ສ້ອມແປງໄຟອໍານາດ 8 ຈຸດໃນນະຄອນຫຼວງວຽງຈັນ

    ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການ ຄບຕ ໃຫ້ສໍາພາດ ວັນທີ 4 ສິງຫາ 2022 ທີ່ໄຟອໍານາດດົງປາແຫຼບວ່າ: ຫ້ອງການ ຄບຕ ຮ່ວມກັບລັດວິສາຫະກິດໄຟຟ້າລາວ ມີແຜນສ້ອມແປງໄຟອໍານາດໃນນະຄອນຫຼວງວຽງຈັນ 8 ຈຸດ ປະກອບມີ ໄຟອໍານາດໂພນສະອາດ ໄຟອໍານາດຫໍປະຊຸມແຫ່ງຊາດ ໄຟອໍານາດລາດຄວາຍ (ບ້ານໂພນສະອາດ) ໄຟອໍານາດສີບຸນເຮືອງ ໄຟອໍານາດຮ່ອງໄກ່ແກ້ວ ໄຟອໍານາດສີດໍາດວນ ໄຟອໍານາດໂຮງກາຍະສິນ ແລະ ໄຟອໍານາດດົງປ່າແຫຼບ.

    ໄລຍະຜ່ານມາ ໄຟອໍານາດຈຸດດັ່ງກ່າວນໍາໃຊ້ລະບົບໂຊລາເຊວ (ພະລັງງານແສງອາທິດ) ເກີດມີຄວາມເປ່ເພ່ ໄຟບໍ່ສະຖຽນ ເຮັດໃຫ້ການສັນຈອນສັບສົນ ປັດຈຸບັນກໍາລັງເລັ່ງສ້ອມແປງປ່ຽນເປັນລະບົບໄຟເອຊີ ໂດຍລະບົບໃໝ່ນີ້ ແມ່ນສະດວກສະບາຍໃນການຕິດຕັ້ງ ສ້ອມແປງ ແລະ ມີອາຍຸການນຳໃຊ້ຍາວນານເຖິງ 10 ກວ່າປີ ມີມູນຄ່າສູງສົມຄວນ ໃນນີ້ໄດ້ປ່ຽນສໍາເລັດແລ້ວ 2 ຈຸດ ຄາດວ່າຈະສືບຕໍ່ໃຫ້ສຳເລັດໃນການປ່ຽນອອກທັງໝົດໃນໄວໆນີ້ ສ່ວນແຜນໃນຕໍ່ໜ້າ ຈະສືບຕໍ່ສ້ອມແປງໄຟອໍານາດໜອງດ້ວງເໜືອ ໄຟອໍານາດໂພນຕ້ອງ ແລະ ໄຟອໍານາດຈຸດອື່ນໆທີ່ເຫັນວ່າມີຄວາມສັບສົນ.

    ໂອກາດນີ້ ທ່ານ ບຸນຈັນ ແກ້ວສີທຳມະ ຍັງກ່າວຮຽກຮ້ອງໃຫ້ທຸກພາກສ່ວນຊ່ວຍຮ່ວມມືກັນເປັນຫູເປັນຕາ ໃນການປົກປັກຮັກສາຮ່ວມກັນ ເນື່ອງຈາກຜ່ານມາ ແມ່ນມີຄົນບໍ່ດີຈຳນວນໜຶ່ງໄດ້ລັກໝໍ້ໄຟ ສາຍໄຟຕ່າງໆ ເພື່ອໃຫ້ລະບົບໄຟສັນຍານຈາລະຈອນສາມາດໃຊ້ງານໄດ້ຢ່າງຄຸ້ມຄ່າ ແລະ ຍາວນານ ເຮັດໃຫ້ການສັນຈອນໄປ-ມາມີຄວາມສະດວກ ປອດໄພ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!