົວ ແທນ ເດັກ ເຂົ້າໃນບົດລາຍງານແຫ່ງຊາດ ປະຈໍາໄລຍະທີ່ 7 ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ແລະ ສອງ ອານຸສັນຍາເພີ່ມເຕີມ ໃນນັ້ນ ໄດ້ນໍາເອົາ 3 ຂໍ້ຫຼັກເປັນຕົ້ນ:ການແຕ່ງງານກ່ອນໄວ 18 ປີ ບັນຫາສິ່ງແວດລ້ອມ ແລະ ບັນຫາຢາ ເສບຕິດ ເຊິ່ງໄດ້ແບ່ງເປັນ 6 ກຸ່ມ ໄດ້ຈັດຕັ້ງສະເຫຼີມສະຫຼອງວັນເດັກນ້ອຍສາກົນ ທີ່ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ເພື່ອ ເປັນການປຸກລະດົມຈິດຈຳນຶກ ໃຫ້ເດັກນ້ອຍພ້ດທະນາຄວາມຮູ້ ຄວາມສາມາດ ດ້ານສະຕິປັນ ຍາທາງຮ່າງກາຍ ຈິດໃຈ ມັນ ສະໝອງ ຮູ້ໃຊ້ເວລາວ່າງໃຫ້ເປັນໂຫຍກ ເພື່ອຫ່າງໄກຈາກສິ່ງເສບຕິດ ແລະ ເພື່ອສ້າງໃຫ້ເດັກນ້ອຍມີຄວາມເບີດບານມ່ວນ ຊື່ນ ເຂົ້າຮ່ວມຫຼີ້ນກິດຈະກຳ ໄດ້ບົດຮຽນ ຮຽນຮູ້ສິ່ງໃໝ່ໆ ຢູ່ໃນສັງຄົມໃຫ້ຫຼາຍຂຶ້ນ ມີຄວາມກ້າຫານ ຄວາມສາມາດ ກ້າສະ ແດງຄວາມຮັບຮູ້ຂອງຕົນດ້ານຕ່າງໆ ອອກໃນເວທີ ແລະ ຮັບໃຊ້ສັງຄົມ ເພື່ອເປັນການປູກຈິດສຳນຶກສ້າງຄວາມສາມັກຄີ ຮັກ ແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ນອກຈາກນີ້ ພວກເຮົາຍັງໄດ້ສົ່ງຕົວແທນເດັກຈຳນວນ 4 ນ້ອງ ເຂົ້າຮ່ວມເວທີເດັກອາຊຽນ ຄັ້ງທີ 7 ທີ່ປະເທດອິນໂດເນເຊຍ ແລະ ເຂົ້າຮ່ວມງານເວທີເດັກລາວທົ່ວປະເທດ ທີ່ເມືອງທ່າແຂກ ແຂວງຄຳມ່ວນ ຂອງອົງການ Child Fund ໂດຍ​ທາງ​ອົງ​ການໄດ້ຄັດ 4 ຫົວຂໍ້ຄື: ການສຶກສາ ການແຕ່ງດອງກ່ອນໄວ ການນຳໃຊ້ສື່ສັງຄົມອອນລາຍທີ່ບໍ່ປອດໄພ ອຸປະຕິເຫດຕາມຖະ ໜົນ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ໃນການປະກອບຄຳເຫັນ ແລະ ກອງປະຊຸມລະດັບສູງ ເພື່ອທົບທວນ ການຈັດຕັ້ງປະ ຕິບັດວຽກສິດທິເດັກຢູ່ ສປປ ລາວ ຄັ້ງວັນທີ 14-18 ພະຈິກ 2022.

ພ້ອມກັນນີ້ ຄະນະສະຫະພັນແມ່ຍິງແຕ່ລະຂັ້ນໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງໂຄສະນາເຜີຍ ແຜ່ປູກຈິດສໍານຶກໃຫ້ ຊຸມຊົນດ້ານຜົນກະທົບຕໍ່ເດັກຍິງ ແລະ ເດັກຊາຍ ທີ່ແຕ່ງງານກ່ອນໄວອັນຄວນ ໃຫ້ບ້ານເປົ້າໝາຍຈຳນວນ 38 ບ້ານ ຄກມດ ແຂວງໄຊສົມບູນ ຍັງໄດ້ສ້າງສູນວັດທະນະທຳເດັກ ເພື່ອໃຫ້ເດັກນ້ອຍມີສ່ວນຮ່ວມ ແລະ ສ້າງກິດຈະກຳບົດບາດຍິງ-ຊາຍ ເພື່ອສ້າງຄວາມເຂັ້ມແຂງທາງດ້ານສິລະປະ ວັນນະຄະດີ ການຍະກຳ ກີລາປະເພດຕ່າງໆ ເພື່ອເຮັດໃຫ້ເດັກໃນຂອບເຂດທົ່ວ ແຂວງ ຫັນມາຮັກສາສຸຂະພາບ ເພື່ອຫ່າງໄກສິ່ງເສບຕິດ.

ສຳລັບທິດທາງແຜນການ 2023 ຄກມດ ແຂວງໄຊສົມບູນ ແມ່ນຈະສືບຕໍ່ປະຕິບັດຄໍາໝາຍໝັ້ນ ໂດຍສະເພາະການຟື້ນຟູ ສິດທິເດັກທີ່ສູນເສຍໄປ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ຄື: ຟື້ນຟູ ດ້ານການສຶກສາ ທີ່ວາງແຜນສູ້ຊົນ 15 ຄາດໝາຍຫຼັກ ທີ່ສະພາຮັບຮອງເຊັ່ນ: ອັດຕາເຂົ້າຮຽນຂອງເດັກ ອັດຕານັກຮຽນເຂົ້າໃໝ່ ອັດຕາປະລະການຮຽນຂອງນັກ ຮຽນ ປ1 ອັດຕາເລື່ອນຂັ້ນ-ເຊັ້ນປະຖົມ ສືບຕໍ່ຕິດ ຕາມ ແລະ ນຳສົ່ງຕົວແທນເດັກເຂົ້າຮ່ວມງານເວທີຕ່າງໆທີ່ທາງ ຄກມດ ຈັດຂຶ້ນທົ່ວປະເທດ ແລະ ໃຫ້ ເດັກເຂົ້າເຖິງດ້ານສຸຂະພາບ.

ການ​ເຄື່ອນ​ໄຫ​ວ​ຂອງ​ຄະ​ນະ​ສື່ມວນ​ຊົນ​ໃນ​ເມື່ອນີ້ ແມ່ນ​ນຳ​ພາ​ໂດຍ ກົມ​ສື່ມວນ​ຊົນ ກະ​ຊວງ​ຖະ​ແຫຼງ​ຂ່າວ​ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໂດຍ​ ອົງ​ການ Unicef ປະ​ຈຳ​ລາວ.

error: Content is protected !!