ທ່ານຮອງນາຍົກ ສົ່ງສານອວຍພອນ U-19 ໝາກເຜັດຂີ້ໜູລາວ ສູ້…ສູ້ ຍາດເອົາໄຊຊະນະມາສູ່ປວງຊົນລາວ

ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ສົ່ງສານອວຍພອນໄຊ ໃນຕອນເຊົ້າມືນີ້ (15 ກໍລະກົດ) ທີ່ສຳນັກງານນາຍົກລັດຖະມົນຕີ ຫຼື ສນຍ ສົ່ງເພື່ອເປັນກຳລັງໃຈແກ່ຂຸນພົນນັກເຕະບານທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ (U-19) ໃນນັດຊີງຊະນະເລີດ ພົບກັບ ມາເລເຊຍ ໃນຄໍ່າຄືນມື້ນີ້ (15 ກໍລະກົດ) ເວລາ 20:00 ໂມງ (ຕາມເວລາທ້ອງຖິ່ນ) ໃນລາຍການບານເຕະ ຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ (U-19) ຫຼື AFF U-19 Boys Championship 2022 ໃຫ້ຮູ້ວ່າ: ຂ້າພະເຈົ້າ ຕາງໜ້າທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ຂໍຝາກຢືຢາມຖາມຂ່າວ ແລະ ສົ່ງກຳລັງໃຈເຖິງຄະນະນຳ ຄະນະຄູເຝິກ ແລະ ນັກກີລາ U-19 ທີມຊາດລາວ ຊາບວ່າ ລັດຖະບານ ແລະ ປະຊາຊົນລາວທົ່ວປະເທດ ໄດ້ຕິດຕາມຢ່າງໃກ້ຊິດ ແລະ ປິຕິຊົມຊື່ນເປັນຢ່າງຍິ່ງ

ຕໍ່ໄຊຊະນະໃນການແຂ່ງຂັນ 5 ນັດ 5 ໄຊຊະນະລວດຂອງທີມ U-19 ລາວ ພ້ອມກັນນີ້ ລັດຖະບານ ແລະ ປະຊາຊົນລາວທົ່ວປະເທດທຸກຄົນ ສະໜັບສະໜູນສຸດຂີດ ເປັນກຳລັງໃຈອັນແຮງກ້າ ແລະ ອວຍພອນໄຊໃຫ້ແກ່ນັກກີລາບານເຕະ U-19 ລາວ ຈົ່ງເອົາຊະນະໃນການແຂ່ງຂັນໃນຄໍ່າຄືນມື້ນີ້ ຍາດເອົາຂັນລາງວັນຊະນະເລີດ ມາປະດັບເອກອ້າງໃຫ້ກຽດສັກສີ ໃຫ້ປະເທດຊາດບ້ານເມືອງຂອງພວກເຮົາ U-19 ລາວໝາກເຜັດຂີ້ໜູລາວສູ້ໆ U-19 ລາວໝາກເຜັດຂີ້ໜູ ມີໄຊ ມີໄຊ ມີໄຊ.

# ສີພອນ ຈັນທະດາລາ

error: Content is protected !!