ລັກລົດມູນນິທິ ໜີບໍ່ມົ້ມ ຖືກຈັບດຳເນີນຄະດີ

ຫຼາຍ​ທ່ານ​ກໍ​ຄົງ​ໄດ້​ຍິນ ແລະ ຕິດ­ຕາມ​ຂ່າວ​ກ່ຽວ​ກັບ​ລົດ​ຂອງ​ຫ້ອງ­ການ​ມູນ​ນິ­ທິ​ຊ່ວຍ­ເຫຼືອ​ຄົນ​ທຸກ​ຍາກ ຖືກ​ຄົນ​ຮ້າຍ​ລັກ​ໃນ​ເດືອນ​ພຶດ­ສະ­ພາ​ຜ່ານ​ມາ ເຊິ່ງ​ເປັນ​ທີ່​ສົນ­ໃຈ​ຂອງ​ບັນ­ດາ​ຊັ້ນ​ຄົນ​ໃນ​ສັງ­ຄົມ ແຕ່​ສຸດ​ທ້າຍ ຜູ້​ຖືກ​ຫາ ໜີ​ບໍ່​ມົ້ມ ພາຍ­ຫຼັງ​ເກີດ​ອຸ­ບັດ­ເຫດ​ໃນ​ໄລ­ຍະ​ການ​ຂັບ​ລົດ​ໜີ ຖືກ​ເຈົ້າ​ໜ້າ­ທີ່​ຈັບ​ຕົວ​ມາ​ດຳ­ເນີນ​ຄະ­ດີ​ຕາມ​ກົດ­ໝາຍ.

ຕາມ​ການ​ລາຍ​ງານ​ຂ່າວ​ຂອງ​ເຟ​ສ​ບຸກ ແຟນ​ເພ​ຈ ຂອງ​ປ້ອງ​ກັນ ຄວາມ​ສະ­ຫງົບ​ນະ­ຄອນ­ຫຼວງ​ວຽງ​ຈັນ ເຫັນ​ວ່າ: ໃນ​ຕອນ​ເຊົ້າ 29 ພຶດ­ສະ­ພາ 2020 ເຈົ້າ​ໜ້າ­ທີ່​ໜ່ວຍ​ງານ​ສອບ​ສວນ​ຄະ­ດີ​ອາ­ຍາ ປກສ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ໃນ​ຄັ້ງ​ວັນ​ທີ 21 ພຶດ­ສະ­ພາ 2020 ເຈົ້າ​ໜ້າ­ທີ່​ໜ່ວຍ​ງານ​ຄົ້ນ­ຄວ້າ​ສັງ​ລວມ​ຫ້ອງ­ການ​ພະ​ແນກ​ຕຳ­ຫຼວດ ປກສ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຮັບ​ແຈ້ງ​ຄວາມ​ຈາກ​ທ້າວ ທັກ­ສິນ ຂຸນ​ນະ​ເສນ ອາ­ຍຸ 32 ປີ ອາ­ຊີບ​ພະ­ນັກ­ງານ ຢູ່​ບ້ານ​ທ່າ​ພະ ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ ຕາງ­ໜ້າ​ໃຫ້​ຫ້ອງ​ມູນ​ນິ­ທິ​ຊ່ວຍ­ເຫຼືອ​ຄົນ​ທຸກ​ຍາ​ກວ່າ: ໃນ​ເວ­ລາ​ປະ­ມານ 4:00 ໂມງ​ເຊົ້າ ຂອງ​ວັນ​ທີ 21 ພຶດ­ສະ­ພາ 2020 ໄດ້​ມີ​ຄົນ​ຮ້າຍ 1 ຄົນ ລັກ​ເອົາ​ລົດ​ກະ­ບະ​ລີ​ໂວ້ ປ້າຍ​ທະ­ບຽນ ກດ 1623 ກຳ­ແພງ​ນະ­ຄອນ ເຊິ່ງ​ເປັນ​ລົດ​ຂອງ​ຫ້ອງ­ການ​ມູນ​ນິ­ທິ​ຊ່ວຍ­ເຫຼືອ​ຄົນ​ທຸກ​ຍາກ ທີ່​ຈອດ​ໄວ້​ແຄມ​ທາງ​ຕໍ່­ໜ້າ​ຫ້ອງ­ການ ຢູ່​ບ້ານ​ສະ­ພັງ​ເມິກ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ຫຼັງ​ຈາກ​ນັ້ນ ເຈົ້າ​ໜ້າ­ທີ່​ຈຶ່ງ​ໄດ້​ອອກ​ຕິດ­ຕາມ​ຈົນ​ຮອດ​ເວ­ລາ 13:00 ໂມງ ກ່ອນ​ໄດ້​ຮັບ​ແຈ້ງ​ຈາກ​ເຈົ້າ​ໜ້າ­ທີ່​ກອງ​ບັນ­ຊາ​ການ ປກສ ເມືອງ​ບໍ​ລິ​ຄັນ ແຂວງ​ບໍ​ລິ​ຄຳ​ໄຊ ວ່າ ສາ­ມາດ​ຈັບ​ຕົວ​ຄົນ​ຮ້າຍ​ໄດ້​ແລ້ວ ແມ່ນ​ທ້າວ ໄຈ ອາ­ຍຸ 28 ປີ ອາ­ຊີບ​ເຮັດ​ນາ ບ້ານ​ສະ­ພັງ​ເມິກ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ດັ່ງ­ນັ້ນ ເຈົ້າ​ໜ້າ­ທີ່​ໜ່ວຍ​ງານ​ສອບ​ສວນ​ຄະ­ດີ​ອາ­ຍາ ປກສ ເມືອງ​ໄຊ​ທາ­ນີ ນວ ຈິ່ງ​ໄດ້​ລົງ​ໄປ​ຈັບ​ຕົວ​ຜູ້­ກ່ຽວ​ມາ​ດຳ­ເນີນ​ຄະ­ດີ.

ຜ່ານ​ການ​ສອບ​ສວນ ທ້າວ ໄຈ (ຜູ້​ຖືກ​ຫາ) ໃຫ້­ການ​ຮັບ​ສາ­ລະ­ພາບ​ຕໍ່​ເຈົ້າ​ໜ້າ­ທີ່​ວ່າ: ໃນ​ເວ­ລາ​ປະ­ມານ 11:00 ໂມງ ຂອງ​ວັນ​ທີ 15 ພຶດ­ສະ­ພາ 2020 ໄດ້​ລັດ​ຂໍ​ຂີ່​ລົດ​ຂົນ­ສົ່ງ​ເບຍ​ແຕ່​ບ້ານ​ຊຽງ​ລື ເມືອງ​ບໍ​ລິ​ຄັນ ແຂວງ​ບໍ​ລິ​ຄຳ​ໄຊ ເພື່ອ​ມາ​ຊອກ​ເຮັດ​ວຽກ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ແຕ່​ລົດ​ຂົນ­ສົ່ງ​ເບຍ​ຂຶ້ນ​ມາ​ຮອດ​ແຕ່​ບ້ານ​ໂພນ​ໄຊ ເມືອງ​ບໍ​ລິ​ຄັນ ແຂວງ​ບໍ​ລິ​ຄຳ​ໄຊ ຕໍ່​ມາ​ຜູ້­ກ່ຽວ​ໄດ້​ລັດ​ລົດ​ສົ່ງ​ຊີ­ມັງ ເພື່ອ​ຂໍ​ຂີ່​ໃຫ້​ຮອດ​ນະ­ຄອນ­ຫຼວງ​ວຽງ​ຈັນ ຈາກ​ນັ້ນ ຜູ້­ກ່ຽວ​ໄດ້​ມາ​ລົງ​ລົດ​ຢູ່​ລະ­ຫວ່າງ​ໄຟ​ອຳ­ນາດ​ດົງ​ໂດກ ແລ້ວ​ຍ່າງ​ໄປ​ພັກ​ຢູ່​ຄິວ​ລົດ­ເມ​ສາຍ​ໃຕ້.

ຕົກ​ມາ​ຮອດ​ເວ­ລາ​ປະ­ມານ 4:00 ໂມງ​ເຊົ້າ ຂອງ​ວັນ​ທີ 21 ພຶດ­ສະ­ພາ 2020 ຜູ້­ກ່ຽວ​ເຫັນ​ລົດ​ກະ­ບະ​ລີ​ໂວ້ ປ້າຍ​ທະ­ບຽນ ກດ 1623 ກຳ­ແພງ​ນະ­ຄອນ ຈອດ​ໄວ້​ແຄມ​ທາງ ຈຶ່ງ​ແນມ​ເຂົ້າ​ໄປ​ພາຍ​ໃນ​ຫ້ອງ​ຂັບ ເຫັນ​ກະ­ແຈ​ລົດ​ສຽບ​ຄາ​ຮູ​ກະ­ແຈ​ລົດ ຈຶ່ງ​ເກີດ​ມີ​ແນວ​ຄິດ​ຢາກ​ລັກ​ລົດ​ຄັນ​ດັ່ງ­ກ່າວ ເພື່ອ​ຂັບ​ຂີ່​ກັບ​ບ້ານ ສະ­ນັ້ນ ຜູ້­ກ່ຽວ​ຈຶ່ງ​ຫາ​ວິ­ທີ​ລັກ ໂດຍ​ໄດ້​ໄຂ​ປະ­ຕູ​ລົດ​ເບື້ອງ​ຊ້າຍ​ເຂົ້າ​ໄປ​ຫ້ອງ​ຂັບ ພ້ອມ​ບິດ​ກະ­ແຈ​ຕິດ​ຈັກ​ລົດ ແລ້ວ​ຂັບ​ຂີ່​ມຸ່ງ​ໜ້າ​ເມື່ອ​ບ້ານ​ຊຽງ​ລື ເມືອງ​ບໍ​ລິ​ຄັນ ແຂວງ​ບໍ​ລິ​ຄຳ​ໄຊ ເມື່ອ​ຂັບ​ຂີ​ລົດ​ໄປ​ຮອດ​ບ້ານ​ຜາ​ເມືອງ ແຂວງ​ບໍ​ລິ​ຄຳ​ໄຊ ຜູ້­ກ່ຽວ​ໄດ້​ຂັບ​ລົດ​ແຊງ​ລົດ​ກະ­ບະ​ຮຸນ​ໄດ ແຕ່​ແຊງ​ບໍ່​ພົ້ນ ເຮັດ​ໃຫ້​ທ້າຍ​ລົດ​ຜູ້­ກ່ຽວ​ດາດ​ເອົາ​ຫົວ​ລົດ​ກະ­ບະ​ຮຸນ​ໄດ ເມື່ອ​ເປັນ​ແນວ​ນັ້ນ ຜູ້­ກ່ຽວ​ໄດ້​ຂັບ​ລົດ​ໄປ​ຕໍ່ ບໍ່​ຍອມ​ຈອດ​ເບິ່ງ ຈຶ່ງ​ເຮັດ​ໃຫ້​ເຈົ້າ​ຂອງ​ລົດ​ກະ­ບະ​ຮຸນ​ໄດ​ຂັບ​ຂີ່​ໄລ່​ຕາມ ດ້ວຍ​ຄວາມ​ຢາກ​ເອົາ​ຕົວ​ຫຼົບ­ໜີ ຜູ້­ກ່ຽວ​ໄດ້​ຂັບ​ຂີ່​ລົດ​ດ້ວຍ​ຄວາມ​ໄວ ເຮັດ​ໃຫ້​ລົດ​ເກີດ​ອຸ­ບັດ ເຫດ​ພິກ​ຂວ້ຳ​ລົງ​ຂ້າງ​ທາງ ສຸດ​ທ້າຍ​ຈຶ່ງ​ຖືກ​ເຈົ້າ​ໜ້າ­ທີ່​ຈັບ​ຕົວ​ມາ​ດຳ­ເນີນ​ຄະ­ດີ​ຕາມ​ຂັ້ນ​ຕອນ​ຂອງ​ກົດ­ໝາຍ.

ປັດ­ຈຸ­ບັນ ຄະ­ດີ​ດັ່ງ­ກ່າວ ເຈົ້າ​ໜ້າ­ທີ່​ໄດ້​ລາຍ​ງານ​ໃຫ້​ອົງ­ການ​ໄອ​ຍະ​ການ​ປະ­ຊາ­ຊົນ​ເຂດ II ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ຂໍ​ຄຳ​ສັ່ງ​ກັກ​ຂັງ​ພາງ.

error: Content is protected !!