ຍ້ອງຍໍກົມກອງລວມໝູ່ ແລະ ບຸກຄົນດີເດັ່ນໃນການປະກອບສ່ວນບໍລິຈາກເລືອດ

     ສູນເລືອດແຫ່ງຊາດ ອົງການກາແດງລາວ ຈັດພິທີມອບຫຼຽນໄຊ ແລະ ໃບຍ້ອງຍໍໃຫ້ກັບກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ ໃນການປະກອບສ່ວນບໍລິຈາກເລືອດຂອງຕົນເອງເພື່ອສັງຄົມ ໂດຍບໍ່ຫວັງສິ່ງຕອບແທນໃດໆໃນໄລຍະ 3 ປີ (2016-2018)  ໃນວັນທີ 13 ມີນາ 2020 ທີ່ສູນການຄ້າລາວ ໄອເຕັກ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ທ່ານຫົວໜ້າສູນເລຶອດແຫ່ງຊາດ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດກ່າວວ່າ: ຍ້ອນວ່າ ເມື່ອຄົນເຮົາຫາກສູນເສຍເລືອດໃນຮ່າງກາຍເກີນປະລິມານແລ້ວ ສິ່ງທີ່ຈະມາທົດແທນຄືນໄດ້ນັ້ນກໍຄືເລືອດທີ່ມາຈາກຄົນເຮົາເທົ່ານັ້ນ ດັ່ງນັ້ນ ການຍ້ອງຍໍຊົມເຊີຍ ຈຶ່ງເປັນການກະຕຸກຊຸກຍູ້ໃຫ້ແກ່ຊັ້ນຄົນຕ່າງໆເຫັນໄດ້ຜົນງານ ຄຸນງາມຄວາມດີຂອງຜູ້ບໍລິຈາກເລືອດໃນແຕ່ລະໄລຍະ  ເຊິ່ງກົມກອງລວມໝູ່ ແລະ ບຸກຄົນທີ່ໄດ້ຮັບການຍ້ອງຍໍຄັ້ງນີ້ ມີຍ້ອງຍໍຈາກລັດຖະບານ ຫຼຽນໄຊແຮງງານຊັ້ນ 2 ການຈັດຕັ້ງມີ 4 ພາກສ່ວນ ບຸກຄົນ 16 ທ່ານ ຫຼຽນໄຊແຮງງານຊັ້ນ 3 ການຈັດຕັ້ງ 1 ພາກສ່ວນ ບຸກຄົນ 42 ທ່ານ ຫຼຽນກາແຮງງານ

ການຈັດຕັ້ງ 22 ພາກສ່ວນ ບຸກຄົນ 56 ທ່ານ ແລະ ໃບຍ້ອງຍໍ ທ່ານນາຍົກລັດຖະມົນຕີ ການຈັດຕັ້ງ 35 ບຸກຄົນ 127 ທ່ານ ຍ້ອງຍໍຈາກຄະນະກໍາມະການເລືອດແຫ່ງຊາດ ໃບຍ້ອງຍໍຄະນະກໍາມະການເລືອດແຫ່ງຊາດ ການຈັດຕັ້ງ 78 ພາກສ່ວນ ບຸກຄົນ 425 ທ່ານ ຍ້ອງຍໍຈາກອົງການກາແດງລາວ ແລະ ສູນເລືອດແຫ່ງຊາດ ໃບຍ້ອງຍໍຈາກປະທານອົງການກາແດງລາວ ການຈັດຕັ້ງ 85 ພາກສ່ວນ ບຸກຄົນ 309 ທ່ານ ແລະ ໃບຍ້ອງຍໍຈາກສູນເລືອດແຫ່ງຊາດ ການຈັດຕັ້ງ 70 ພາກສ່ວນ.

error: Content is protected !!