ຈັດງານລ້ຽງຕ້ອນຮັບຄະນະນໍາ ແລະ ນັກກີລາ ທີ່ເຂົ້າຮ່ວມແຂ່ງຂັນປິ່ງປ່ອງ ຊີງແຊັມເຍົາວະຊົນອາຊີ

    ງານລ້ຽງຕ້ອນຮັບຄະນະນໍາ ແລະ ຄະນະນັກກີລາ ທີ່ເຂົ້າຮ່ວມການແຂ່ງຂັນປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ຊີງແຊັມອາຊີ ຄັ້ງທີ 26 ທີ່ ສປປ ລາວໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 1 ກັນຍາ 2022 ຢູ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍມີທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປປ ລາວ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ ທ່ານ ນັດທະວຸດ ເລືອງເວດ ຮອງປະທານສະຫະພັນປິ່ງປ່ອງອາຊີ ທັງເປັນປະທານສະຫະພັນປິ່ງປ່ອງອາຊຽນ ມີບັນດາທ່ານຮອງລັດຖະມົນຕີ ທ່ານເອກອັກຄະຣາຊາທູດ ຄະນະຮັບຜິດຊອບຈັດງານແຂ່ງຂັນ ກໍາມະການຕັດສິນ ຄະນະນໍາ ຄູເຝິກ ແລະ ນັກກີລາ ເຂົ້າຮ່ວມ.

   ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນປິ່ງປ່ອງແຫ່ງຊາດ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ເຂົ້າຮ່ວມທັງໝົດ ມີ 17 ທີມຊາດສະມາຊິກອາຊີ ໃນນັ້ນ ກໍມີທີມຊາດ ສປປ ລາວ ເຂົ້າຮ່ວມ ມີຄະນະນໍາ ກໍາມະການຕັດສິນ ແລະ ນັກກີລາ ຈໍານວນ 24 ທ່ານ ລາຍການແຂ່ງຂັນ ມີຮຸ່ນອາຍຸ U15 ປີ U18 ປີ ເຊິ່ງຈະໄດ້ດໍາເນີນການແຂ່ງຂັນ ແຕ່ວັນທີ 1-6 ກັນຍາ 2022 ສະຫະພັນກີລາປິ່ງປ່ອງແຫ່ງຊາດລາວ ກໍຄື ເຈົ້າພາບຈັດງານແຂ່ງຂັນ ໄດ້ປະສານສົມທົບກັບ ສະຫະພັນກີລາປິ່ງປ່ອງອາຊີ ຄະນະຮັບຜິດຊອບເຕັກນິກ-ຈັດການແຂ່ງຂັນ ແລະ ບັນດາຜູ້ໃຫ້ການອຸປະຖໍາ ແລະ ພາກສ່ວນຕ່າງໆ ຈຶ່ງເຮັດໃຫ້ການກະກຽມຄວາມພ້ອມໄດ້ສໍາເລັດເປັນທີ່ຮຽບຮ້ອຍ ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ ບັນດາທ່ານຄະນະນໍາ ຄະນະຮັບ ຜິດຊອບຈັດການແຂ່ງຂັນ ແລະ ພາກສ່ວນຄະນະນັກກີລາ ທີ່ເຂົ້າຮ່ວມແຂ່ງຂັນຈະໄດ້ຮັບຂໍ້ສະດວກ ແລະ ປະທັບໃຈກັບການເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້.

    ຂ້າພະເຈົ້າຂໍຮຽນໃຫ້ບັນດາທ່ານແຂກທີ່ມີກຽດຈາກຕ່າງປະເທດ ບັນດາຄະນະນໍາ ແລະ ຄະນະນັກ ກີລາທີມຕ່າງໆ ຊາບວ່າ:ນອກຈາກທ່ານຈະໄດ້ເຂົ້າຮ່ວມງານແຂ່ງຂັນກີລາປິ່ງປ່ອງຊີງແຊັມເຍົາວະຊົນອາຊີ ຄັ້ງນີ້ ຍັງກຂໍເຊີນຊວນບັນດາທ່ານ ຈົ່ງໃຊ້ໂອກາດນີ້ ເພື່ອສໍາຜັດກັບບັນຍາກາດທ່ຽວຊົມນະຄອນຫຼວງວຽງຈັນ ເຊິ່ງມີສະຖານທີ່ທ່ອງທ່ຽວ ທາງດ້ານປະຫວັດສາດ ແລະ ວັດທະນາທໍາ ທີ່ມີຊື່ສຽງມາຍາວນານ ພ້ອມຊອກເບິ່ງຂອງຕ້ອນຂອງຝາກ ທີ່ມີເອກະລັກສະເພາະຂອງລາວ ຕິດຕົວເມືອນໍາເປັນທີ່ລະນຶກ.

    ຕາງຫນ້າໃຫ້ຄະນະຮັບຜິດຊອບຈັດງານແຂ່ງຂັນ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍ ແລະ ຍີນດີຕ້ອນຮັບ ແຂກທີ່ມີກຽດ ນັກກີລາທີ່ເຂົ້າຮ່ວມງານແຂ່ງຂັນ ແລະ ເຂົ້າຮ່ວມງານລ້ຽງໃນມື້ນີ້ ຂໍໃຫ້ບັນດາທ່ານ ຈົ່ງມີຄວາມເບີກບານມ່ວນຊື່ນ ໃນການເຂົ້າຮ່ວມງານແຂ່ງຂັນກີລາປິ່ງປ່ອງຄັ້ງນີ້ ແລະ ພວກເຮົາຈະພ້ອມພຽງກັນພັດທະນາກີລາປິ່ງປ່ອງໃນຂົງເຂດອາຊີ ໃຫ້ມີຄວາມເຕີບໃຫຍ່ ເຂັ້ມແຂງ.

  ສີພອນ 2.9.2022

error: Content is protected !!