ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ນະຄອນຫຼວງວຽງຈັນ-ແຂວງໜອງຄາຍ ຄັ້ງທີ 13 ໄດ້ຈັດຂື້ນໃນວັນທີ 21 ກັນຍາ 2022 ທີ່ໂຮງແຮມຣໍຢັລນາຄາຣາ ແລະ ຄອນເວນຊັ່ນເຊັນເຕີ ແຂວງໜອງຄາຍ ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ນະຄອນຫຼວງວຽງຈັນ (ນວ) ນຳໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ນວ ເປັນປະທານຮ່ວມຝ່າຍລາວ ແລະ ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ແຂວງໜອງຄາຍ ນຳໂດຍທ່ານ ມົນສິດ ໄພສານທະນະວັດ ເຈົ້າແຂວງໜອງຄາຍ ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນແຂວງໜອງຄາຍ ເປັນປະທານຮ່ວມຝ່າຍໄທ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມໄດ້ທົບທວນ ແລະ ປະເມີນຜົນການຈັດຕັ້ງປະຕິບັດຕາມບົດບັນທຶກກອງປະຊຸມ ຄັ້ງທີ 12 ໃນທີ 18 ມັງກອນ 2020 ເຊີ່ງທັງສອງຝ່າຍ ໄດ້ມີຄວາມຍິນດີທີ່ການພົວພັນ ແລະ ຮ່ວມມືຂອງທັງສອງຝ່າຍມີຄວາມກ້າວໜ້າຢ່າງເປັນຮູບປະທຳຫຼາຍຂຶ້ນ ສາມາດແກ້ໄຂບັນຫາທີ່ເກີດຂື້ນ ແລະ ເສີມສ້າງຄວາມໝັ້ນຄົງຕາມບໍລິເວນຊາຍແດນ ລະຫວ່າງ ນວ ກັບ ແຂວງໜອງຄາຍ ເຮັດໃຫ້ບໍລິເວນຊາຍແດນມີຄວາມສະຫງົບຮຽບຮ້ອຍດີຂຶ້ນ ກອງປະຊຸມ ສະແດງຄວາມຍິນດີຕໍ່ການພົວພັນ ແລະ ການຮ່ວມມືລະຫວ່າງ ນວ ສປປ ລາວ ແລະ ແຂວງໜອງຄາຍ ລາຊະອານາຈັກໄທ ໃນດ້ານຕ່າງໆເຊັ່ນ : ຄວາມຮ່ວມມືທາງດ້ານການພັດທະນາສີມືແຮງງານ ສາທາລະນະສຸກ ເສດຖະກິດ ວັດທະນະທຳ-ສັງຄົມ ກະສິກຳ ແລະ ການຄົມມະນາຄົມຂົນສົ່ງ ກອງເລຂາ ຄະນະອະນຸກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ນວ – ແຂວງໜອງຄາຍ ໄດ້ປຶກສາຫາລື ແລະ ທົບທວນຄືນ ຜົນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະອະນຸກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ນວ – ແຂວງໜອງຄາຍ ຄັ້ງທີ 12 ຜ່ານມາ ພ້ອມທັງ ໄດ້ກະກຽມບົດບັນທຶກກອງປະຊຸມ ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ນວ – ແຂວງໜອງຄາຍ ຄັ້ງທີ 13 ເພື່ອໃຫ້ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງ ເປັນຕົ້ນ ການຮ່ວມມືໃນການຮັກສາຄວາມສະຫງົບຮຽບຮ້ອຍ ແລະ ຄວາມໝັ້ນຄົງຕາມຊາຍແດນ ລະຫວ່າງ ນວ ກັບ ແຂວງໜອງຄາຍ ການປະຕິບັດໜ້າທີ່ຂອງໜ່ວຍເຮືອຮັກສາຄວາມສະຫງົບຮຽບຮ້ອຍຕາມລຳແມ່ນໍ້າຂອງ (ນຮຂ) ການເຂົ້າ-ອອກບໍລິເວນຊາຍແດນ ລາວ-ໄທ ການເປີດ-ປິດດ່ານປະເພນີ ດ່ານທ້ອງຖິ່ນ ການຮ່ວມມືກໍລະນີບຸກຄົນຂອງແຕ່ລະຝ່າຍຖືກຈັບກຸມ-ຄຸມຂັງ ການຮ່ວມມືໃນການປົກປັກຮັກສາເສັ້ນຊາຍແດນ ລາວ-ໄທ ລວມທັງການຮ່ວມມືໃນການຄຸ້ມຄອງການດໍາເນີນກິດຈະການຕ່າງໆຕາມລໍາແມ່ນໍ້າຂອງ ການຮ່ວມມືໃນການປ້ອງກັນ ແລະ ປາບປາມຢາເສບຕິດ ການຮ່ວມມືໃນການແກ້ໄຂບັນຫາບຸກຄົນສອງສັນຊາດ ການຮ່ວມມືທາງດ້ານແຮງງານ ການຮ່ວມມືດ້ານເສດຖະກິດ ການຮ່ວມມືດ້ານສາທາລະນະສຸກ ການຕິດຕໍ່ປະສານງານ ແລະ ການແລກປ່ຽນຂໍ້ມູນຂ່າວສານ ການຮ່ວມມືໃນການແກ້ໄຂບັນຫາການກໍ່ການຮ້າຍສາກົນ ລະຫວ່າງ ລາວ-ໄທ ການຮ່ວມມືໃນການແກ້ໄຂບັນຫາການລັກລອບເຂົ້າເມືອງຜິດກົດໜາຍ ທັງສອງຝ່າຍເຫັນດີໃຫ້ມີຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ນວ – ແຂວງໜອງຄາຍຝ່າຍລະ 15 ທ່ານ ຫຼື ຕາມຄວາມເໝາະສົມຂອງແຕ່ລະຝ່າຍ ແລະ ເຫັນດີໃຫ້ມີຄະນະອະນຸກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ນວ – ແຂວງໜອງຄາຍ ແລະ ລະດັບເມືອງ ກັບ ອຳເພີ ຝ່າຍລະ 12 ທ່ານ ພ້ອມນີ້ ໄດ້ກໍານົດກອງປະຊຸມຄັ້ງທີ 14 ຝ່າຍນະຄອນຫຼວງວຽງຈັນ ຈະເປັນເຈົ້າພາບຈັດກອງປະຊຸມ ທີ່ ນວ ສປປ ລາວ ສ່ວນວັນເວລາ ທັງສອງຝ່າຍຈະປຶກສາຫາລື ແລະ ແຈ້ງໃຫ້ຊາບຕາມພາຍຫຼັງ.
ພ້ອມດຽວກັນ ໄດ້ມີພິທີຮ່ວມລົງນາມຂອງຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ນວ – ແຂວງໜອງຄາຍ ລະຫວ່າງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ນວ ເປັນປະທານຮ່ວມຝ່າຍລາວ ແລະ ທ່ານ ມົນສິດ ໄພສານທະນະວັດ ເຈົ້າແຂວງໜອງຄາຍ ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ແຂວງໜອງຄາຍ ແລະ ພາກສ່ວນກ່ຽວ ຂ້ອງທັງສອງຝ່າຍເຂົ້າຮ່ວມ ເປັນສັກຄີພິຍານ.
# ຂ່າວ – ພາບ : ບຸນມີ