ລັດ ເລັ່ງ​ປັບ​ປຸງ​ຕື່ມ​ບາງ​ຈຸດ ສູ້​ຊົນ​ການ​ເກັບ​ລາຍ​ຮັບ​ຢູ່​ບັນ​ດາ​ດ່ານ​ສາ​ກົນ ຫັນ​ເປັນ​ທັນ​ສະ​ໄໝ 100%

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2022 ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ 19-20 ມັງ​ກອນ 2023 ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການພາກສ່ວນກ່ຽວຂ້ອງປັບປຸງຕື່ມບາງຈຸດ ຕາມການປະກອບຄຳເຫັນຂອງກອງປະຊຸມ ໂດຍສະເພາະ ໃນປີ 2023 ຕ້ອງສູ້ຊົນຫັນການເກັບລາຍຮັບ ຢູ່ບັນດາດ່ານສາກົນ ເປັນທັນສະໄໝ ໃຫ້ໄດ້ 100%.

ຕາມ​ບົດ​ຖ​ຖິຫຼອງ​ຂ່າວ​ຂອງ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ກ່ຽວ​ກັບກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ໃນວັນທີ 20 ມັງ ກອນ ມີ​ບາງ​ຕອ​ນ​ລະ​ບຸວ່າ:  ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2022 ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງ ເອົາບົດລາຍງານສະພາບການ ຈັດຕັ້ງປະຕິບັດ ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ເປັນທັນສະໄໝ ໃນປີ 2022 ແລະ ສະເໜີແຜນວຽກຕົວຈິງ ແລະ ແຜນແບ່ງຄວາມຮັບຜິດຊອບ ໃນການຫັນການເກັບລາຍຮັບເປັນທັນສະໄໝ ໃນ ປີ 2023 ແຕ່ໃຫ້ພາກສ່ວນກ່ຽວຂ້ອງປັບປຸງຕື່ມບາງຈຸດ ຕາມການປະກອບຄຳເຫັນຂອງກອງປະຊຸມ ໂດຍສະເພາະ ໃນປີ 2023 ຕ້ອງສູ້ຊົນຫັນການເກັບລາຍຮັບ ຢູ່ບັນດາດ່ານສາກົນ ເປັນທັນສະໄໝ ໃຫ້ໄດ້ 100% ແລະ ຫັນການເກັບລາຍຮັບຈາກ ຄ່າທຳນຽມ ແລະ ຄ່າບໍລິການ ຕາມແຜນທີ່ໄດ້ກຳນົດໄວ້.

ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນນຕີ ເປັນເຈົ້າການສົມທົບກັບກະຊວງການເງິນ ຫັນເອົາບັນດາໜ້າວຽກ ຕົວ ຈິງ ໃນການຫັນການເກັບລາຍຮັບເປັນທັນສະໄໝ ໃນປີ 2023 ບັນຈຸເຂົ້າໃນເນື້ອໃນຂອງດໍາລັດ ວ່າດ້ວຍການກຳນົດ ໜ້າວຽກຕົວ ຈິງ ແລະ ການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ແຜນ ງົບປະມານແຫ່ງລັດ ແຜນເງິນຕາ ແລະ ແຜນການແກ້ໄຂຜົນການກວດສອບ ເພື່ອເປັນບ່ອນອີງໃຫ້ຂະແໜງການກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ແລະ ຊຸກຍູ້ຕິດຕາມ.

error: Content is protected !!