ລະວັງ ນໍ້າຖ້ວມຂັງ

   ພະຍາກອນອາກາດປະຈຳວັນ ທີ 08 ສິງຫາ 2022 ຮ່ອງຄວາມກົດ ດັນອາກາດຕໍ່າຍັງສືບຕໍ່ພາດຜ່ານຢູ່ ເຂດພາກເໜືອ, ປ່ອງໃສ່ຄວາມ ກົດດັນອາກາດຕໍ່າທີ່ມີກຳລັງແຮງ ເພີ້ມຂື້ນຢູ່ເຂດທະເລຈີນໃຕ້,     

     ພ້ອມດຽວກັນລົມມໍລະສຸມຕາ ເວັນຕົກສຽງໃຕ້ພັດປົກຄຸມເປັນ ສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ຍັງມີ ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະ ດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ ພ້ອມມີ ລົມພັດແຮງ ຢູ່ບາງທ້ອງຖິ່ນຢູ່ ແຂວງພາກເໜືອດ້ານຕາເວັນອອກລົງ ຫາ ພາກກາງ ແລະ ພາກໃຕ້.

    ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 08/08/2022 ຫາ ເວລາ 07 ໂມງຂອງວັນທີ 09/08/2022

    ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກ ໜັກ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 20 – 29 ອົງສາ.

    ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ຈະມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາປານກາງ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 21 – 30 ອົງສາ.

     ນະຄອນຫຼວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ຢູ່ບາງບໍລິເວນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 70%. ອຸນຫະພູມໃນລະຫວ່າງ 26 – 30 ອົງສາ.

ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ແລະ ປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 22 – 31 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງ ຢູ່ບາງບໍລິເວນ ຫຼື ເນື້ອທີການ ປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 16 – 25 ອົງສາ.

    ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ແລະ ຕົກປານກາງ ຫາ ໜັກ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 80% ຂອງພາກ. ອຸນຫະພູມໃນລະຫວ່າງ 24 –30 ອົງສາ.

    ສຳລັບ ເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼືເນຶ້ອທີການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 17 – 24 ອົງສາ.

error: Content is protected !!