ເມືອງລະຄອນເພັງ ມີໂຮງຮຽນ 64 ແຫ່ງ ທີ່ໄດ້ຮັບໂຄງການອາຫານທ່ຽງ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃນໂຮງຮຽນໄຕມາດ IV ຂອງປີ 2022 ໄດ້ຈັດຂຶ້ນໃນວັນທີ 17 ມັງກອນ 2023 ທີ່ຫ້ອງປະຊຸມຫ້ອວ່າການເມືອງລະຄອນເພັງ ແຂວງ ສາລະວັນ ເປັນປະທານຂອງ ທ່ານ ໄຊຊະນະ ສີສະ ຫວັດ ຮອງເຈົ້າເມືອງລະຄອນເພັງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ ຄະນະຊີ້ນໍາໂຄງການອາຫານທ່ຽງໃນໂຮງຮຽນຂັ້ນ ເມືອງ.

ທ່ານ ກັນຍາ ໄຊຍະໂອຊະ ຫົວໜ້າຫ້ອງກາສຶກສາທິການ ແລະ ກີລາເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໂຄງການ ອາຫານທ່ຽງໄລຍະ 3 ເດືອນໄຕມາດທີ IV ຂອງປີ 2022 ໄດ້ຍົກໃຫ້ເຫັນສະພາບລວມ ຜົນສໍາເລັດ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ບົດຮຽນ ແລະ ແຜນການປະຈໍາໄຕມາດທີ I ຂອງປີ 2023 ເຊິ່ງທົ່ວເມືອງມີໂຮງຮຽນທັງໝົດ 92 ແຫ່ງ ໃນນັ້ນ ມີໂຮງຮຽນ ທີ່ໄດ້ຮັບໂຄງການອາຫານທ່ຽງ ຈໍານວນ 64 ແຫ່ງ (ປະຖົມສົມບູນ 39 ແຫ່ງ ແລະ ມູນລະປະຖົມ 25 ແຫ່ງ).

ໃນໄລຍະ 3 ເດືອນຜ່ານມາ ໄດ້ສໍາເລັດການຕິດຕາມ ແລະ ການລະດົມຊຸມຊົນໃຫ້ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດໂຄງ ການ ເຊັ່ນ: ຕິດຕາມ ແລະ ຊຸກຍູ້ການປຸງແຕ່ງອາຫານ ຊຸກຍູ້ປຸກລະດົມການປະກອບສ່ວນອາຫານ ແລະ ງົບປະມານສະ ໜັບສະໜູນກິດຈະກໍາ ຂອງໂຄງການ ເກັບກໍາຂໍ້ມູນການເບີກຈ່າຍອາຫານ ການປຸງແຕ່ງອາຫານ ແລະ ການປະກອບສ່ວນ ຂອງຊຸມຊົນ ສະພາບການໜິງຕີງຂອງລາຄາອາຫານໃນທ້ອງຕະຫຼາດ ເພື່ອສະໜອງຂໍ້ມູນໃຫ້ໜ່ວຍງານປະເມີນຜົນ ອົງການ ອາຫານໂລກ ສໍາເລັດການສະໜອງວັດຖຸດິບ ປຸງແຕ່ງອາຫານຄັ້ງທີ 2 ພາກຮຽນທີ 1 ສົກ 2022-2023 ໃຫ້ 64 ໂຮງຮຽນ ເຊິ່ງ ປະກອບມີ ເຂົ້າສານຈ້າວ 25.800 ກິໂລ ທົ່ວຂຽວ 1.350 ກິໂລ ນໍ້າມັນພືດ 2.964 ລິດ ແລະ ປາກະປ໋ອງ 1.306 ກິໂລ ສໍາເລັດ ການຊຸກຍູ້ຮອບ 2 ຈໍານວນ 20 ບ້ານ ທີ່ຈັດຕັ້ງປະຕິບັດໂຄງການບໍ່ໄດ້ດີ ແລະ ອື່ນໆ.

ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນປະກອບຄໍາຄິດເຫັນ ກ່ຽວກັບສາເຫດຈຸດອ່ອນ ຂໍ້ຄົງ ຄ້າງວິທີການແກ້ໄຂ ແລະ ແຜນການປະຈໍາໄຕມາດທີ I ຂອງປີ 2023 ພ້ອມທັງ ຮັບຟັງການມີຄໍາເຫັນຂອງຫົວໜ້າຫ້ອງອົງການອາຫານໂລກປະຈໍາພາກໃຕ້ ແລະ ຮັບຟັງການໂອ້ລົມ ຂອງທ່ານ ຮອງເຈົ້າເມືອງຕື່ມອີກ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານໃນ ຕໍ່ໜ້າ.

error: Content is protected !!