ເພື່ອຄົ້ນຄວ້າບັນດາຄຳເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ) ທີ່ໄດ້ມີຄຳເຫັນສະເໜີໃຫ້ປັບປຸງໃສ່ບັນດາກົດໝາຍທີ່ຖືກຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ສະພາແຫ່ງຊາດຈຶ່ງໄດ້ຈັດກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ (ສະບັບປັບປຸງ)ແລະ ກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ຂຶ້ນວັນທີ 2-4 ສິງຫາ 2022 ຢູ່ແຂວງວຽງຈັນ ໂດຍເປັນປະທານຂອງທ່ານ ສຈ ປອ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ປະທານກຳມາທິການກົດໝາຍ ມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການຍຸຕິທຳ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ພ້ອມດ້ວຍຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ (ສະບັບປັບປຸງ) ມີ ສສຊ ລົງທະບຽນປະກອບຄຳເຫັນ 38 ທ່ານ ສົ່ງເອກະສານປະກອບຄຳເຫັນ 17 ທ່ານ ກວມເອົາ 41 ມາດຕາ 135 ເນື້ອໃນ ສ່ວນກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ມີ ສສຊ ປະກອບຄຳເຫັນ 19 ທ່ານ ສົ່ງເອກະສານປະກອບຄຳເຫັນ 5 ທ່ານ ກວມເອົາ 4 ມາດຕາ 36 ເນື້ອໃນ.
ກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນສຸມໃສຄົ້ນຄວ້າ ແລະ ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບ ເພື່ອເຮັດໃຫ້ບັນດາກົດໝາຍມີຄວາມຖືກຕ້ອງ ແລະ ສອດຄ່ອງ ແນ ໃສ່ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ປະຊາຊົນສາມາດເຂົ້າເຖິງຂະບວນການຍຸຕິທຳຫຼາຍຂຶ້ນ ເຮັດໃຫ້ການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມ ມີຄວາມຍຸຕິທຳ ແລະ ໂປ່ງໃສ.

# ຂ່າວ – ພາບ : ສະບາໄພ