ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກງານ ຢູ່ແຂວງຫົວພັນ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອ​ມ​ພັນ​ລະ​ຍາ ແລະ ຄະ​ນະ ລົງເຄື່ອນໄຫວເຮັດວຽກຢູ່ແຂວງຫົວພັນ ລະ​ຫວ່າງ ວັນທີ 23-24 ມັງກອນ 2023 ເຊິ່ງໃນຕອນບ່າຍວັນທີ 23 ມັງກອນ 2023 ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ພົບປະໂອ້ລົມ ຕໍ່ພະນັກງານຫຼັກແຫຼ່ງແຂວງຫົວພັນ ທີ່ຫ້ອງວ່າ ການປົ ຄອງແຂວງຫົວພັນ  ໂດຍທ່ານ ໄດ້ຍົກໃຫ້ເຫັນເຖິງສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຜົນສໍາເລັດການ ເຄື່ອນໄຫວວຽກງານການຕ່າງປະເທດໃນໄລຍະຜ່ານມາ ລວມເຖິງທິດທາງຈຸດສຸມໃນການເຄື່ອນໄຫວວຽກໃນຕໍ່ໜ້າ ໂດຍສະ ເພາະໃນແຂວງຫົວພັນ.

ໃນໂອກາດນີ້ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງແຂວງຫົວພັນ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະ ພາບລວມ ແລະ ສະພາບ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫົວພັນ ໂດຍໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດວຽກງານບາງຂົງເຂດໃນ ໄລຍະຜ່ານມາ ແລະ ແຜນການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນຕໍ່ໜ້າ ເຊິ່ງເຫັນວ່າແຂວງຫົວພັນ ຍັງຮັກສາໄດ້ ຄວາມໜັກແໜ້ນທາງດ້ານການເມືອງສັງ ຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ການເປັນ ຢູ່ຂອງປະຊາຊົນໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ ພ້ອມທັງເອົາໃຈໃສ່ຊຸກຍູ່ໃຫ້ຫົວໜ່ວຍການຜະລິດ ແລະ ການບໍລິການ ດ້ານຕ່າງໆ ທີ່ເປັນທ່າແຮງໃນການຂະຫຍາຍຕົວຂອງເສດຖະກິດດີຂຶ້ນເປັນກ້າວໆ ມາຮອດປີ 2022 ລວມຍອດຜະລິດຕະ ພັນພາຍໃນ (GDP) ບັນລຸໄດ້ 4.418,13 ຕື້ກີບ ລາຍໄດ້ສະ ເລ່ຍຕໍ່ຫົວຄົນໄດ້ 14.244.463 ຕໍ່ຄົນຕໍ່ປີ ຫລື ເທົ່າກັບ 919 ໂດລາສະຫະລັດຕໍ່ຄົນຕໍ່ປີ ດ້ວຍຈັງຫວະອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຢູ່ໃນລະດັບ 3,45% ທຽບໃສ່ແຜນ ການປີ 2022 ຍັງບໍ່ທັນບັນລຸ 1,47%.

ພ້ອມນັ້ນ ແຂວງຫົວພັນຍັງໄດ້ສຸມໃສ່ວຽກງານການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດຄື: ການແກ້ໄຂບັນຫາຢາເສບຕິດ ແລະ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ພ້ອມທັງວຽກງານການກໍ່ສ້າງຮາກຖານການເມືອງ ວຽກ ງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.

ໃນ​​ຕອນ​ທ້າຍ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ກໜັກໃນບາງດ້ານໃຫ້ແກ່ການເຄື່ອນໄຫວປະຕິບັດວຽກງານໃນຕໍ່ໜ້າ ໂດຍສະເພາະໃນສະພາບທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ເນື່ອງຈາກຜົນກະ ທົບຈາກການແພ່ລະບາດຂອງພະ ຍາດໂຄວິດ-19 ບວກກັບໄພພິບັດທາງທໍາມະຊາດ ເຊິ່ງແນ່ ນອນມັນໄດ້ກະທົບໃສ່ຊີວິດການເປັນຢູ່ ແລະ ແນວຄິດຈິດໃຈ ຂອງອ້າຍນ້ອງພະນັກງານ ກໍຄື ປະຊາຊົນ ຢູ່ທ້ອງຖິ່ນຕ່າງໆຫຼາຍສົມຄວນ ​ດັ່ງ​ນັ້ນ​ຈຶ່ງ​ຕ້ອງເອົາໃຈໃສ່ຊີ່ນໍາ-ນໍາພາສືບຕໍ່ສຶກສາ ອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ ກໍຄື ພໍ່ແມ່ປະຊາຊົນ ຢ່າງເປັນປົກກະຕິ ໃນຂະນະດຽວກັນກໍໃຫ້ປັບຕົວໃຫ້ ເຂົ້າກັບສະພາບປົກກະຕິແບບໃໝ່ຢ່າງມີປະສິດທິຜົນ ແລະ ທັນການ ໂດຍສະເພາະແມ່ນຕ້ອງປ່ຽນແປງແບບແຜນວິທີ ເຮັດວຽກ ວິທີການດໍາລົງຊີວິດ ຮູບແບບການດໍາເນີນທຸລະກິດ ການພົວພັນຮ່ວມມືສາກົນ ກໍຄື ການພົວພັນທາງສັງຄົມ ໂດຍຫັນເປັນທັນສະໄໝເທື່ອລະກ້າວ.

ໃນການຢ້ຽມຢາມເຮັດວຽກຢູ່ ແຂວງຫົວພັນ ຄັ້ງນີ້ ທ່ານ ຮອງນາຍົກລັດຖະມົນຕີ ໃນ​ຄັ້ງ​ນີ້ຍັງໄດ້ລົງຢ້ຽມຢາມໂຄງການກໍ່ສ້າງ ໂຮງໝໍມິດຕະພາບ ລາວ-ຫວຽດນາມ ແລະ ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ແລະ ເຂົ້າຮ່ວມພິທີປູກຕົ້ນຊາກຸຣະເພີ່ມ ຕື່ມ ທີ່ ເມືອງວຽງໄຊ ເຊິ່ງເປັນໂຄງການປູກຕົ້ນຊະກູຣະ ຢູ່ ສປປ ລາວ ທີ່ເປັນສັນຍາລັກ ແຫ່ງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ສອງປະເທດລາວ ແລະ ຍີ່ປຸ່ນ ອີກດ້ວຍ.

error: Content is protected !!