ເປີດກອງປະຊຸມສະຫຼຸບວຽກງານ ຖ​ວ​ທ ປະຈຳປີ 2022

ກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທົ່ວປະ ເທດ ປະຈຳປີ 2022 ແລະ ວາງ ທິດທາງແຜນການປະຈຳປີ 2023 ຈັດຂຶ້ນໃນວັນທີ 23-24 ມັງກອນນີ້ ທີ່ຫໍວັດທະນະທຳແຫ່ງຊາດ ພາຍໃຕ້ການເປັນປະ ທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງ ຖວທ ມີຮອງລັດຖະ ມົນຕີ ຮອງເຈົ້າແຂວງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຊີ້ນຳວຽກງານ ຖວທ ບັນດາຫົວໜ້າກົມ ຮອງກົມ ຫົວໜ້າພະແນກ ຖວທ ແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ທ່ານ ນາງ ສວນສະຫວັນ ວິຍະເກດ ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອພ້ອມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກ ງານ ຖວທ ໃນ 1 ປີຜ່ານມາຢ່າງພາວະວິໄສ ຖືກຕ້ອງສອດຄ່ອງກັບແຜນພັດທະນາວຽກງານ ຖວທ ຕົວຈິງ ເພື່ອສັງ ລວມເອົາ ບັນດາຄຳຄິດຄຳເຫັນຂອງຜູ້ແທນກອງປະຊຸມຢ່າງກວ້າງຂວາງ ແລະ ຈິງໃຈ ເພື່ອປະກອບເຂົ້າໃນຮ່າງບົດສະຫຼຸບຕີລາຄາການ ຈັດຕັ້ງປະຕິບັດວຽກງານ ຖວທ ປະຈຳປີ 2022 ແລະ ວາງທິດທາງແຜນ ການປະຈໍາປີ 2023 ໃຫ້ມີເນື້ອໃນຄົບຖ້ວນສົມບູນ.

ວຽກງານ ຖວທ ແມ່ນວຽກງານຊຸກຍູ້ສົ່ງເສີມ ພັດທະນາຄົນ ແລະ ສັງຄົມ ແມ່ນວຽກງານສ້າງພື້ນຖານອາລິຍະທຳທາງດ້ານ ຈິດໃຈຂອງສັງຄົມ ເຊິ່ງເປັນປັດໄຈປະກອບສ່ວນເຂົ້າໃນການຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງຊາດເຮົາໃຫ້ທຽບ ທັນກັບບັນດາປະເທດຕ່າງໆ ແລະ ສາມາດເຂົ້າຮ່ວມກັບກະແສຄວາມກ້າວໜ້າຂອງຂະບວນວິວັດແຫ່ງການພັດທະ ນາໃນໂລກ ຄະນະພັກ ຄະນະນຳແຕ່ລະຂັ້ນທັງສູນກາງ ແລະ ທ້ອງຖິ່ນໄດ້ມີຄວາມຮັບຜິດຊອບສູງປະກອບສ່ວນເຂົ້າໃນ ການນໍາພາ-ຊີ້ນຳວຽກງານ ຖວທ ຢ່າງໃກ້ຊິດຕິດແທດ ເຊິ່ງສະແດງອອກໃນການເອົາໃຈໃສ່ກຳນົດບັນດາແຜນການ ແຜນງານ ແລະ ໂຄງການຈຸດສຸມຂອງວຽກງານ ຖວທ ເຂົ້າໃນແຜນພັດທະນາທັງຂັ້ນສູນກາງ ແລະ ທ້ອງຖິ່ນຢ່າງຖືກຕ້ອງສອດຄ່ອງ ພະນັກງານ-ລັດຖະກອນທົ່ວຂະແໜງການ ຖວທ ໄດ້ມີຄວາມຫ້າວຫັນປະຕິບັດໜ້າທີ່ຂອງຕົນ ບັນດາກົມ ກອງອ້ອມຂ້າງ ກະຊວງ ແລະ ບັນດາພະແນກ ຖວທ ແຂວງ ແລະ ນະຄອນຫຼວງ ກໍໄດ້ເປັນເຈົ້າການປະຕິບັດໜ້າທີ່ການເມືອງດ້ວຍຄວາມ ຮັບຜິດຊອບສູງ ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນຳກະຊວງ ກໍຄື ຄະນະພັກ ແລະ ອຳ ນາດການປົກຄອງທ້ອງ ຖິ່ນອັນໄດ້ເຮັດໃຫ້ວຽກງານ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ສືບຕໍ່ຂະຫຍາຍຕົວ ແລະ ໄດ້ຮັບການປັບປຸງດີ ຂຶ້ນກວ່າເກົ່າທັງດ້ານປະລິມານ ແລະ ຄຸນນະພາບ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງ ປະເທດໃຫ້ມີຄວາມເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ ປະກອບສ່ວນເຮັດໃຫ້ຊາດເຮົາມີຄວາມສະ ຫງົບ ມີສະຖຽນລະພາບ ແລະ ຄວາມໝັ້ນຄົງທາງດ້ານການເມືອງທີ່ໜັກແໜ້ນ ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ແລະ ມີຊີວິດການເປັນ ຢູ່ທາງດ້ານວັດຖຸກໍຄືຈິດໃຈນັບມື້ນັບດີຂຶ້ນ.

ຄຽງຄູ່ກັບດ້ານຕັ້ງໜ້າເຫັນວ່າ: ວຽກງານງານ ຖວທ ກໍຍັງມີບາງຈຸດອ່ອນ-ຂໍ້ຄົງຄ້າງຢູ່ບໍ່ໜ້ອຍອັນເປັນພື້ນຖານທ່ວງດຶງການ ພັດທະນາວຽກງານ ຖວທ ໃນທາງກົງ ແລະ ທາງອ້ອມ ບວກກັບສະພາບໄພເງິນເຟີ້ ຄ່າຄອງຊີບສູງ ແລະ ນໍ້າມັນແພງຍິ່ງ ເຮັດໃຫ້ສະພາບລວມການຈັດຕັ້ງປະຕິບັດວຽກງານວິຊາສະເພາະຢູ່ທັງສູນກາງ ແລະ ທ້ອງຖິ່ນພົບຄວາມຫຍຸ້ງຍາກຂຶ້ນຕື່ມ ຂາດຄວາມຕໍ່ເນື່ອງເປັນສາເຫດອັນໜຶ່ງທີ່ເຮັດໃຫ້ພວກເຮົາບໍ່ສາມາດບັນລຸຜົນສຳເລັດໃນບາງວຽກງານໄດ້ຕາມແຜນການ ແຜນງານ ໂຄງການ ແລະ ຄາດໝາຍສູ້ຊົນຕ່າງໆທີ່ວາງໄວ້ ເຖິງຢ່າງໃດກໍຕາມໂດຍລວມຂໍຢືນຢັນວ່າ: ການຈັດຕັ້ງປະຕິບັດ ວຽກງານຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໃນ 1 ປີຜ່ານມາ ແມ່ນຍັງສືບຕໍ່ເຮັດ ໜ້າທີ່ການເມືອງຂອງຕົນໄດ້ເປັນ ຢ່າງດີ ມີຜົນສຳເລັດຫຼາຍດ້ານ ແລະ ມີອັນພົ້ນເດັ່ນ; ແຕ່ກໍປາສະຈາກບໍ່ໄດ້ບາງວຽກງານ ທີ່ຍັງບໍ່ທັນສາມາດຈັດຕັ້ງປະຕິບັດ ໄດ້ຕາມແຜນການທີ່ໄດ້ກຳນົດໄວ້ ໃນປີ 2022.

ສະນັ້ນ ຮຽກຮ້ອງມາຍັງບັນດາທ່ານຜູ້ແທນກອງປະຊຸມຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າລົົງເລິກຕີລາຄາບົນພື້ນຖານຮ່າງບົດສະ ຫຼຸບວຽກງານ ຖວທ ປະຈຳປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ເພື່ອປະກອບຄໍາຄິດຄໍາເຫັນຢ່າງກວ້າງຂວາງ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ເພື່ອພ້ອມກັນເສີມຂະຫຍາຍດ້ານຕັ້ງໜ້າໄປຄຽງຄູ່ກັບການຕີລາຄາ ດ້ານອ່ອນ-ຂໍ້ຄົງຄ້າງ ຊອກຫາສາເຫດທີ່ພາໃຫ້ມີດ້ານດີ-ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ໃຫ້ມີຄວາມສອດຄ່ອງ ແລະ ເໝາະສົມກັບສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງໃນ 1 ປີຜ່ານມາຢ່າງພາວະວິໄສ ເພື່ອຄວາມເປັນເອກະພາບ ກັນໃນດ້ານ ທັດສະນະແນວຄິດ ຕໍ່ກັບທິດທາງແຜນການ ແລະ ມາດຕະການໃນການຈັດຕັ້ງປະຕິ ບັດໃນຕໍ່ໜ້າຂອງວຽກງານ ຖວທ ໃຫ້ມີປະສິດທິຜົນ ມີບາດກ້າວຂະຫຍາຍຕົວໃໝ່ທີ່ເຂັ້ມແຂງ ໜັກແໜ້ນ ແລະ ຍາດໄດ້ຜົນງານອັນໃຫຍ່ຫຼວງກວ່າ ເກົ່າ.

ພາ​ບ​-ຂ່າວ ໜັງ​ສື​ພິມ​ປະ​ຊາ​ຊົນ

error: Content is protected !!