ພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄໍາໄຊ ຈັດພິທີປະກາດ ແລະ ມອບຂໍ້ຕົກລົງຮັບຮອງຂອງທ່ານເຈົ້າແຂວງ ໃຫ້ໂຮງງານຜະລິດນໍ້າດື່ມແສງແກ້ວ (SK) ເປັນໂຮງງານອຸດສາຫະກຳຕົວແບບແຫ່ງທຳອິດຂອງແຂວງ ພາຍຫຼັງທີ່ສືບຕໍ່ພັດມະນາຂອດການຜະລິດຈົນໄດ້ຮັບລາງວັນໃນລະດັບຕ່າງໆ.

ທ່ານ ນາງ ວຽງນະສອນ ອຸນາລົມ ອຳນວຍການບໍລິສັດ ວັນນະແສງ ການຄ້າ ຈຳກັດ ກ່າວໃນພິທີປະກາດ ແລະ ມອບຂໍ້ຕົກລົງໂຮງງານດັ່ງກ່າວເປັນອຸດສາຫະກຳຕົວແບບວ່າ: ໂຮງງານ ນໍ້າດື່ມບໍລິສຸດ ແສງແກ້ວ ກໍຄືນ້ຳດື່ມວັນ ຕັ້ງຢູ່ຖະໜົນ ເລກ 4B ບ້ານທົ່ງນ້ອຍ ເມືອງປາກຊັນ ແຂວງບໍລິຄຳໄຊ ສ້າງຕັ້ງຂຶ້ນປີ 2017 ໂດຍໄດ້ຮັບການຢັ້ງຢືນຈາກກົມອາຫານ ແລະ ຢາກະຊວງສາທາລະນະສຸກ ເລີ່ມຜະລິດຈໍາໜ່າຍແຕ່ປີ 2018 ເປັນຕົ້ນມາ ຜະລິດນໍ້າດື່ມບັນຈຸຕຸກປລາສຕິກ 4 ຂະໜາດ ຄື:

230 ມີລີລິດ 350 ມີລີລິດ 600 ມີລີລິດ ແລະ 1.500 ມີລີລິດ ໂດຍໄດ້ນຳໃຊ້ເຄື່ອງຈັກທັນສະໄໝ ໄດ້ມາດຖານສາກົນ ມີກຳລັງການຜະລິດ 12.000 ລິດຕໍ່ວັນ ປັດຈຸບັນຈຳໜາຍຢູ່ 6 ເມືອງພາຍໃນແຂວງບໍລິຄໍາໄຊ ແລະ ສາມາດຂະຫຍາຍຕະຫຼາດໄປແຂວງໄຊສົມບູນ ແຂວງຊຽງຊວາງ ແລະ ບາງສໍານັກງານອົງການຢູ່ນະຄອນ ຫຼວງວຽງຈັນ ນອກນີ້ໂຮງງານ ນໍ້າດື່ມບໍລິສຸດ ແສງແກ້ວ ຍັງໄດ້ຮັບຄວາມເຊື່ອໝັ້ນຈາກລູກຄ້າ ໃຫ້ຜະລິດນໍ້າດື່ມພາຍໃຕ້ກາໝາຍທີ່ເປັນອັນສະເພາະຂອງລູກຄ້າ ເປັນຕົ້ນໂຮງແຮມດອກຈຳປາ ໂຮງຮຽນແຕ່ງທອງ ບັນດາຮ້ານອາຫານ ແລະ ບໍລິສັດເອກະຊົນພາຍໃນແຂວງ ແລະ ຕ່າງແຂວງ ຕື່ມອີກ. ຜ່ານການດຳເນີນທຸລະກິດຈົນມາເຖິງປັດຈຸບັນ ເຫັນໄດ້ວ່າ ຍອດຂາຍເພີ່ມຂຶ້ນ 12% ຕໍ່ປີ ສ້າງວຽກເຮັດງານທຳໃຫ້ປະຊາຊົນທ້ອງຖິ່ນໄດ້ຫຼາຍສົມຄວນ ອັນທີ່ພົ້ນເດັ່ນທີ່ສຸດແມ່ນໄດ້ກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ປີ 2019 ແລະ ໄດ້ກາໝາຍ Made in Laos ປີ 2022 ເຊິ່ງເປັນຜະລິດຕະພັນອຸດສາຫະກໍາທໍາອິດຂອງແຂວງ ແລະ ໄດ້ຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ປີ 2021 ແລະ ເປັນໂຮງງານນ້ຳດື່ມແຫ່ງທຳອິດທີ່ໄດ້ຮັບການຢັ້ງຢືນມາດຕະຖານຄວາມປອດໄພ ດ້ານອາຫານ ແລະ ການຜະລິດທີ່ດີສາກົນ (GHP) ເຊິ່ງການຢັ້ງ ຢືນມາດຕະຖານດັ່ງກ່າວ ແມ່ນຮັບຮູ້ໃນທົ່ວໂລກ ແລະ ສາມາດສົ່ງອອກຕ່າງປະເທດ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 19 ມັງກອນ ຜ່ານມາ ເຊິ່ງມອບໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄໍາໄຊ ແລະ ຮັບໂດຍ ທ່ານ ນາງ ວັນນາລີ ເຮືອນນະວົງສາ ປະທານບໍລິສັດ ວັນນະແສງການຄ້າ ຈຳກັດ ມີຜູ້ຕາງໜ້າຈາກສະພາປະຊາຊົນແຂວງ ບັນດາພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

error: Content is protected !!