ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນ ນວ ຊຸດທີ II ຈະໄດ້ພິຈາລະນາຫຼາຍບັນຫາສຳຄັນ

    ວັນທີ 18 ກໍລະກົດ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ທ່ານ ນະຄະເສນ ສີຫາລາດ ກຳມະການຄະນະປະຈໍາ ເລຂາທິການສະພາປະຊາຊົນ ນວ ຖະແຫຼງຂ່າວຕໍ່ສື່ມວນຊົນຊາບ ກ່ຽວກັບການກະກຽມດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນ ນວ ຊຸດທີ II ເຊິ່ງມາເຖິງປັດຈຸບັນການກະກຽມຄວາມພ້ອມໃນດ້ານຕ່າງໆຂອງກອງປະຊຸມແມ່ນມີຄວາມຄົບຖ້ວນ ສອດຄ່ອງກັບກົດໝາຍ ໂດຍກອງປະຊຸມດັ່ງກ່າວ ຈະດໍາເນີນຂຶ້ນໃນລະຫວ່າງວັນທີ 21-26 ກໍລະກົດ 2022 ຈໍານວນ 4 ວັນທາງລັດຖະການ ຢູ່ທີ່ຫ້ອງປະຊຸມສຳນັກງານອົງການປົກຄອງ ນວ.

    ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານ ຂອງ ນວ ຄື: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງ ນວ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງ ນວ ຮັບຟັງການລາຍງານຊີ້ແຈງບາງວຽກງານສຳຄັນຂອງອົງການປົກຄອງ ນວ ເປັນຕົ້ນ ບັນຫາການຄວບຄຸມລາຄາສິນຄ້າ ແຜນການຄຸ້ມຄອງລາຄາສິນຄ້າໃນອະນາຄົດ ແລະ ການສົ່ງເສີມການຜະລິດເປັນສິນຄ້າພາຍໃນ ຄວາມຊັກຊ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງແຕ່ບ້ານດອນນົກຂຸ້ມ ຫາບ້ານສ້າງເວີຍ ແລະ ບ້ານດົງສະຫວາດ ການແກ້ໄຂນໍ້າຖວມຂັງຈາກໂຄງການກໍ່ສ້າງເສັ້ນທາງເລກທີ 13 ເໜືອ ແລະ ໂຄງການກໍ່ສ້າງເສັ້ນທາງດ່ວນວຽງຈັນ-ວັງວຽງ ໂຄງການທາງລົດໄຟລາວ-ຈີນ ໃນຂອບເຂດເມືອງນາຊາຍທອງ ການຊົດເຊີຍທີ່ດິນໃຫ້ແກ່ຜູ້ທີ່ຖືກຜົນກະທົບຈາກໂຄງການທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການນ້ຳເປື້ອນນະຄອນຫຼວງວຽງຈັນ ພາຍໃຕ້ເງິນກູ້ລັດຖະບານຮົງກາລີ ການແກ້ໄຂການອອກໃບຕາດິນຊັກຊ້າ ຕາມຫາງສຽງຂອງປະຊາຊົນ ການລົບລ້າງໃບຕາດິນ 17 ຕອນ ເຂດບຶງສາລະຄຳ ເຂດສຳປະທານ ຂອງບໍລິສັດມິດຕະພາບການກະເສດ ແລະ ບັນຫາການຄຸ້ມຄອງຄົນຕ່າງປະເທດ ຢູ່ ນວ (ຍົກໃຫ້ເຫັນເຖິງການຄຸ້ມຄອງຕົວຈິງ ບັນຫາທີ່ເກີດຂຶ້ນ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຄຸ້ມຄອງ ການຕິດຕາມກວດກາ ແລະ ການແກ້ໄຂບັນຫາ ໂດຍສະເພາະທາງດ້ານນິຕິກຳ). ນອກນີ້ ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານຊີ້ແຈງກ່ຽວກັບການແກ້ໄຂບັນຫາກອງທຶນຢາເສບຕິດນຄອນຫຼວງວຽງຈັນ (ຍົກໃຫ້ເຫັນເຖິງທີ່ມາຂອງກອງທຶນ ການນຳຈໍານວນເງິນຄືນ ການຄຸ້ມຄອງ ແລະ ການນໍາໃຊ້ ໂດຍສະເພາະແມ່ນການນໍາໃຊ້ເຂົ້າໃນການບໍາບັດຜູ້ຕິດຢາເສບຕິດ ເກີດຜົນຫຍັງແດ່) ຮັບຟັງການລາຍງານຂອງກອງບັນຊາການປ້ອງກັນຄວາມສະຫງົບ ກ່ຽວກັບການຈັດຕັ້ງຜັນຂະຫຍາຍການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດຢູ່ ນວ ຕາມຂໍ້ຕົກລົງຂອງ ທ່ານເຈົ້າຄອງນະຄອນຫຼວງ ສະບັບເລກທີ 841/ຈນວ, ລົງວັນທີ 25 ຕຸລາ 2021 (ລົງເລກທີ 6 ວຽກຈຸດສຸມຕາມສິດ ແລະ ໜ້າທີ່ຂອງຕົນ ແລະ ການດຳເນີນຄະດີຢາເສບຕິດ ໃນນັ້ນ ຍົກໃຫ້ເຫັນເຖິງຂັ້ນຕອນວິທີການດຳເນີນຄະດີ ຈຳນວນຄະດີ ຜູ້ຖຶກຫາ ແລະ ຂອງກາງ) ຮັບຟັງການລາຍງານຂອງພະແນກຍຸຕິທໍາ ກ່ຽວກັບການຈັດຕັ້ງຜັນຂະຫຍາຍການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດຢູ່ນະຄອນຫຼວງ ຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງ ສະບັບເລກທີ 841/ຈນວ ລົງວັນທີ 25 ຕຸລາ 2021ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຮັບຟັງການລາຍງານການຕິດຕາມກວດກາການນຳໃຊ້ 7 ມາດຕະການສະກັດກັ້ນ ຂອງອົງການສືບສວນ-ສອບສວນ ຕາມທີ່ກຳນົດໄວ້ໃນມາດຕາ 136 ຂອງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ໂດຍສະເພາະ ການແກ້ໄຂການລະເມີດກົດໝາຍໃນການພາຕົວ ກັກຕົວ ຈັບຕົວ ແລະ ການກັກຂັງພາງທີ່ບໍ່ຖືກຕ້ອງຕາມກົດໝາຍ ໃນໄລຍະ 6 ເດືອນຕົ້ນປີ 2022 ຂອງອົງການໄອຍະການປະຊາຊົນ ນວ ຮັບຟັງການລາຍງານຂອງອົງການໄອຍະການປະຊາຊົນ ນວ ກ່ຽວກັບການຈັດຕັ້ງຜັນຂະຫຍາຍການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດຢູ່ ນວ ຕາມຂໍ້ຕົກລົງຂອງທ່ານເຈົ້າຄອງ ນວ ສະບັບເລກທີ 841/ຈນວ, ລົງວັນທີ 25 ຕຸລາ 2021 (ລົງເລິກການດຳເນີນຄະດີຢາເສບຕິດ ໂດຍຍົກໃຫ້ເຫັນຈໍານວນຄະດີ ແລະ ການອອກຄໍາສັ່ງຕ່າງໆ) ຮັບຟັງການລາຍງານຂອງສານປະຊາຊົນ ນວ ກ່ຽວກັບການຈັດຕັ້ງຜັນຂະຫຍາຍ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດຢູ່ນະຄອນຫຼວງ ຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງ ສະບັບເລກທີ 841/ຈນວ, ລົງວັນທີ 25 ຕຸລາ 2021 (ລົງເລິກການດຳເນີນຄະດີຢາເສບຕິດ).

    ນອກຈາກບັນດາເນື້ອໃນທີ່ກ່າວມາຂ້າງເທິງນີ້ແລ້ວ ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານຊີ້ແຈງ ຈາກສະມາຊິກອົງການປົກຄອງ ນວ ຕໍ່ຄຳຊັກຖາມຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຢູ່ໃນກອງປະຊຸມຕື່ມອີກ ບັນດາທ່ານສາມາດມີຄໍາເຫັນ ຫຼື ຄໍາສະເໜີຜ່ານທາງໂທລະສັບສາຍດ່ວນ ໝາຍເລກ 021 260 242 ຫຼື 1156 ຂອງສະພາປະຊາຊົນ ນວ ໃນຄັ້ງນີ້ດ້ວຍ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!