ປະທານສະຫະພັນມວຍແຂວງວຽງຈັນ ຕັ້ງເປົ້າໃຫ້ໄດ້ອີກ 2 ຫຼຽນຄໍາ ຈາກມວຍລາຍລາວ

    ປະທານສະຫະພັນມວຍແຂວງວຽງຈັນ ຕັ້ງເປົ້າຍາດໃຫ້ໄດ້ເພີ່ມອີກ 2 ຫຼຽນຄໍາ ເພື່ອໃຫ້ບັນລຸເປົ້າໝາຍທີ່ຕັ້ງໄວ້ 4 ຫຼຽນຄໍາ ການແຂ່ງຂັນກີລາມວຍ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 (ຊຽງຂວາງ ເກມ 2022) ພາຍຫຼັງຍາດໄດ້ແລ້ວ 2 ຫຼຽນຄໍາ.

    ທ່ານ ຄໍາສິງ ຮົ່ມດວງໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ປະທານສະຫະພັນມວຍແຂວງວຽງຈັນ ໃນການເຂົ້າຮ່ວມ ຊຽງຂວາງ ເກມ 2022 ໃຫ້ສໍາພາດວັນທີ 14 ທັນວາ 2022 ວ່າ: ແຂວງວຽງຈັນ ໄດ້ສົ່ງນັກກີລາເຂົ້າຮ່ວມງານຊຽງຂວາງ ເກມ 2022 ຈໍານວນ 14 ປະເພດກີລາ ໃນນີ້ ກີລາມວຍໄດ້ສົ່ງເຂົ້າຮ່ວມ 5 ປະພດ ຄື: ມວຍປໍ້າ 12 ຮຸ່ນ ປັນຈັກສີລັດ 4 ຮຸ່ນ ຄາຣາເຕໂດ 2 ຮຸ່ນ ຢູໂດ 7 ຮຸ່ນ ມວຍລາຍລາວ 11 ຮຸ່ນ ລວມນັກກີລາ 36 ຄົນ ຕັ້ງເປົ້າໝາຍໄວ້ທີ່ 4 ຫຼຽນຄໍາ ເຊິ່ງຜ່ານການແຂ່ງຂັນມາຮອດປັດຈຸບັນ ສໍາເລັດແລ້ວ 3 ປະເພດ ຄື: ມວຍປໍ້າ ປັນຈາສີລັດ ຄາຣາເຕໂດ ໃນນີ້ ນັກກີລາພວກເຮົາໄດ້ຮັບຜົນສໍາເລັດ 50% ແລ້ວ ຄືຍາດໄດ້ 2 ຫຼຽນຄໍາ ຈາກມວຍປໍ້າ ຮຸ່ນນໍ້າໜັກ 84 ກິໂລ ແລະ ປັນຈາສີລັດ ຮຸ່ນນໍ້າໜັກ 45 ກິໂລ ນອກນີ້ ຍັງຍາດໄດ້ 3 ຫຼຽນເງິນ ແລະ 9 ຫຼຽນທອງ.

    ສໍາລັບແຜນຕໍ່ໜ້າ ພວກເຮົາຍັງຈະສືບຕໍ່ແຂ່ງຂັນມວຍ 2 ປະເພດທີ່ຍັງເຫຼືອ ຄື: ຢູໂດ 7 ຮຸ່ນ ແລະ ມວຍລາຍລາວ 11 ຮຸ່ນ ໃນນີ້ ພວກເຮົາຕັ້ງເປົ້າຍາດໃຫ້ໄດ້ເພີ່ມອີກ 2 ຫຼຽນຄໍາ ຈາກມວຍລາຍລາວ (ລວມ 4 ຫຼຽນຄໍາ ຕາມຄາດໝາຍ) ໃນນາມຕາງໜ້າໃຫ້ນັກກີລາ ແລະ ສະຫະພັນມວຍແຂວງວຽງຈັນ ກໍຂໍເຊີນຊວນ ປວງຊົນລາວທັງຊາດ ກໍຄືຊາວແຂວງວຽງຈັນ ຮ່ວມຊົມຮ່ວມເຊຍ ແລະ ໃຫ້ກໍາລັງໃຈນັກກີລາມວຍແຂວງວຽງຈັນ ສືບຕໍ່ແຂ່ງຂັນໃຫ້ປະສົບຜົນສໍາເລັດຕາມເປົ້າໝາຍທີ່ຕັ້ງໄວ້.

# ຂ່າວ – ພາບ : ສະບາໄພ

error: Content is protected !!