ຄະນະພັກ-ຄະນະນໍາເມືອງສັງທອງ ເຂົ້າຮ່ວມວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງກອງທັບ

ວັນທີ 20 ມັງກອນ 2023 ຄະນະພັກ ຄະນະນໍາ ເມືອງສັງທອງ ນຳໂດຍ ສະຫາຍ ພົງສະຫວັນ ສີລິພັນ ເລຂາຄະນະພັກ ເຈົ້າເມືອງສັງທອງ ພ້ອມດ້ວຍຄະນະ ນາຍ ແລະ ພົນທະຫານ ນາຍພົນຕໍາຫຼວດ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ອານຸສະຖານ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ແລະ ທ່ານ ສີທອງ ວິລະຊົນ ແຫ່ງຊາດລາວ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023).

ການວາງກະຕ່າດອກໄມ້ ຄັ້ງນີ້ ແມ່ນເພື່ອໄວ້ອາໄລເຖິງດວງວິນຍານຂອງທ່ານຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ແລະ ບັນພະບູລຸດລາວ ກໍຄື ບັນດາສະຫາຍນັກຮົບປະຕິວັດທີ່ເສຍສະຫຼະຊີວິດ ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ຈົນໄດ້ຮັບໄຊຊະນະຄັ້ງຍິ່ງໃຫຍ່ ແລະ

ສະຖາປານາເປັນສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ພວກເພິ່ນເຫຼົ່ານັ້ນໄດ້ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ ເຊິ່ງຜົນງານ ແລະ ຄຸນງາມຄວາມດີຂອງພວກເພິ່ນໄດ້ຈາລຶກໄວ້ໃນຄວາມຊົງຈຳຂອງພະນັກງານ-ນັກຮົບ ແລະ ຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄປ ພາບ-ຂ່າວ: ເມືອງສັງທອງ

error: Content is protected !!