ສະຫຼອງວັນຊາດຫວຽດນາມ ຄົບຮອບ 77 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ

   ວັນທີ 2 ກັນຍາ 2022  ສະຖານທູດຫວຽດນາມ ປະຈຳ ລາວ ຈັດພິທີສະເຫຼີມສະຫຼອງ ວັນຊາດຫວຽດນາມ ຄົບຮອບ 77 ປີ(2/9/1945-2/9/2022) ແລະ ວັນສ້າງຕັ້ງສາຍພົວພັນ ການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ໂດຍມີທ່ານ ໄຊສົມພອນ ພົມວິ ຫານ ປະທານສະພາແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ, ພ້ອມດ້ວຍບັນດາເອກອັກຄະລັດ ຖະທູດ, ອຸປະທູດ, ບັນດາອົງ ການຈັດຕັ້ງສາກົນຢູ່ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

     ໂອກາດດັ່ງກ່າວ, ທ່ານ ຫງວຽນ ບ໋າຮຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການຕໍ່ສູ້ ປົດປ່ອຍປະເທດຊາດ ໃນໄລຍະຜ່ານມາ ເຊິ່ງກ່ອນໜ້ານີ້ 77 ປີ, ປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ສາມາດຍາດໄດ້ໄຊຊະ ນະ ໃນການປະຕິວັດເດືອນສິງຫາ, ສາມາດຍາດອຳນາດການປົກຄອງສູ່ກຳມືຂອງປະຊາຊົນ ແລະ ປະກາດເອກະລາດ ສະຖາປະນາລັດຫວຽດນາມປະຊາທິປະໄຕ ສາທາລະນະ, ປັດຈຸບັນແມ່ນ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ນີ້ແມ່ນຂີດໝາຍທີ່ເປັນແສງປະກາຍໃນປະຫວັດສາດຂອງຊົນຊາດຫວຽດນາມ, ນຳພາຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່ “ສັງກາດແຫ່ງ ເອກະລາດ, ເສລີພາບ, ເປັນເຈົ້າຊາຕະກຳຂອງ ຕົນເອງ”.

ປັດຈຸບັນ ຫວຽດນາມແມ່ນປະເທດໜຶ່ງພວມພັດທະນາຕາມທິດສີຂຽວ ແລະ ຍືນຍົງ, ຍູ້ແຮງການຫັນເປັນອຸດ ສາຫະກຳ, ທັນສະໄໝ, ຊີວິດການ ເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ສິດເສລີພາບ, ປະຊາທິປະໄຕໄດ້ຮັບປະກັນ, ປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບມີສະຖຽນລະພາບ, ການເມືອງ-ສັງຄົມມີຄວາມໝັ້ນຄົງ, ວຽກງານການຕ່າງປະເທດ ແລະ ເຊື່ອມໂຍງສາກົນໄດ້ຮັບເພີ່ມທະວີ, ຖານະ ແລະ ອິດທິພົນສາກົນຂອງ ຫວຽດນາມນັບມື້ນັບສູງ. ພິເສດແມ່ນ, ພາຍຫລັງກອງປະຊຸມ ໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ,  ສສ ຫວຽດນາມໄດ້ມີບາດກ້າວ ໃໝ່ໃນການພັດທະນາຢ່າງຕັ້ງໜ້າ, ປະຕິບັດໄດ້ຢ່າງແຂງແຮງໃນການຍົກສູງໜ້າທີ່ຄວາມສາມາດໃນການນຳພາຂອງພັກ, ພັກກອມມູນິດ ຫວຽດນາມ ໄດ້ປະກາດໃຊ້ມະຕິ ຫຼາຍສະບັບທີ່ມີຄວາມໝາຍເປັນ ຢ່າງຍິ່ງ ຕໍ່ການພັດທະນາເສດຖະ ກິດ, ການເມືອງທີ່ມີຄວາມໝາຍ ຕັດສິນຕໍ່ພາລະກິດແຫ່ງການພັດ ທະນາ ແລະ ປົກປັກຮັກສາປະເທດ ຊາດໃນຊຸມປີຕໍ່ໜ້າ.

    ໂອກາດດຽວກັນ, ທ່ານ ສະເຫຼີມ ໄຊ ກົມມະສິດ ໄດ້ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາໄຊຊະນະ ແລະ ຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານ ທີ່ມີຄວາມໝາຍປະຫວັດ ສາດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາດມາໄດ້ໃນໄລຍະ 77 ປີ ຜ່ານມາ ເຊິ່ງໄຊຊະນະ ແລະ ຜົນສຳເລັດນີ້, ແມ່ນແຫລ່ງກຳລັງໃຈ ແລະ ເປັນກຳລັງຊຸກຍູ້ຢ່າງແຂງແຮງ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ພ້ອມດຽວກັນນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ ໃນໄລຍະແຫ່ງການຕໍ່ສູ້ປົດ ປ່ອຍປະເທດຊາດ ກໍຄື ຍຸກປັດຈຸບັນ ແຫ່ງການກໍ່ສ້າງ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພ້ອມທັງຢືນຢັນວ່າ: ບໍ່ວ່າສະຖານະ ການພາກພື້ນ ແລະ ໂລກຈະຜັນແປ ໄປຢ່າງສະຫຼຫບສັບຊ້ອນຄືແນວ ໃດ ພັກ, ລັດ ແລະ ປະຊາຊົນລາວ ຈະເຮັດຈົນສຸດຄວາມສາມາດ ພ້ອມກັບບັນດາສະຫາຍຫວຽດ ນາມ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອສາມັກຄີແບບພິເສດຂອງສອງປະເທດ ລາວ-ຫວຽດນາມ ໃຫ້ມີຄວາມໝັ້ນ ຄົງທະນົງແກ່ນຕະຫຼອດໄປ.

error: Content is protected !!