ລັດ​ຖະ​ບານ ສືບຕໍ່ສູ້ຊົນຮັກສາ ສະຖຽນລະພາບ ທາງດ້ານເສດຖະກິດ ໃຫ້ມີຄວາມໝັ້ນທ່ຽງ

ປີ 2023 ລັດ​ຖະ​ບານ ໄດ້​ວາງ​ແຜ​ນ​ວຽກ​ຈຸດ​ສຸມ ໂດ​ຍ​ສຸມ​ໃສ່ສືບຕໍ່ສຸມໃສ່ສູ້ຊົນຮັກສາສະຖຽນລະພາບທາງດ້ານເສດຖະ ກິດການເງິນ-ເງິນຕາ ໃຫ້ມີຄວາມໝັ້ນທ່ຽງ ເດັດຂາດບໍ່ໃຫ້ຕົກເຂົ້າໃນວິກິດ ໄປຄ່ຽງຄູ່ກັບການປະຕິບັດບັນ ດາຄາດໝາຍ ການພັດທະນາເສດຖະກິດ-ສັງຄົມ.

ຕາມ​ການ​ຖະ​ແຫຼງ​ຂ່າວຂອງ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ຕໍ່​ກັບກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ໃນວັນທີ 20 ມັງ ກອນ ມີ​ບາງ​ຕອ​ນ​ລະ​ບຸວ່າ: ສໍາລັບແຜນວຽກຈຸດສຸມ ໃນປີ 2023 ຕົ້ນຕໍ ແມ່ນສືບຕໍ່ສຸມໃສ່ສູ້ຊົນຮັກສາສະຖຽນລະພາບ ທາງ ດ້ານເສດຖະ ກິດການເງິນ-ເງິນຕາ ໃຫ້ມີຄວາມ ໝັ້ນທ່ຽງ ເດັດຂາດບໍ່ໃຫ້ຕົກເຂົ້າໃນວິກິດ ໄປຄ່ຽງຄູ່ກັບການປະຕິບັດບັນ ດາຄາດໝາຍການພັດທະນາເສດ ຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບ 2 ວາລະແຫ່ງ ຊາດ ຕາມທີ່ໄດ້ກຳນົດໄວ້.

ສຳ​ລັ​ບບັນດາໜ້າວຽກຈຸດສຸມຕົວຈິງຈໍານວນໜຶ່ງມີດັ່ງນີ້:

  • ສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເຮັດໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທຸກຂັ້ນ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນ ຢ່າງໜັກແໜ້ນ ແລະ ເຂັ້ມແຂງ ສາມາດຮັບ ປະກັນສະຖຽນລະພາບທາງ ດ້ານການເມືອງ ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນ ຖານ ພ້ອມກັນນັ້ນ ກໍເພີ່ມທະວີ ຄວາມເອົາໃຈໃສ່ ໃນວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ໜັກແໜ້ນ ແລະ ເຂັ້ມແຂງຂຶ້ນ.
  • ສືບຕໍ່ເລັ່ງແກ້ໄຂສະພາບຄວາມບອບບາງດ້ານເສດຖະກິດມະຫາພາກ ໃນນີ້ ຈະໄດ້ສຸມໃສ່ເປັນພິ ເສດແມ່ນ:

– ການເກັບລາຍຮັບ ໃຫ້ໄດ້ຕາມແຜນການ ຫຼື ເກີນແຜນ ເປັນປີທີ 3 ຕິດຕໍ່ກັນ ເພື່ອມີທຶນຮອນມາຮອງຮັບການແກ້ ໄຂບັນຫາທີ່ເຄັ່ງຮ້ອນ ໃນນັ້ນ ຈະໄດ້ສຸມໃສ່ຊຸກຍູ້ໃຫ້ມີຖານລາຍຮັບໃໝ່ ແລະ ຍູ້ແຮງການຫັນການເກັບລາຍຮັບເປັນ ທັນສະໄໝຢ່າງແຂງແຮງ ທັງກວມລວມກວ້າງຂວາງໃນທຸກຂົງເຂດ.

– ສືບຕໍ່ປະຕິບັດບັນດານິຕິກຳທີ່ລັດຖະບານວາງອອກ ທີ່ກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຈຳກັດການຮົ່ວໄຫຼຂອງ ລາຍຮັບງົບປະມານລັດ ການປະຢັດ ແລະ ຕ້ານການຟຸມເຟືອຍ ການນໍາໃຊ້ລົດຂອງລັດ ແລະ ອື່ນໆ ໃຫ້ເຂັ້ມງວດ ແລະ ເປັນ ຮູບປະທຳຫຼາຍຂຶ້ນ.

– ສືບຕໍ່ແກ້ໄຂໜີ້ສິນສາທາລະນະ ພ້ອມກັນນັ້ນ ກໍຄົ້ນຄວ້າ ແລະ ຈັດສັນແຫຼ່ງທຶນ ເພື່ອມາແກ້ໄຂໜີ້ສິນການລົງທຶນຂອງລັດ ເພື່ອຊ່ວຍຜູ້ຮັບເໝົາໂຄງການ ສາມາດສືບຕໍ່ດຳເນີນທຸລະກິດໄດ້ ນອກນັ້ນ ກໍຈະໄດ້ສືບຕໍ່ສຸມໃສ່ປັບປຸງປະສິດທິຜົນຂອງການ ລົງທຶນຂອງລັດໃຫ້ດີຂຶ້ນ ຢຸດຕິການຈັດສັນທຶນໃສ່ໂຄງການໃໝ່ ທີ່ບໍ່ມີປະສິດທິຜົນ ແລະ ສຸມໃສ່ໂຄງການລົງທຶນ ເພື່ອແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເປັນບູລິມະສິດ.

– ສືບຕໍ່ເອົາໃຈໃສ່ເປັນພິເສດ ຕໍ່ການຄຸ້ມຄອງອັດຕາແລກປ່ຽນ, ລາຄາສິນຄ້າ, ປະລິມານເງິນ M2 ແລະ ອັດຕາເງິນເຟີ້ ໃຫ້ຢູ່ ໃນລະດັບທີ່ຄຸ້ມຄອງໄດ້ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ຄັງແຮສໍາຮອງເງິນຕາຕ່າງ ປະເທດ ສືບຕໍ່ສຸມໃສ່ແກ້ໄຂບັນຫາການ ສະໜອງນໍ້າມັນເຊື້ອໄຟ ໃຫ້ເປັນປົກກະຕິ ດ້ວຍການນໍາໃຊ້ມາດຕະການຕ່າງໆ ໂດຍຖືເອົາມາດຕະການເສດຖະກິດ ແລະ ຕາມກົນໄກຕະຫຼາດເປັນຕົ້ນຕໍ ໄປຄຽງຄູ່ກັບການສ້າງມາດຕະການແກ້ໄຂໃນໄລຍະກາງ ແລະ ໄລຍະຍາວສົ່ງເສີມການນຳ ໃຊ້ເງິນກີບຕາມກົດໝາຍກຳນົດ ໃຫ້ມີປະສິດທິຜົນ.

  • ສືບຕໍ່ປະຕິຮູບລັດວິສາຫະກິດ ໃຫ້ມີປະສິດທິຜົນທາງດ້ານເສດຖະກິດ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ໂດຍສະເພາະ ຫົວໜ່ວຍລັດວິສາຫະກິດ ທີ່ໄດ້ກຳນົດໃນແຜນຂອງການປະຕິຮູບຂອງລັດຖະບານ.
  • ສືບຕໍ່ເລັ່ງປັບປຸງກົນໄກອຳນວຍຄວາມສະດວກໃນການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນໃຫ້ດີຂຶ້ນ ໂດຍລັດຖະ ບານຈະກຳນົດໜ້າວຽກທີ່ຈະປັບປຸງ ແລະ ແບ່ງຄວາມຮັບຜິດຊອບໃນການປັບປຸງໃຫ້ລະ ອຽດ ນອກນັ້ນ ຈະສືບຕໍ່ເລັ່ງ ຊຸກຍູ້ ແລະ ສົ່ງເສີມບັນດາໂຄງການລົງທຶນຂອງຕ່າງປະເທດ ທີ່ໄດ້ອະນຸມັດແລ້ວ ໃຫ້ມີຄວາມຄືບໜ້າ ແລະ ມີຜົນໄດ້ ຮັບຕົວຈິງຕາມແຜນທີ່ວາງໄວ້.
  • ຄົ້ນຄວ້າ ແລະ ຈັດສັນແຫຼ່ງທຶນ ເພື່ອສົ່ງເສີມໃຫ້ຜູ້ປະກອບການຜະລິດພາຍໃນ ຕິດພັນກັບການປຸງແຕ່ງກະສິກຳເປັນ ສິນຄ້າ ເພື່ອສົ່ງອອກທົດແທນການນຳເຂົ້າ ໂດຍມີເງື່ອນໄຂທີ່ລະອຽດ ຮັດກຸມ ແລະ ໂປ່ງໃສ ເພື່ອໃຫ້ການປະຕິບັດ ນະໂຍບາຍດັ່ງກ່າວ ມີຈຸດສຸມ ແລະ ຖືກເປົ້າໝາຍ ພ້ອມກັນນັ້ນ ກໍຮີບຮ້ອນຄົ້ນຄວ້ານະໂຍບາຍສິນເຊື່ອດອກເບ້ຍຕ່ຳ ເພື່ອສະເໜີລັດຖະບານພຈາລະນາ ຕົກລົງ.
  • ເພີ່ມຄວາມເອົາໃຈໃສ່ປະເມີນຄວາມຄືບໜ້າການຈັດຕັ້ງປະຕິບັດວຽກຈຸດສຸມພັດທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ ຂອງປະຊາຊົນບັນດາເຜົ່າ ຕິດພັນກັບການກໍ່ສ້າງຮາກຖານການເມືອງ.
  • ຊຸກຍູ້ປຸກລະດົມສ້າງສະຕິໃຫ້ທຸກພາກສ່ວນທົ່ວສັງຄົມ ພ້ອມກັນປະຕິບັດແນວທາງນະໂຍ ບາຍການປະຢັດມັດທະຍັດ ດ້ວຍຄວາມຮັບຜິດຊອບ ແລະ ຕື່ນຕົວສູງ ສ້າງຄວາມເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ຍົກສູງນໍ້າໃຈຮັກຊາດໃຫ້ສູງຂຶ້ນ ໃນສະພາບທີ່ເສດຖະກິດ-ການເງິນ ມີຄວາມຫຍຸ້ງຍາກ.
  • ສືບຕໍ່ເອົາໃຈໃສ່ປະຕິບັດບັນດາຄາດໝາຍ ໃນຂົງເຂດວັດທະນະທຳ-ສັງຄົມ ຈັດສັນໂກຕາລັດຖະ ກອນໃໝ່ ແລະ ມີ ນະໂຍບາຍຕໍ່ຄູ-ແພດອາສາສະໝັກ ໂດຍສະເພາະ ຜູ້ທີ່ເຮັດວຽກຫຼາຍປີໃນເຂດຫ່າງໄກສອກຫຼີກ ສະໜອງອຸປະກອນ ການຮຽນ-ການສອນ ປຶ້ມຕຳລາຮຽນໃນສາຍສາມັນສຶກສາ ແລະ ໂຮງຮຽນວິຊາຊີບ ໃຫ້ທົ່ວເຖິງ ເອົາໃຈໃສ່ວຽກງານໂພ ສະນາການອາຫານຂອງເດັກ ປັບປຸງລະບົບປະກັນສຸຂະພາບ ເພື່ອໃຫ້ກອງທຶນເຂັ້ມແຂງ ແລະ ຍືນຍົງ ລັດຖະບານ ປະກອບສ່ວນສ້າງ ແລະ ສ້ອມແປງເສັ້ນທາງເຂົ້າສູ່ແຫຼ່ງທ່ອງທ່ຽວ ທີ່ເປັນເປົ້າໝາຍ ຄຽງຄູ່ກັບການສົ່ງເສີມພາກສ່ວນທຸ ລະກິດ ສືບຕໍ່ລົງທຶນພັດທະນາ ແລະ ຟື້ນຟູແຫຼ່ງທ່ອງທ່ຽວ ພັດທະນາສີມືແຮງງານໃຫ້ມີຄຸນນະພາບ ສາມາດຕອບສະ ໜອງຄວາມຕ້ອງການຂອງຕະຫຼາດແຮງງານ.
  • ສືບຕໍ່ພົວພັນຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ສາກົນຕາມແນວທາງການຕ່າງປະເທດຂອງພັກ ໂດຍສະ ເພາະ ເພື່ອນມິດຍຸດທະສາດ ເສີມຂະຫຍາຍສາຍພົວພັນກັບບັນດາປະເທດເພື່ອນບ້ານ ແລະ ປະເທດອື່ນໆ ລວມທັງ ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອ ແລະ ການຮ່ວມມື ເອົາໃຈໃສ່ຕິດຕາມສະພາບ ການ ຂອງໂລກຢ່າງໃກ້ຊິດ ເພື່ອມີທັດສະນະ ແລະ ມາດຕະການ ຮັບມືແຕ່ຫົວທີ ແລະ ທັນການ ສຸມໃສ່ກະກຽມຄວາມ ພ້ອມ ທີ່ສໍາຄັນ ແລະ ຈໍາເປັນ ໃນການເປັນປະທານກອງປະຊຸມສຸດຍອດອາຊຽນ ໃນປີ 2024 ຕ້ອນຮັບການຢ້ຽມຢາມ ທາງການຂອງການນໍາຂັ້ນສູງຂອງຕ່າງປະເທດ ແລະ ການເຄື່ອນໄຫວຕ່າງປະເທດຂອງການນໍາລາວເຮົາຕາມແຜນ ການ.
  •  ກະກຽມເນື້ອໃນເພື່ອລາຍງານກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍສະເພາະ ການສະຫຼຸບກາງສະໄໝ ສະຫຼຸບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ລວມທັງ ກະກຽມກອງປະຊຸມຮ່ວມລັດຖະ ບານ ກັບສະພາແຫ່ງຊາດ.
error: Content is protected !!