ກະຊວງການເງິນ ມອບເຄື່ອງພ້ອມເງິນ ຊຸກຍູ້ໃຫ້ສູນເສຍອົງຄະພິເສດ 790

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ນຳເອົາຜ້າຫົ່ມ ແລະ ມຸ້ງຈໍານວນ 188 ຊຸດ ພ້ອມດ້ວຍເຄື່ອງອຸປະໂພກ-ບໍລິໂພກອີກຫຼາຍລາຍການ ພ້ອມດ້ວຍເງິນຊຸກຍູ້ຈໍານວນ 50 ລ້ານກີບ ລວມມູນຄ່າທັງໝົດເກືອບ 100 ລ້ານກີບມອບໃຫ້ສູນຜູ້ເສຍອົງຄະພິເສດ 790 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນ ປະຕິວັດລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023).

ໂອກາດນີ້ ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ມີຄຳເຫັນບາງຕອນສຳຄັນວ່າ: ເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ ຄົບຮອບ 74ປີ ຕາງໜ້າໃຫ້ພະນັກງານ-ລັດຖະກອນຂະແໜງການເງິນທົ່ວປະເທດ ຂໍສະແດງຄວາມຮູ້ບຸນຄຸນອັນຫຼົ້ນເຫຼືອຕໍ່ນ້ຳໃຈເສຍສະຫຼະທັງກາຍ ແລະ ໃຈຕໍ່ພາລະກິດຕໍ່ສູ້ກູ້ຊາດ ເຮັດໃຫ້ປະເທດຊາດຢູ່ເຢັນເປັນສຸກຈົນຮອດທຸກມື້ນີ້ ພວກເຮົາເປັນພະນັກງານໜຸ່ມນ້ອຍຂະແໜງການເງິນຂໍຮຽນຮູ້ຄວາມຄວາມພິລະອາດຫານນ້ຳໃຈເສຍສະຫຼະຂອງບັນດາພະນັກງານເສຍອົງຄະ ແລະ ພະນັກງານບຳນານອາວຸໂສ ມາໝູນໃຊ້ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຍືນຍົງຂຶ້ນເປັນກ້າວໆ ຕໍ່ກັບພະນັກງານເສຍອົງຄະທາງການນຳຂັ້ນສູງຍາມໃດກໍຖືເປັນບັນຫາສຳຄັນ ໃນການຊ່ວຍເຫຼືອພະນັກງານ ແລະ ໄດ້ມີການຄົ້ນຄວ້ານະໂຍບາຍຕ່າງໆໃຫ້ການຊ່ວຍເຫຼືອເບິ່ງແຍງນັກຮົບປະຕິວັດຢ່າງເອົາໃຈໃສ່ດ້ວຍດີຕະຫຼອດມາ.

ພິທີມອບເຄື່ອງດັ່ງກ່າວ ຈັດຂຶ້ນໃນວັນທີ 20 ມັງກອນ 2023 ກ່າວມອບໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ແລະ ກ່າວຮັບໂດຍ ທ່ານ ພັທ ບຸນມີ ອິນທະວົງສາ ຫົວໜ້າຫ້ອງການເມືອງສູນເສຍອົງຄະພິເສດ 790 ພ້ອມດ້ວຍຄະນະເຂົ້າຮ່ວມ.

error: Content is protected !!