ພະອາຈານ ບຸນຍາດ ຄໍາພູ ພະອະປັດຊາເຂດສີສັດຕະນາກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ສືບຕໍ່ລົງໄປເຮັດກິດຈະກຳເລົ່າສິນທໍາຄວບຄຸມຢາເສບຕິດ ຢູ່ໂຮງຮຽນ ແສງວິໄລ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມີນັກຮຽນ ແລະ ຄູອາຈານເຂົ້າຮ່ວມ 209 ຄົນ.

ການທໍາກິດຈະກຳຄັ້ງນີ້ ຈຸດປະສົງເພື່ອປູກຈິດສໍານຶກໃຫ້ນັກຮຽນຮູ້ເຖິງໂທດຂອງຢາສູບ ຄວາມອັນຕະລາຍຂອງຢາເສບຕິດມີ ຢາບ້າ ກັນຊາ ເຮໂຣອິນ ຢາໄອສ໌ ຢາອີ ເຫຼົ່ານີ້ເປັນຕົ້ນ ແນໃສ່ການພັດທະນານັກຮຽນໃຫ້ປອດຈາກສິ່ງເສບຕິດ ແລະ ກາຍເປັນຊັບພະຍາກອນມະນຸດທີ່ດີຂອງຊາດ ພ້ອມນັ້ນພະອາຈານ ບຸນຍາດ ຄໍາພູ ໄດ້ນໍາອຸປະກອນການຮຽນ-ການສອນ ແລະ ວັດຖຸສິ່ງຂອງໃຫ້ກັບນ້ອງນັກຮຽນ ເຊິ່ງອຸປະກອນດັ່ງກ່າວ ໄດ້ຮັບການອຸປະຖໍາຈາກທ່ານ ທ່ານ ສຸຂັນສັກ ສີສຸກ ນາງ ໂຄຕາມີ ບ້ານໂນນຫວາຍ ອໍານວຍການໂຮງຮຽນສັນທະລັກ ເມືອງໄຊເສດຖາ ທ່ານ ຄໍາຜົງ ປານີຈິດ ນາງ ໄພວັນ ຈັນງາຄໍາ ທ່ານ ສົມພົງ ສູນດາລາ ແລະ ທ່ານນາງ ນາລີ ສີສຸລິດ ບ້ານ ທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.
# ຂ່າວ – ພາບ: ຂັນທະວີ