ຕ້ອຍ ນົນທິລາດ ປູກຜັກກະສິກໍາອິນຊີ ສ້າງລາຍຮັບເຂົ້າສູ່ຄອບຄົວ

ຄອບຄົວນາງ ຕ້ອຍ ນົນທິລາດ ປະຊາຊົນບ້ານເພຍລາດ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ປະກອບອາຊີບປູກຜັກກະສິກໍາອິນຊີ ເປັນສິນຄ້າ ສາມາດສ້າງລາຍຮັບສະເລ່ຍປະມານ 2.000.000-3.000.000 ກີບຕໍ່ເດືອນ.

ນາງ ຕ້ອຍ ນົນທິລາດ ໃຫ້ສໍາພາດວ່າ: ໂດຍອີງໃສ່ທ່າແຮງ ແລະ ພື້ນທີ່ທໍາການຜະລິດທີ່ມີຄວາມອຸດົມສົມບູນ ຈຶ່ງໄດ້ປູກຜັກຕາມລະດູການເປັນສິນຄ້າ ເພື່ອສົ່ງຈໍາໜ່າຍໃຫ້ກັບແມ່ຄ້າຊາວຂາຍຢູ່ຕະຫຼາດບ້າຍເພຍລາດ ແລະ ຕະຫຼາດບ້ານແຮ່ ເມືອງສັງທອງ ນະຄອນຫຼວງວຽງຈັນ ເຊິ່ງໄດ້ເລີ່ມປູກແຕ່ປີ 2016 ເປັນຕົ້ນມາ ໃນເນື້ອທີ່ 2 ໄລ່ ສໍາລັບການປູກແມ່ນເນັ້ນການປູກຜັກກະສິກໍາອິນຊີ ໃສ່ຝຸ່ນຄອກ ຈາກຄອກສັດທີ່ຕົນລ້ຽງ ແລະ ໝູ່ເພື່ອນຊາຍສວນລ້ຽງ ຫຼີກລ່ຽງການນຳໃຊ້ປຸ໋ຍເຄມີ ເພື່ອບໍ່ສົ່ງຜົນກະທົບທັງຜູ້ປູກ ແລະ ລູກຄ້າຜູ້ບໍລິໂພກ.

ສໍາລັບການປູກພືດຜັກຕາມລະດູການຂອງ ນາງ ຕ້ອຍ ນົນທິລາດ ປະກອບມີ ຜັກສະຫຼັດ ຜັກກາດຊອບ ຜັກຫອມປ້ອມ ແລະ ຜັກຊະນິດອື່ນໆ ນອກນັ້ນຍັງມີພືດໃຫ້ໝາກເປັນຕົ້ນ ໜາກອຶ ໝາກນໍ້າ ແລະ ໝາກຖົ່ວ ພາຍຫຼັງທີ່ເກັບຜົນຜະລິດແລ້ວແມ່ນໄດ້ຈັດສົ່ງໃຫ້ແມ່ຄ້າທີ່ຕຕະຫຼາດບ້ານເພຍລາດ ແລະ ຕະຫຼາດບ້ານແຮ່ ເມືອງສັງທອງ ນະຄອນຫຼວງວຽງຈັນ ນອກນັ້ນຍັງມີແມ່ຄ້າຄົນກາງມາຊື້ກັບທີ່ ໂດຍລາຄາຈໍາໜ່າຍແມ່ນອີງຕາມລາຄາຕະຫຼາດໃນແຕ່ລະມື້ ສະເລ່ຍເດືອນໜຶ່ງສາມາດສ້າງລາຍຮັບເຂົ້າສູ່ຄອບຄົວປະມານ 2.000.000-3.000.000 ກີບ.

error: Content is protected !!