ມາເລເຊຍ ຈັດສໍາມະນາສ້າງຕາໜ່າງສົ່ງເສີມການທ່ອງທ່ຽວ

ສະຖານທູດມາເລເຊຍ ອົງການທ່ອງທ່ຽວມາເລເຊຍ ປະຈໍາ ສປປ ລາວ ຈັດສໍາມະນາສ້າງຕາໜ່າງສົ່ງເສີມການທ່ອງທ່ຽວ ຫຼັງຈາກການລະບາດຂອງໂຄວິດ-19.

ສໍາມະນາຄັ້ງນີ້ຈັດຂຶ້ນທີ່ໂຮງແຮມແລນມາກ ໃນວັນທີ 25 ພະຈິກ 2022 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ໄຄຣັນນິຊາ ບິນຕິ ອາລຽດສ໌ (Qairunnisa Minti MD Alias) ອຸປະທູດແຫ່ງປະເທດມາເລເຊຍ ປະຈໍາ ສປປລ ລາວ ທ່ານ ນໍໄຊມີ ອິສແຮມ ນໍດິນ (Norzaimi Izham Noordin) ທີ່ປຶກສາອາວຸໂສ ຫົວໜ້າພະແນກສົ່ງເສີມການທ່ອງທ່ຽວສາກົນ ພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ອາຊີ ທ່ານ ນາງ ສໍດາລີ ຈັນທະວົງ ຫົວໜ້າການຕະຫຼາດ ອົງທ່ອງທ່ຽວມາເລເຊຍປະຈໍາລາວ ມີຕາງໜ້າທຸລະກິດທ່ອງທ່ຽວທັງພາຍໃນ ແລະ ຈາກມາເລເຊຍເຂົ້າຮ່ວມ.

ທ່ານ ນາງ ໄຄຣັນນິຊາ ບິນຕິ ອາລຽດສ໌ ກ່າວວ່າ: ການສໍາມະນາຄັ້ງນີ້ເພື່ອສ້າງໂອກາດໃຫ້ທຸລະກິດທ່ອງທ່ຽວໄດ້ມີໂອກາດໃນການສົນທະນາຊອກຫາຊ່ອງທາງຮ່ວມກັນໃນການສົ່ງເສີມການທ່ອງທ່ຽວ ພາຍຫຼັງການລະບາດຂອງໂຄວິດ-19 ໂດຍມີຕົວແທນການທ່ອງທ່ຽວມາຈາກປະເທດມາເລເຊຍເຊັ່ນ: ທ່ອງທ່ຽວຊາບາ Legoland Sunway Lagoon ແລະ ອື່ນໆ ທີ່ໄດ້ມາແລກປ່ຽນຄວາມເຫັນດ້ານການທ່ອງທ່ຽວຢູ່ປະເທດມາເລເຊຍເຊັ່ນ ສະຖານທີ່ໃດແດ່ທີ່ໜ້າທ່ຽວຊົມ ແລະ ດຶງດູດນັກທ່ອງທ່ຽວ ພາຍຫຼັງທີ່ໄປເປີດປະເທດ.

ທ່ານອຸປະທູດປະເທດມາເລເຊຍກ່າວຕື່ມວ່າ: ໃນປີນີ້ທ່ອງທ່ຽວມາເລເຊຍວາງໂຕເລກເປົ້າໝາຍນັກທ່ອງທ່ຽວໄວ້ປະມານ 4,5 ບ້ານຄົນ ດັ່ງນັ້ນການສໍາມະນາຄັ້ງນີ້ຈະເປັນການປະກອບສ່ວນສໍາຄັນໃນການດຶງດູດນັກທ່ອງທ່ຽວລາວໄປທ່ຽວປະເທດມາເລເຊຍເພີ່ມຂຶ້ນ ເພື່ອເປັນສ່ວນໜຶ່ງໃນການບັນລຸຕົວເລກຄາດໝາຍທີ່ວາງໄວ້.

error: Content is protected !!