ມອບຫຼຽນລາງກຽດຕິຍົດສູງສຸດຂອງພົນລະເຮືອນຍີ່ປຸ່ນ ໃຫ້ ທ່ານ ນາງ ປານີ ຢາທໍ່ຕູ້

ລັດຖະບານຍີ່ປຸ່ນ ຕາງໜ້າໂດຍ ທ່ານ ໂຄບະຢະຊິ ເຄນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ລາວ ໄດ້ມອບຫຼຽນກຽດຕິຄຸນອາທິດອຸໄທ (ຊັ້ນ1) ເຊິ່ງເປັນຫຼຽນລາງວັນກຽດຕິຍົດສູງສຸດຢ່າງໜຶ່ງຂອງພົນລະເຮືອນຍີ່ປຸ່ນ ໃຫ້ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ.

ທ່ານ ໂຄບະຢະຊິ ເຄນອິຈິ ໄດ້ສະແດງຄວາມຍິນດີ ແລະ ສະແດງຄວາມຂອບໃຈຕໍ່ທ່ານ ນາງ ປານີ ຢາທໍ່ຕູ້ ທີ່ໄດ້ປະກອບສ່ວນຢ່າງພົ້ນເດັ່ນ ໃນການຊຸກຍູ້ເສີມຂະຫຍາຍສາຍພົວພັນສອງຝ່າຍ ແລະ ສົ່ງເສີມມິດຕະພາບລະຫວ່າງຢີ່ປຸ່ນ ແລະ ສປປ ລາວ ຕະຫຼອດມາ ໃນໄລຍະທີ່ທ່ານເປັນປະທານສະພາແຫ່ງຊາດ (2010-2021) ກໍໄດ້ມີສ່ວນຮ່ວມສໍາຄັນໃນການພັດທະນາສາຍພົວພັນສອງຝ່າຍ ຜ່ານການຮ່ວມມືຢ່າງຮອບດ້ານລະຫວ່າງ ລາວ-ຢີ່ປຸ່ນ ພ້ອມນັ້ນຍັງໄດ້ໄປຢ້ຽມຢາມປະເທດຍີ່ປຸ່ນເຖິງ 3 ຄັ້ງ ແລະ ໄດ້ເປັນເຈົ້າພາບຕ້ອນຮັບຄະນະລັດຖະສະພາຂອງຍີ່ປຸ່ນທີ່ມາຢ້ຽມຢາມ ສປປ ລາວ ເພື່ອສົ່ງເສີມການແລກປ່ຽນລະຫວ່າງສະພາຂອງສອງປະເທດ ໄດ້ນໍາພາ ແລະ ສົ່ງເສີມຫຼາຍໂຄງການການຮ່ວມມືລະຫວ່າງຢີ່ປຸ່ນ ແລະ ສປປ ລາວ ໃນຫຼາຍຂະ ແໜງການ ໃນປີ 2012 ຂໍ້ຕົກລົງເພື່ອລິເລີ່ມການຮ່ວມມືດ້ານປະມວນກົດໝາຍແພ່ງຂອງລາວ ກໍໄດ້ຮັບການລົງນາມໂດຍທ່ານ ນາງ ປານີ ແລະ ທ່ານ ທາ ກິ ລັດຖະມົນຕີກະຊວງຍຸດຕິທໍາຍີ່ປຸ່ນ ໃນລະຫວ່າງການມາຢ້ຽມຢາມ ສປປ ລາວ ການປະມວນກົດໝາຍແພ່ງຂອງລາວສະບັບດັ່ງກ່າວ ຖືວ່າເປັນການຮ່ວມມືຂັ້ນສູງສຸດທາງດ້ານນິຕິກຳລະຫວ່າງສອງປະເທດ ເຊິ່ງກົດໝາຍແພ່ງຂອງລາວ ສະບັບປີ 2018 ໄດ້ຮັບການອະນຸມັດໂດຍ ທ່ານ ນາງ ປານີ ໃນຖານະທີ່ເປັນປະທານສະພາແຫ່ງຊາດ.

ໃນປີ 2015 ທ່ານໄດ້ເຂົ້າຮ່ວມກອງປະຊຸມ “WAW 2016” ເຊິ່ງເປັນກອງປະຊຸມສາກົນກ່ຽວກັບການສົ່ງເສີມຄວາມກ້າວ ໜ້າຂອງແມ່ຍິງ ໃນນາມຜູ້ຍິງຕົວແທນຂອງປະເທດລາວ ທ່ານໄດ້ສະແດງການສະໜັບສະໜູນຢ່າງເຂັ້ມແຂງເພື່ອຄວາມສະເໝີພາບທາງເພດ ແລະ ຄວາມເຂັ້ມຂອງແມ່ຍິງ ຖືວ່າເປັນໜຶ່ງໃນບູລິມະສິດທີ່ຍີ່ປຸ່ນໃຫ້ຄວາມສໍາຄັນສູງສຸດ ພ້ອມນັ້ນຍັງໄດ້ສະ ແດງເຈດຈຳນົງທີ່ຈະຮ່ວມມືກັບຍີ່ປຸ່ນ ເພື່ອສື່ສານວຽກງານບູລິມະສິດເຫຼົ່ານີ້ອອກໄປສູ່ສັງຄົມສາກົນ ໃນໄລຍະການຢ້ຽມຢາມໄດ້ພົບກັບຜູ້ນຳຍີ່ປຸ່ນຫຼາຍທ່ານເຊັ່ນ: ທ່ານ ອາເບະ ຊິນໂຊ ອາດິດນາຍົກລັດຖະມົນຕີ ປະທານລັດຖະສະພາ ແລະ ປະທານສະພາຜູ້ແທນລາສະດອນຂອງຍີ່ປຸ່ນ ພ້ອມນັ້ນໄດ້ພົບກັບສະມາຊິກສະພາຍິງ ຜູ້ທີ່ເປັນໜຶ່ງໃນຄະນະສະມາຄົມມິດຕະພາບລັດ ຖະສະພາຢີ່ປຸ່ນ-ລາວ ນອກຈາກການຊຸກຍູ້ສົ່ງເສີມສາຍພົວພັນສອງຝ່າຍທາງດ້ານການເມືອງ ແລະ ການທູດແລ້ວຍັງຊຸກຍູ້ການແລກປ່ຽນສ່ວນບຸກຄົນລະຫວ່າງ ການນໍາແມ່ຍິງລະຫວ່າງສອງປະເທດ. ໃນນາມທີ່ເປັນຮອງປະທານປະເທດ ທ່ານໄດ້ສືບຕໍ່ມີສ່ວນຮ່ວມ ໃນການສ້າງຄວາມເຂັ້ມແຂງສາຍພົວພັນສອງຝ່າຍຢີ່ປຸ່ນ ແລະ ສປປ ລາວ ໃນເດືອນສິງຫາ 2021 ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ເຂົ້າຮ່ວມພິທີມອບວັກຊິນ ເພື່ອສົ່ງເສີມມາດຕະການຕ້ານການລະບາດຂອງພະຍາດໂຄວິດ 19 ທີ່ສະໜອງໂດຍປະເທດຢີ່ປຸ່ນ ເຊິ່ງທ່ານໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈຢ່າງຍິ່ງຕໍ່ການປະກອບສ່ວນຂອງລັດຖະບານຍີ່ປຸ່ນ ສະແດງອອກເຖິງສາຍພົວພັນມິດຕະພາບອັນດີງາມລະຫວ່າງສອງປະເທດ.

ພິທີມອບຫຼຽນດັ່ງກ່າວຈັດຂຶ້ນວັນທີ 20 ມັງກອນ 2023 ທີ່ເຮືອນພັກເອກອັກຄາລາຊະທູດຍີ່ປຸ່ນປະຈຳລາວ ໂດຍມີບັນດາການນໍາຂັ້ນສູງ ແລະ ແຂກຖືກເຊີນເຂົ້າຮ່ວມ.

error: Content is protected !!