ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສ້າງຄວາມເຂັ້ມແຂງໃນເຄືອຂ່າຍຕ້ານການຄ້າມະນຸດລະດັບຊາດ

     ວັນທີ 13 ມັງກອນ 2022 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ມີພິທີເຊັນບົດບັນທຶກຄວາມເຂົ້າໃຈໂຄງການສ້າງຄວາມເຂັ້ມແຂງໃນເຄືອຂ່າຍຕ້ານການຄ້າມະນຸດລະດັບຊາດ ແລະ ການເຂົ້າເຖິງຂະບວນການຍຸຕິທໍາ ລະຫວ່າງທ່ານ ນາງ ວິໄລວັນ ດີລະພັນ ຫົວໜ້າຫ້ອງການສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ນາງ ທາມາຣາ ເຟເລີ ຮອງຜູ້ຕາງໜ້າມູນນິທິອາຊີ ປະຈໍາລາວ ມີທ່ານ ນາງ ຈັນໂສດາ ພອນທິບ ຮອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມຢູ່ກັບທີ່ ແລະ ຜ່ານລະບົບທາງໄກ.

    ການເຊັນບົດບັນທຶກຄັ້ງນີ້ ເພື່ອເປັນການສືບຕໍ່ຜັນຂະຫຍາຍໝາກຜົນແຫ່ງຄວາມສໍາເລັດໃນໄລຍະຜ່ານມາ ພາຍໃຕ້ການຮ່ວມມືລະຫວ່າງສູນກາງສະຫະພັນແມ່ຍິງລາວ ແລະ ມູນນິທິອາຊີ ໃນໂຄງການສ້າງຄວາມເຂັ້ມແຂງໃນເຄືອຂ່າຍຕ້ານການຄ້າມະນຸດລະດັບຊາດ ແລະ ການເຂົ້າເຖິງຂະບວນການຍຸຕິທໍາ ເຊິ່ງໂຄງການດັ່ງກ່າວ ຖືເປັນໂຄງການໜຶ່ງທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງແຫ່ງຊາດ ແຜນງານແແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກໍຄືການສ້າງຄວາມເຂັ້ມແຂງໃຫ້ທຸກພາກສ່ວນທີ່ເຄື່ອນໄຫວວຽກງານຕ້ານດານຄ້າມະນຸດ ໂດຍສະເພາະ ການດໍາເນີນຄະດີຕໍ່ຜູ້ກະທໍາຜິດ ແລະ ການປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຂະບວນການຍຸຕິທໍາ.

    ສໍາລັບແຜນການຮ່ວມມືໄລຍະປີ 2022-2023 ສູນກາງສະຫະພັນແມ່ຍິງລາວ ໄດ້ຮັບການອະນຸມັດຈາກກະຊວງການຕ່າງປະເທດ ໃນການຮັບເອົາການຊ່ວຍເຫຼືອຈາກລັດຖະບານສະຫາລັດອາເມຣິກາ ແລະ ມູນນິທິອາຊີ ຈໍານວນ 632.877 ໂດລາສະຫາລັດ ເພື່ອຮ່ວມມືໃນ 3 ແຜນວຽກໃຫຍ່ຄື: ການຜະລິດສື່ໂຄສະນາປູກຈິດສໍານຶກກ່ຽວກັບການຕ້ານການຄ້າມະນຸດ ເຝິກອົບຮົມ ແລະ ສ້າງຄວາມເຂັ້ມແຂງໃຫ້ໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ເຈົ້າໜ້າທີ່ຕໍາຫຼວດ ເຈົ້າໜ້າທີ່ດ່ານໜ້າ ສະມາຊິກຕາໜ່າງປົກປ້ອງເດັກ ທະນາຍຄວາມ ພະນັກງານຂອງສະຫະພັນແມ່ຍິງແຕ່ລະຂັ້ນ ແລະ ພາກສ່ວນທີ່ເຮັດໜ້າທີ່ປົກປ້ອງຊ່ວຍເຫຼືອກ່ຽວກັບການກໍານົດຕົວ ການປົກປ້ອງ ຊ່ວຍເຫຼືອ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນູດ ແລະ ສະໜັບສະໜູນການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ.

ຂ່າວ – ພາບ : ຂັນທະວີ

error: Content is protected !!