ກອງປະຊຸມສະຫຼຸບວຽກງານສະຖິຕິທົ່ວປະເທດ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023ໄດ້ອັດລົງໃນວັນທີ 20 ມັງກອນ 2023 ທີ່ ສູນສະຖິຕິແຫ່ງຊາດໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ (ລມຕ ຜທ) ມີ ທ່ານ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍຫົວໜ້າ ສູນສະຖິຕິແຫ່ງຊາດປະຈຳແຂວງ ນະຄອນຫຼວງວຽງຈັນ ຫົວໜ້າ ຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ນຳເອົາທິດຊີ້ນຳຈາກ ກອງປະຊຸມວຽກງານຂອງຂະແໜງແຜນການ ແລະ ການລົງທຶນໃນຂົງເຂດສະຖິຕິມາຄົ້ນຄວ້າຜັນຂະຫຍາຍ ພ້ອມກັນນັ້ນກໍຄົ້ນຄ້ວາສ້າງແຜນຈັດຕັ້ງຜັນຂະຫຍາຍ 9 ແຜນວຽກຈຸດສຸມ 2023 ທີ່ກຳນົດໄວ້ໃນແຜນວຽກຈຸດສຸມຂອງກະຊວງແຜນການ ແລະ ການລົງທຶນໃນປີ 2023 ໃນຂົງເຂດສະຖິຕິອອກເປັນແຜນເຄື່ອນໄຫວ ຂອງຫ້ອງການ ແລະ ບັນດາກົມທີ່ຂຶ້ນກັບສູນສະຖິຕິແຫ່ງຊາດ ການປະສານສົມທົບກັບບັນດາກະຊວງ ແລະ ຂະແໜງການ ແລະ ທ້ອງຖິ່ນຕ່າງໆໃນຂອບເຂດທົ່ວປະເທດເພື່ອສືບຕໍ່ປັບປຸງບັນດາກົນໄກມາດຕະການທີ່ຈະນຳໃຊ້ເພື່ອຊູກຍູ້ການຈັດຕັ້ງປະຕິບັດແຜນປີ 2023 ໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.


ໃນໂອກາດນີ້ ທ່ານ ຄຳເຈນ ວົງໂພສີ ໄດ້ເປັນກຽດໂອ້ລົມໂດຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານໃນຂົງເຂດການຜະລິດ ແລະ ການເຜີຍແຜ່ສະຖິຕິທາງການດ້ວຍລະບົບການລາຍງານບໍລິຫານ ກໍຄືຈາກການສຳຫຼວດຕ່າງໆ ທີ່ ຍາດມາໄດ້ດີກວ່າເກົ່າໃນປີຜ່ານມາສາມາດໄດ້ຮັບໃຊ້ເຂົ້າໃນວຽກງານການວາງແຜນ ກຳນົດນະໂຍບາຍ ແລະ ການສະຫຼຸບຕີລາຄາຜົນສຳເລັດຂອງແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະຂັ້ນໃນແຕ່ລະໄລຍະຄຽງຄູ່ກັບຜົນງານດ້ານດີພວກ ເຮົາຍັງຕ້ອງໄດ້ພ້ອມກັນບຸກບືນສູ້ຊົນຕື່ມໃນປີ 2023 ຫັນປ່ຽນໃໝ່ຢ່າງແຂງແຮງ ຍົກສູງການຜະລິດຂໍ້ມູນສະຖິຕິກ້າວຂຶ້ນ ສູ່ຄຸນນະພາບໃໝ່ທີ່ດີກວ່າເກົ່າຍ້ອນວ່າຄວາມຕ້ອງການນຳໃຊ້ຂໍ້ມູນແມ່ນສຳຄັນ ແລະ ຈຳເປັນທີ່ສຸດ ປະເທດໜຶ່ງ ຂະແໜງ ການໜຶ່ງ ຫຼື ທ້ອງຖິ່ນໜຶ່ງ ຢາກວາງແຜນພັດທະນາຖືກທິດກ່ອນອື່ນຕ້ອງມີຂໍ້ມູນທີ່ຄົບຖ້ວນ ຖືກຕ້ອງຊັດເຈນ ທັນເວລາ ແລະ ເຊື່ອຖືໄດ້ ຈຶ່ງຮຽກຮ້ອງໃຫ້ສືບຕໍ່ເສີມຂະຫຍາຍຫົວຄິດປະດິດສ້າງ ເລີ່ມຈາກການຄົ້ນຄິດທີ່ມີລັກສະນະມີການປ່ຽນ ແປງໃໝ່ແບບບຸກທະລຸຢ່າງແທ້ຈິງ ການຫັນໄປສູ່ທັນສະໄໝໃນວຽກງານສະຖິຕິ ການນໍາໃຊ້ເຕັກໂນໂລຊີ ການເຊື່ອມໂຍງ ຖານຂໍ້ມູນຍັງເປັນບັນຫາທີ່ຈະຕ້ອງໄດ້ເອົາໃຈໃສ່ ສຳຄັນທີ່ສຸດແມ່ນຄຽງຄູ່ກັບການສ້າງຄວາມເຂັ້ມແຂງໃຫ້ສູນສະຖິຕິແຫ່ງຊາດ ແມ່ນການສ້າງເຂັ້ມແຂງໃຫ້ແກ່ທ້ອງຖິ່ນທີ່ເປັນຮາກຖານ ທັງເປັນພື້ນຖານໃຫ້ລະບົບສະຖິຕິແຫ່ງຊາດ.