ຮອງເຈົ້າຄອງ ນວ ຮ່ວມກັບຊາວພຸດທະສານິກະຊົນໃສ່ບາດໃນວັນບຸນຫໍ່ເຂົ້າປະດັບດິນ

    ພາຍຫຼັງທີ່ຊາວພຸດທະສານິກະຊົນໄດ້ສຳເລັດການຢາຍຫໍ່ເຂົ້າປະດັບດິນໃນຕອນເຊົ້າມືດຂອງວັນບຸນດັ່ງກ່າວ ເຊິ່ງປີນີ້ ກົງກັບວັນທີ 26 ສິງຫາ 2022 ຫຼັງຈາກນັ້ນ ຊາວພຸດທະສາສະນິກະຊົນ ກໍສືບຕໍ່ໃສ່ບາດຖວາຍທານໂດຍປີນີ້ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ຮ່ວມກັບຊາວພຸດທະສານິກະຊົນຊາວນະຄອນຫຼວງວຽງຈັນ ຮ່ວມໃສ່ບາດຖວາຍທານແດ່ພະສົງ ສາມະເນນ ທີ່ວັດ ຂົວຫຼວງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

    ການເຮັດບຸນຫໍ່ເຂົ້າປະດັບດິນ ເປັນປະເພນີໜຶ່ງທີ່ຈັດຢູ່ໃນຮີດສິບສອງຂອງລາວເຮົາ ນິຍົມເຮັດໃນມື້ແຮມ 14 ຄ່ຳເດືອນເກົ້າດັບ ບຸນຫໍ່ເຂົ້າປະດັບດິນ ເປັນບຸນທີ່ເຮັດຂຶ້ນເພື່ອອຸທິດສ່ວນບຸນກຸສົນໄປຫາເຜດ ຫຼື ຍາດພີ່ນ້ອງທີ່ລ່ວງລັບໄປແລ້ວ ເຂົ້າປະດັບດິນ ໄດ້ແກ່ເຂົ້າ ແລະ ອາຫານ-ຫວານຄາວ ພ້ອມໝາກພູ ຢາສູບ ທີ່ຫໍ່ດ້ວຍໃບຕອງກ້ວຍ ເອົາໄປໄວ້ຕາມເຫງົ້າຕົ້ນໄມ້ ແຂວນໄວ້ຕາມງ່າໄມ້ ຕາມບໍລິເວນຕ້າຍວັດ(ກຳແພງວັດ) ຫຼືວາງໄວ້ຕາມພື້ນດິນ “ຫໍ່ເຂົ້ານ້ອຍ” ພ້ອມກັບເຊີນວິນຍານຂອງຍາດພີ່ນ້ອງ ເອົາພັດຕາຫານໄປຖວາຍແດ່ພະສົງ ສາມະເນນ ແລ້ວອຸທິດສ່ວນກຸສົນແກ່ຜູ້ຕາຍ ໂດຍຢາດນໍ້າ ອຸທິດສ່ວນກຸສົນໄປຫາ.

    ມູນເຫດຂອງຄວາມເປັນມາຂອງເລື່ອງການເຮັດບຸນຫໍ່ເຂົ້າປະດັບດິນນີ້ ເກີດຈາກຄວາມເຊື່ອຕາມນິທານທຳມະບົດວ່າ: “ຍາດພີ່ນ້ອງຂອງພະເຈົ້າພິມພິສານ ໄດ້ຍັກຍອກເງິນວັດຂອງສົງຕ່າງໆໄປເປັນຂອງຕົນເອງ ໃນສະໄໝພະກັດສະປະ ພະພຸດທະເຈົ້າ ພວກອະດີດຍາດພີ່ນ້ອງຂອງພະເຈົ້າພິມພິສານເຫຼົ່ານັ້ນ ຄັນຕາຍໄປແລ້ວ ໄດ້ໄປເກີດເປັນເຜດໃນນະລົກຕະຫຼອດພຸດທະທັນດອນ ເມື່ອພະເຈົ້າພິມພິສານຖວາຍທານແດ່ພະສະມະນະໂຄດົມພຸດທະເຈົ້າ ໃນພັດທະກັບນີ້ ລືມຢາດນໍ້າອຸທິດສ່ວນກຸສົນໄປໃຫ້ແກ່ພວກຍາດພີ່ນ້ອງເຫຼົ່ານັ້ນ ພໍຕົກກາງຄືນມາ ພວກເຜດ ຍາດພີ່ນ້ອງຂອງພະເຈົ້າພິມພິສານເຫຼົ່ານັ້ນໄດ້ມາສົ່ງສຽງຮ້ອງອັນໂຫຍຫວນ ແລະ ສະແດງຮູບຮ່າງອັນເປັນຕາຢ້ານໃຫ້ແກ່ພະເຈົ້າພິມພິສານໄດ້ຍິນ ແລະ ເຫັນ ພໍຮຸ່ງເຊົ້າມື້ໃໝ່ຂຶ້ນມາ ຈຶ່ງໄດ້ສະເດັດໄປຖາມພະພຸດທະເຈົ້າ ພະພຸດທະອົງຊົງເລົ່າເລື່ອງລາວທີ່ເປັນມູນເຫດໃຫ້ພະເຈົ້າພິມພິສານໄດ້ຊົງຊາບ ພະເຈົ້າພິມພິສານຈຶ່ງໄດ້ເຮັດບຸນຖວາຍທານອີກ ແລ້ວຈຶ່ງອຸທິດສ່ວນກຸສົນໄປໃຫ້ພວກຍາດພີ່ນ້ອງທີ່ຕາຍໄປແລ້ວໃຫ້ໄດ້ຮັບສ່ວນກຸສົນແລ້ວ ໄດ້ມາສະແດງຕົນໃຫ້ພະເຈົ້າພິມພິສານເຫັນ ແລະ ຊາບວ່າ ຄວາມທຸກທີ່ພວກເຂົາໄດ້ຮັບນັ້ນ ໄດ້ທຸເລົາເບົາບາງລົງແລ້ວ ເພາະການອຸທິດສ່ວນກຸສົນຂອງພະອົງ ດັ່ງນັ້ນ ຄົນລາວເຮົາຈຶ່ງຖືເອົາມູນເຫດນີ້ ເຮັດບຸນຫໍ່ເຂົ້າປະດັບດິນນັບແຕ່ມື້ນັ້ນຕິດຕໍ່ກັນມາບໍ່ໄດ້ຂາດ ສືບທອດມາຈົນເຖິງປັດຈຸບັນ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!