ຫາລືແນວທາງໃນການຈັດຕັ້ງກົນໄກປະສານງານເພື່ອຄຸ້ມຄອງຕົວເມືອງ

    ກອງປະຊຸມຈັດຕັ້ງກົນໄກປະສານງານ ເພື່ອຄຸ້ມຄອງຕົວເມືອງ ຄັ້ງທີ 2 (UMP 2) ຈັດຂຶ້ນວັນທີ 27 ກໍລະກົດ 2022 ທີ່ໂຮມແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍການສະໜັບສະໜູນຈາກ ອົງ ການໄຈກາປະຈຳລາວ ໂດຍເປັນປະທານຮ່ວມຂອງທ່ານ  ຮສ ປອ ອະພິໄຊຍະເດດ ອິນສີຊຽງໃໝ່ ຮອງ ຫົວໜ້າສະຖາບັນ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ກະຊວງ ຍທຂ ທ່ານ ແສງດາລາ ດວງມີໄຊ ຮອງ ຫົວໜ້າກົມເຄຫາ ແລະ ຜັງເມືອງ ພ້ອມດ້ວຍ ທ່ານຮອງຫົວໜ້າກົມ ຕາງໜ້າພະແນກການ ທີມງານໂຄງ ການ ຈາກອົງການໄຈກາປະຈຳລາວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອແບ່ງປັນສະພາບການ ແລະ ການເຄື່ອນໄຫວໃນປັດຈຸບັນ ກ່ຽວ ກັບການຄຸ້ມຄອງຕົວເມືອງ ທີ່ນຳໃຊ້ເຕັກໂນໂລຊີ ICT ແລະ ດີຈີຕອລເຂົ້າໃນການຄຸ້ມຄອງ ເພື່ອສ້າງເຄືອ ຂ່າຍອົງການຈັດຕັ້ງທີ່ກ່ຽວຂ້ອງ ໃຫ້ເປັນຜູ້ມີສ່ວນຮ່ວມໃນການພັດທະນາຕົວເມືອງ ແລະ ເພື່ອເປັນການປຶກ ສາຫາລືແນວທາງຕໍ່ໜ້າ ໃນການຈັດຕັ້ງກົນໄກປະສານງານ ເພື່ອຄຸ້ມຄອງຕົວເມືອງ.

    ໂອກາດນີ້ ທ່ານ ປະສິດທິແດດ ຫຼວງວິໄລ ຫົວໜ້າສູນຂໍ້ມູນດີຈີຕອລ ກົມເຕັກໂນໂລຊີດີຈີຕອລ ກະ ຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຶ້ນລາຍງານກ່ຽວກັບ ການຫັນດປັນດີຈີຕອລ ຂອງ ສປປ ລາວ ໄດ້ຍົກໃຫ້ເຫັນ ສະພາບລວມ ແລະ ທິດທາງການຫັນເປັນດີຈີຕອລ ຂອງ ສປປ ລາວ ລວມທັງການ  ພັດທະນາ ແລະ ການບໍລິການສູນຂໍ້ມູນດີຈີຕອລ ຈາກຜົນສຳຫຼວດການນຳໃຊ້ລະບົບດີຈີຕອລ ຢູ່ສປປ ລາວ  (ເດືອນມັງກອນ 2022) ພົນລະເມືອງທັງໝົດ 7,43 ລ້ານຄົນ ເປີເຊັນຜູ້ອາໃສໃນເຂດຕົວເມືອງ 37,6%  ມີຜູ້ຊົມໃຊ້ໂທລະສັບມືຖື 5,91 ລ້ານຄົນ ເປີເຊັນຜູ້ໃຊ້ 79,6% ຜູ້ຊົມໃຊ້ອິນເຕີເນັດ 3,80 ລ້ານຄົນ ເປີເຊັນ ຜູ້ໃຊ້ 51,1% ຜູ້ຊົມໃຊ້ສັງຄົມອອນລາຍ 3,80 ລ້ານຄົນ ເປີເຊັນ ຜູ້ໃຊ້ 51,1%.

    ສຳລັບຄາດໝາຍສູ້ຊົນ 5 ປີ (2021-2025) ສຸມໃສ່ການພັດທະນາການຄ້າເອເລັກໂຕຼນິກໃຫ້ດປັນຮູບ ປະທຳ ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ ຫັນມາໃຊ້ເຕັກໂນໂລຊີ ດີຈີຕອລ ໃຫ້ສຳເລັດການຕິດຕັ້ງ ລະບົບຫ້ອງການທັນສະໄໝຂອງພາກລັດ ຫັນການບໍລິການຂອງລັດຖະບານ ເປັນແບບອອນລາຍ ຢ່າງ ໜ້ອຍໃຫ້ໄດ້ 50% ຫັນການບໍລິການຂອງລັດ ໃຫ້ເປັນຮູບແບບປະຕູດຽວ ຢູ່ສູນກາງ ແລະ ແຂວງ ປັບປຸງ ລະບົບການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍເປັນທັນສະໄໝ ສ້າງເສດຖະກິດພິເສດດ້ານດີຈີຕອລ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ ພັດທະນາພື້ນຖານໂຄງລ່າງຂອງຂໍ້ມູນ (ຂໍ້ມູນແຫ່ງຊາດ ລະບົບ ອິນເຕີເນັດ) ຂະຫຍາຍພື້ນຖານໂຄງລ່າງຄວາມໄວສູງ ໄປສູ່ເຂດໝູ່ບ້ານໃຫຍ່ ແລະ ຕົວເມືອງຢູ່ຊັນນະບົດ ໃຫ້ໄດ້ 80% ສ້າງແຮງງານຈາກເຕັກໂນໂລຊີດີຈີຕອລ ຈາກ 0,3% ໃຫ້ໄດ້ 1% ຂອງແຮງງານເຮັດວຽກ ຕົວຈິງ ສົ່ງເສີມໃຫ້ເສດຖະກິດດີຈີຕອລ ສ້າງລາຍຮັບເຂົ້າໃນ GDP ໃຫ້ໄດ້ 5% ແລະ ຮັບປະກັນການນຳ ໃຊ້ເຕັກໂນໂລຊີດີຈີຕອລ ໃຫ້ມີຄວາມປອດໄພທົ່ວສັງຄົມ.

error: Content is protected !!