ນະຄອນຫຼວງວຽງຈັນ-ສປປ ເກົາຫຼີ ສືບຕໍ່ຮັດແໜ້ນການຮ່ວມມື

     ວັນທີ 26 ສິງຫາ 2022 ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽນຈັນ ປະທານສະມາຄົມມິດຕະພາບລາວ- ສປປ ເກົາຫຼີ ພ້ອມດ້ວຍຄະນະສະມາຄົມມິດຕະພາບລາວ- ສປປ ເກົາຫຼີ ໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ ລີ ຢົງ ຊົນ ( RI YONG CHOL ) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳລາວ ເນື່ອງໃນໂອກາດທີ່ທ່ານ ອາດສະພັງທອງ ສີພັນດອນ ໄດ້ຮັບການແຕ່ງຕັ້ງເປັນປະທານສະມາຄົມມິດຕະພາບລາວ – ສປປ ເກົາຫຼີ ຄົນໃໝ່. ທ່ານປະທານສະມາຄົມມິດຕະພາບລາວ – ສປປ ເກົາຫຼີ ໄດ້ສະແດງຄວາມຂອບໃຈຕໍ່ກັບການເຂົ້າຢ້ຽມຄໍານັບ ແລະ ຄຳອວຍພອນອັນຈົບງານຂອງທ່ານທູດ ພ້ອມນັ້ນ ໄດ້ຕີລາຄາລາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງພັກ ສອງລັດ ປະຊາຊົນສອງຊາດລາວ ແລະ ສປປ ເກົາຫຼີ ເວົ້າລວມ ເວົ້າສະເພາະ ສອງສະມາຄົມມິດຕະພາບລາວ – ສປປ ເກົາຫຼີ ແລະ ສປປ ເກົາຫຼີ -ລາວ ທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເປັນຕົ້ນ ການເຄື່ອນໄຫວວຽກງານການທູດປະຊາຊົນຂອງ 2 ສະມາຄົມມິດຕະພາບ ພ້ອມນີ້ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານ ທູດ ເຂົ້າໃນການເປັນເຈົ້າການຊຸກຍູ້ໃນການຈັດປາຖະກະຖາເນື່ອງໃນໂອກາດວັນສຳຄັນຕ່າງຂອງ 2 ປະເທດລາວ ແລະ ສປປ ເກົາຫຼີ ເຊິ່ງໄດ້ປະກອບສ່ວນສໍາຄັນໃນການພົວພັນຮ່ວມມືຂອງ 2 ສະມາຄົມມິດຕະພາບລາວ-ສປປ ເກົາຫຼີ ແລະ ສປປ- ລາວ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ 2 ຊາດ ລາວ ແລະ ສປປ ເກົາຫຼີ ຫວັງຢ່າງຍິ່ງວ່າ ທ່ານທູດຈະສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນຢ້ຽມຢາມລະຫວ່າງ 2 ສະມາຄົມມິດຕະພາບລາວ – ສປປ ເກົາຫຼີ ແລະ ສປປ ເກົາຫຼີ – ລາວ ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ແລະ ຖືໂອກາດນີ້ ອວຍພອນໃຫ້ທ່ານທູດຈົ່ງສືບຕໍ່ປະຕິບັດໜ້າທີ່ການທູດຂອງທ່ານໃຫ້ມີຜົນສຳເລັດເປັນຢ່າງດີ. 

    ໃນໂອກາດນີ້ ທ່ານທູດໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ທ່ານປະທານສະມາຄົມມິດຕະພາບ ລາວ – ສປປ ເກົາຫຼີ ຈົ່ງໄດ້ຮັບຜົນສໍາເລັດໃນການຈັດຕັ້ງປະຕິບັດໜ້າວຽກງານທີ່ມີກຽດສະຫງ່າຂອງທ່ານ ພ້ອມທັງໄດ້ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດສຳຄັນ ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານການທູດ ປະຊາຊົນລະຫວ່າງປະຊາຊົນ 2 ຊາດ ລາວ ແລະ ສປປ ເກົາຫຼີ ຍິນດີໃຫ້ການສະໜັບສະໜູນ ແລະ ເປັນຂົວຕໍ່ໃຫ້ແກ່ສະມາຄົມມິດຕະພາບລາວ – ສປປ ເກົາຫຼີ ແລະ ສປປ ເກົາຫຼີ-ລາວ ໃນການເຄື່ອນໄຫວວຽກງານດ້ານການທູດປະຊາຊົນ ຂໍສະແດງຄວາມຊົມເຊີຍເປັນຢ່າງຍິ່ງ ຕໍ່ການພົວພັນຮ່ວມມືທີ່ມີໝາກຜົນອັນດີລະຫວ່າງ ສະມາຄົມມິດຕະພາບ ລາວ – ສປປ ເກົາຫຼີ ແລະ ສປປ ເກົາຫຼີ – ລາວ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ການແຜ່ລະບາດຂອງພະຍາດໂຄວິດ -19 ຈະຫຼຸດລົງ 2 ສະມາຄົມມິດຕະພາບຈະສືບຕໍ່ພົວພັນຮ່ວມມືໄດ້ຢ່າງເປັນປົກກະຕິ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງພັກສອງລັດ ປະຊາຊົນສອງຊາດລາວ ແລະ ສປປ ເກົາຫຼີ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!