ປະກອບຄຳເຫັນໃສ່ກົດໝາຍວ່າດ້ວຍວິສາຫະກິດສະບັບປັບປຸງ

    ກອງປະຊຸມສະໄໝ ສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 21 ທັນວາ 2022 ເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ເຊິ່ງກອງປະຊຸມໄດ້ຮັບຟັງການນຳສະເໜີກ່ຽວກັບການປັບປຸງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ຈາກທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວ.

    ທ່ານ ມະໄລທອງ ກົມມະສິດ ໄດ້ສະເໜີກ່ຽວກັບການປັບປຸງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ວ່າ ກົດໝາຍວ່າດ້ວຍວິສາຫະກິດໄດ້ຮັບຮອງສະບັບທໍາອິດໃນປີ 1994 ແລະ ໄດ້ປັບປຸງມາແລ້ວ 2 ຄັ້ງ ໃນປີ 2005 ແລະ ປີ 2013 ເຊິ່ງການປັບປຸງຄັ້ງນີ້ ແມ່ນເປັນຄັ້ງທີ 3 ທັງນີ້ກໍເພື່ອອໍານວຍຄວາມສະດວກໃນການສ້າງຕັ້ງທຸລະກິດໃນແຕ່ລະໄລຍະ ເຮັດໃຫ້ມີວິສາຫະກິດເພີ່ມຂຶ້ນໃນແຕ່ລະປີ ສະນັ້ນ ຂະແໜງການກ່ຽວຂ້ອງຈຶ່ງໄດ້ມີການຄົ້ນຄວ້າປັບປຸງກົດໝາຍສະບັບນີ້ໃຫ້ມີຄວາມສອດຄ່ອງກັບສະພາບຄວາມເປັນຈິງແຕ່ລະໄລຍະ.

    ຜ່ານການຄົ້ນຄວ້າປັບປຸງຮ່າງກົດໝາຍວ່າດ້ວຍວິສາຫະກິດສະບັບປັບປຸງໄລຍະຜ່ານມາ ມີໂຄງປະກອບທັງໝົດ XII ພາກ 10 ໝວດ ແລະ 213 ມາດຕາ ປັບປຸງຄັ້ງນີ້ ມີ X ພາກ 9 ໝວດ ແລະ 221 ມາດຕາ ໃນນີ້ ໄດ້ເພີ່ມ 2 ພາກ 1 ໝວດ ປັບປຸງ 104 ມາດຕາ ເພີ່ມໃໝ່ 20 ມາດຕາ ແລະ ຕັດອອກ 28 ມາດຕາ ພາຍຫຼັງກົດໝາຍສະບັບປັບປຸງນີ້ໄດ້ຮັບການປະກາດໃຊ້ ແລະ ມີຜົນສັກສິດແລ້ວ ຈະສາມາດແຍກຂອດການສ້າງຕັ້ງວິສາຫະກິດ (ການຂຶ້ນທະບຽນວິສາຫະກິດ) ອອກຈາກຂອດອະນຸຍາດດຳເນີນທຸລະກິດ ເຮັດໃຫ້ມີຄວາມສະດວກ ວ່ອງໄວໃນການຂຶ້ນທະບຽນວິສາຫະກິດ ທັງເປັນການສ້າງພື້ນຖານໃຫ້ແກ່ການຂຶ້ນທະບຽນວິສາຫະກິດທາງເອເລັກໂຕຣນິກ ສາມາດປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ລົງທຶນລາຍຍ່ອຍໃຫ້ດີຂຶ້ນ ແລະ ອື່ນໆ.

     ຜ່ານການຮັບຟັງການນຳສະເໜີຂອງທ່ານລັດຖະມົນຕີ ຈາກນັ້ນ ບັນດາ ສສຊ ກໍໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວເຊັ່ນ ການອະນຸມັດຂຶ້ນທະບຽນວິສາຫະກິດ ຕ້ອງມີການກວດກາຢ່າງເປັນລະບົບກ່ອນ ແລະ ຫຼັງຂຶ້ນທະບຽນ ການຄຸ້ມຄອງການດຳເນີນທຸລະກິດຂອງວິສາຫະກິດ ແລະ ບັນດາເນື້ອໃນ ຄຳສັບຕ່າງໆໃຫ້ມີຄວາມສອດຄ່ອງກັບສະພາບຄວາມເປັນຈິງ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!