ລັດຖະມົນຕີ ກຊສ ຕ້ອນຮັບທູດອີຕາລີ ປະຈຳລາວເຂົ້າຢ້ຽມອຳລາ

ວັນທີ 13 ກໍລະກົດ 2022 ທີ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງ ກຊສ ໄດ້ຕ້ອນຮັບທ່ານ Lorezo Galanti ເອກອັກຄະລັດຖະທູດແຫ່ງ ອີຕາລີ ປະຈຳ ສປປ ລາວ ໂດຍມີສຳນັກງານຕັ້ງຢູ່ນະຄອນຫຼວງບາງກອກ ລາຊະອານາຈັກໄທ ເຂົ້າຢ້ຽມຄໍານັບອຳລາ ໃນໂອກາດທີ່ສຳເລັດການປະຕິບັດໜ້າທີ່ທາງການທູດຢູ່ ສປປ ລາວ.

ໂອກາດນີ້ ທ່ານລັດຖະມົນຕີ ກຊສ ໄດ້ສະແດງຄວາມຕ້ອນຮັບ ຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ Lorezo Galanti ທີ່ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານການທູດຢູ່ ສປປ ລາວ ຄັ້ງນີ້ ເຊິ່ງຕະຫຼອດໄລຍະການປະຕິບັດໜ້າທີ່ວຽກງານ ທ່ານທູດໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງລັດຖະບານ ລາວ ແລະ ອີຕາລີ ໂດຍສະເພາະ ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນວຽກງານຂອງຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມທັງເຊື່ອໝັ້ນຢ່າງຍິ່ງວ່າ ລັດຖະບານອີຕາລີ ຈະສືບຕໍ່ໃຫ້ການສະໜັບສະໜູນ ກຊສ ໃນດ້ານຕ່າງໆ ເພື່ອເພີ່ມທະວີການຮ່ວມມື ໃນການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ ພ້ອມນີ້ ທ່ານລັດຖະມົນຕີ ກຊສ ຍັງໄດ້ອວຍພອນໃຫ້ທ່ານທູດຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນໃໝ່.

ທ່ານທູດອີຕາລີ ປະຈຳລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ກໍຄື ການນຳກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ອຳນວຍຄວາມສະດວກ ໃນການປະຕິບັດໜ້າທີ່ໃນນາມທູດອີຕາລີ ໃນໄລຍະຜ່ານມາ ແລະ ຈະສິ້ນສຸດວາລະປະຕິບັດໜ້າທີ່ໃນທ້າຍເດືອນກໍລະກົດ 2022 ນີ້.

error: Content is protected !!