ຕີລາຄາວຽກງານການຄຸ້ມຄອງຄວາມປອດໄພຕາມທາງຫຼວງ

    ກອງປະຊຸມຄະນະກຳມະການດ້ານຄວາມປອດໄພທາງຫຼວງ ຈັດຂຶ້ນວັນທີ 13 ມັງກອນ 2022 ທີ່ ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະທານຄະນະກໍາມະການດ້ານຄວາມປອດໄພທາງຫຼວງ (ຄຊປທ) ມີທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ກະຊວງ ຍທຂ ທ່ານ ພັນເອກ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ພ້ອມຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຄວາມປອດໄພທາງຫຼວງ ໄລຍະປີ 2020-2021 ແລະ ແຜນການປີ 2022 ໄລຍະຜ່ານມາ ຄະນະກຳມະການດ້ານຄວາມປອດໄພທາງຫຼວງ (ຄຊປທ) ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດທິດທາງແຜນການຂອງ ຄຊປທ ກຳນົດໄວ້ ເຊິ່ງສອດຄ່ອງກັບແຜນນະໂຍບາຍຂອງອົງການສະຫະປະຊາຊາດໃນທົດສັດຕະວັດ 2011-2020 ໃນການຫຼຸດຜ່ອນການເກີດອຸບັດເຫດ ການສູນເສຍຊີວິດ ຊັບສິນ ແລະ ຜົນກທົບອື່ນໆຕໍ່ສັງຄົມ ດ້ວຍຄາດໝາຍຫຼຸດຜ່ອນຈຳນວນຜູ້ເສຍຊີວິດຈາກອຸບັດຫດຕາມທາງຫຼວງຫຼຸດລົງ 50% ໃນປີ 2020 ເຊິ່ງການຈັດຕັ້ງປະຕິບັດຕົວຈິງ ແມ່ນໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ 5 ເສົາຄ້ຳກ່ຽວກັບມາດຕະຖານແກ້ໄຂອຸບັດເຫດຕາມທາງຫຼວງຄື:

  • ການຄຸ້ມຄອງຄວາມປອດໄພຕາມທາງຫຼວງ
  • ການປັບປຸງຄວາມປອດໄພທາງຫຼວງ
  • ການປັບປຸງຄວາມປອດໄພດ້ານພື້ນຖານໂຄງລ່າງພື້ນຖານ
  • ການຄຸ້ມຄອງມາດຕະຖານ ເຕັກນິກຂອງຍານພາຫະນະ
  • ການຄຸ້ມຄອງພຶດຕິກຳຜູ້ໃຊ້ລົດ-ໃຊ້ຖະໜົນ ແລະ ການຊ່ວຍເຫຼືອສຸກເສີນຫຼັງເກີດອຸບັດເຫດ.
  • ການລົງທຶນໃສ່ວຽກງານຄວາມປອດໄພທາງຫຼວງ

    ໃນໄລຍະຜ່ານມາ ໄດ້ມີການລົງທຶນໃສ່ວຽກງານຄວາມປອດໄພທາງຫຼວງ ເຊິ່ງມາຈາກແຫຼ່ງທຶນຕ່າງໆຄື:

  • ກອງທຶນທາງ-ບ້ວງຄວາມປອດໄພທາງຫຼວງ
  • ທຶນຊ່ວຍເຫຼືອລ້າຈາກກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (ສປ ຈີນ)
  • ທຶນຊ່ວຍເຫຼືອລ້າຈາກກອງທຶນຄວາມປອດໄພທາງຫຼວງຂອງອົງການສະຫະປະຊາຊາດ
  • ທຶນຊ່ວຍເຫຼືອລ້າຂອງອົງການ KOICA ພາຍໃຕ້ໂຄງການປັບປຸງກໍ່ສ້າງ ຍົກລະດັບຂົວ 6 ແຫ່ງ ແລະ ປັບປຸງຄວາມປອດໄພຕາມທາງຫຼວງເສັ້ນທາງເລກທີ 8
  • ທຶນຊ່ວຍເຫຼືອຂອງ EIB
  • ທຶນກູ້ຢືມຈາກທະນາຄານໂລກ.

# ຂ່າວ ພາບ : ຊິລິການດາ

error: Content is protected !!