ຜູ້​ສຳ​ປະ​ທານມອບ​ ສວນ​ນ້ຳ​ພຸ ​ຄືນ​ໃຫ້​ລັດ​ຄຸ້​ມ​ຄອງ

ເພື່ອເປັນການ ປັບປຸງ ນ້ຳພຸໃຫ້ ເປັນສາທາລະນະ ກັບໄປສູ່  ສະຖານທີ່ມໍລະດົກແຫ່ງຊາດ ບໍລິ ສັດ  AIDC  ໄດ້ຈັດງານ ຖະແຫຼງການຂຶ້ນໃນວັນທີ 18 ກໍລະກົດ 2022 ເຊິ່ງ​ຜູ້​ສຳ​ປະ​ທານ​ກ່າວ​ວ່າ ການ​ມອບ​ຄືນ​ໃຫ້​ລັດ​ຄຸ້ມ​ຄອງ ເປັນ​ການ​ສະ​ໝັກ​ໃຈ​ຂອງ​ບໍ​ລິ​ສັດ ແລະ ບໍ່​ໄດ້​ຮຽກ​ຮ້ອງ​ຄ່າ​ຊົດ​ເຊີຍ​ໃດໆ ພ້ອມນັ້ນ​ຍັງ​ເຫັນ​ດີ​ທີ່​ຈະ​ປະ​ກອບ​ສ່ວນ​ໃນ​ການ​ພັດ​ທະ​ນາ ແລະ ບູ​ລະ​ຍະ​ສວນ​ດັ່ງ​ກ່າວ​ນຳ​ອີກ.

ທ່ານ ພຶດ​ສະ​ພາ ພູ​ມ​ມ​ະ​ສັກ ປະ​ທານ​ບໍ​ລິ​ສັດ AIDC ຜູ້​ສຳ​ປະ​ທານ​ສວນ​ນ້ຳ​ພຸ ໃຫ້​ຖະ​ແຫຼງ​ຂ່າວ​ຕໍ່​ສື່ມ​ວນ​ຊົນ​ວ່າ: ສວນນ້ຳພຸຊຽງຍືນ ແມ່ນມີປະຫວັດສາດຍາວນານ ເມື່ອກ່ອນໄລ​ຍະປີ 1920 ແມ່ນຕະຫຼາດເຊົ້າຂອງ ນ.ວ  ໄລຍະໜຶ່ງ 1975  ແມ່ນໄດ້ກາຍເປັນວົງວຽນ ນ້ຳພຸ ມີທາງ ອ້ອມ ຮອບ ແລະ ຈີ່ງກາຍມາເປັນສວນນ້ຳພຸໃນໄລ​ຍະປີ 2000 ແຕ່ຍ້ອນ ງົບປະມານ ຂອງ ອພບ ນ.ວ ຈຳກັດ ໃນໄລຍະນັ້ນ ສວນນ້ຳພຸມີລັກສະນະມືດຫຼາຍ ປ້ຳນ້ຳພຸເປ່ເພ ຂາດບ່ອນຊົ້ນແດດ ຊົ້ນຝົນ ບໍລິສັດ  AIDC ຈຶ່ງໄດ້ຢື່ນມືເຂົ້າມາຊ່ວຍໃນການປັບປຸງ ດ້ວຍງົບປະມານ 10 ຕື້ກ່ວາກີບ ລວມມີ ລະບົບນ້ຳພຸ ປັບປຸງລະບົບດອກໄຟ້ ລະບົບພື້ນຍ່າງ ຫ້ອງນ້ຳ ແລະ ອາຄານຮ້ານອາຫານຈຳນວນ ໜື່ງ ເພື່ອເປັນແນວສ້າງລາຍຮັບ ໃຫ້ສວນນ້ຳພຸ ໃຫ້ສາມາດກຸ້ມຕົນເອງ.

ຜ່ານມາສວນດັ່ງກ່າວກໍໄດ້ ຮັບໃຊ້ເປັນບ່ອນຮັບແຂກ ພາຍໃນ ແລະ ຕ່າງປະເທດ ເຊັ່ນ: ຮັບໃຊ້ ກອງປະຊຸມ ອາເຊັມ ແຂກທ່ອງທ່ຽວ ກິດຈະກຳຊາວໜຸ່ມ ງານສະແດງສີລະປະເຜີຍແຜ່ວັດທະ ນາທຳໃນໄລຍະຜ່ານມາ ຮັບໃຊ້ແຂກຫຼາຍກ່ວາ 20.000-30.000 ຄົນຕໍ່ປີ.

ມາຮອດປີ 2021 ໂດຍຕາມການຮຽກຮ້ອງຂອງສັງຄົມ ແລະ ລັດຖະບານ ໂດຍສະເພາະ ແມ່ນ ທ່ານນາ​ຍົກ​ລັດຖະມົນຕີ ພັນຄຳ ວິພາວັນ ໄດ້​ຂຶ້ນມາຮັບຕຳແໜ່ງໃ​ໝ່ ເພິ່ນໄດ້ເປັນຫ່ວງເປັນ ໄຍຕໍ່ກັບມໍລະດົກຂອງຊາດ ມູນຄ່າທາງດ້ານວັດທະນາທຳ ແລະ ຈິດໃຈຂອງປະຊາຊົນ ບໍລິສັດ AIDC ກໍຄື ຄອບຄົວພູມມະສັກ ຈຶ່ງໄດ້ສະໝັກໃຈ ຕາມການສະເໜີຂອງທ່ານນາ​ຍົກລັດຖະມົນຕີ ແລະ ເປັນການສະແດງຄວາມຮູ້ບຸນຄຸນຕໍ່ປະເທດຊາດ ຈີຂໍປະກອບ ສ່ວນມອບ ສວນນ້ຳພຸ ໃຫ້ ກັບໄປ ໃຫ້ສູ່ລັດຖະບານ ກໍ່ຄື ນະຄອນຫຼວງວຽງຈັນ ເພື່ອເຮັດເປັນສາທາລະນະ 100%.

ໄລຍະຜ່ານມາ ການມອບ-ຮັບ ອາດຈະຊັກຊ້າ ຍ້ອນການປືກສາຫາລືຜ່ານແບບ ເພື່ອໃຫ້ໄດ້ເປົ້າ ໝາຍຂອງປະຫວັດສາດ ຄວາມໝາຍຂອງສວນນ້ຳພຸ ດັ່ງນັ້ນ ນະ​ຄອນຫຼວງວຽງ​ຈັນ ຈຶ່ງໄດ້ມີການ ເຊື້ອເຊີນສະມາຄົມສະຖາປະນີກ ຜູ້ຊົງວຸດທິ ແລະ ພະແນກການກ່ຽວຂ້ອງ ໃຫ້ເຂົ້າມາມີຄຳຄິດ ຄ ເຫັນ ຈາກນັ້ນຈະໄປຜ່ານ ອົງການປົກຄອງ ນະ​ຄອນຫຼວງວຽງ​ຈັນ ແລະ ລັດຖະບານ ​ເພື່ອ​ຈະ​ພັດ​ທະ​ນາ​ສວນ​ດັ່ງ​ກ່າວ​ທີ່​ລວມ​ເຖິງ​ກາກນ​ອອກ​ແບບ ງົບ​ປ​ະ​ມານ​ໃນ​ການ​ພັດ​ທະ​ນາ ແລະ ອື່ນໆ ເຊິ່ງອາຄານບາງສ່ວນຈະເຮັດເປັນພິພິຕະພັນ ແລະ ບ່ອນໃຫ້ຂໍ້ມູນດ້ານການທ່ອງ ທ່ຽວຫຼືບໍ (Tourist Information Center) ແຕ່ຈຸດສຳຄັນ​ທີ່ຍັງຮັກສາໄວ້ ​ແມ່ນໂຕຂັນນ້ຳພຸ ທີ່ມີຮູບ ຊົງເດີມຢູ່ແລ້ວ ສ່ວນບັນດາອາຄານທີ່ບົດບັງທັດສະນີຍະພາບ ​ຈະ​ມີ​ການຮື້ຖອນ ​ເຊິ່ງຈະເລີ່ມ ຕົ້ນປາຍເດືອນ ​ສິງຫາ ພາຍຫຼັງທີ່ແບບ ​ຂອງ​ນະ​ຄອນຫຼວງວຽງ​ຈັນ ໄດ້ຮັບຮອງຊັດເຈນ.

ທ່ານ​ປ​ະ​ທານ​ບໍ​ລິ​ສັດ AIDC ກ່າວ​ຕື່ມ​ວ່າ: ການມອບຄືນອາຄານ ແລະ ສະຖານທີ່ຄືນຄັ້ງນີ້ ບໍລິ ສັດແມ່ນບໍ່ໄດ້ຮຽກຮ້ອງການຊົດເຊີຍໃດໆ ແມ່ນເປັນການສະໝັກໃຈຂອງ ບໍລິສັດ ແລະ ບໍ​ລິ​ສັດ​ພວກ​ເຮົາຍັງເຫັນດີ​ທີ່ຈະປະກອບສ່ວນອື່ນໆ ນ​ການ​ພັດ​ທະ​ນາ ບູ​ລ​ະ​ນະສວນນ້ຳພຸແຫ່ງນີ້ ຕາມການເຫັນຄວນ ຂອງລັດຖະບານ ກໍຄື ນະຄອນຫຼວງວຽງຈັນ ໃຫ້ກາຍເປັນມໍລະດົກແຫ່ງ ຊາດ ພ້ອມນັ້ນ ນະ​ຄອນຫຼວງວຽງ​ຈັນ ກໍຍັງເປີດເວລາໃຫ້ສັງຄົມ ໃນໄລຍະເວລາ 1 ເດືອນນີ້ ສາມາດປະກອບຄຳເຫັນ ສະເໜີ ແບບໃນການປັບປຸງ ເພື່ອໃຫ້ ສວນນ້ຳພຸ ງົດງາມ ແລະ ມີກິດ ຈະກຳຮັບໃຊ້ສັງຄົມ.

error: Content is protected !!