ປີ 2025 ວຽກງານຕ້ານເອດສ໌ ຕ້ອງສູ້ຊົນເພື່ອບັນລຸໃຫ້ໄດ້ເປົ້າໝາຍແບບເລັ່ງລັດ 95% ໃນ 3 ເປົ້າໝາຍ

     ວັນທີ 12 ມັງກອນ 2022 ທີ່ທ່າລາດ ແຂວງວຽງຈັນ ສູນຕ້ານເອດສ໌ ແລະ ພະຍາດຕິດຕໍ່ທາງເພດສຳພັນ ໄດ້ຈັດກອງປະຊຸມສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານເຊື້ອ HIV/Aids ແລະ ພະຍາດຕິດຕໍ່ທາງເພດສຳພັນ ປະຈຳປີ 2021 ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ ພູທອນ ສຸດທະລັກ ຫົວໜ້າສູນຕ້ານເອດສ໌ ແລະ ພຕພ ມີບັນດາທ່ານຫົວໜ້າກົມ ຫົວໜ້າສູນ ຫົວໜ້າພະແນກສາທາລະນະສຸກແຂວງ ຄະນະອຳນວຍການໂຮງໝໍ ຜູ້ຕາງໜ້າຄູ່ຮ່ວມງານຕ້ານເອດສ໌ ຄູ່ຮ່ວມພັດທະນາ ອົງການຈັດຕັ້ງສັງຄົມ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ດຣ ພູທອນ ສຸດທະລັກ ໄດ້ກ່າວວ່າ: ໃນໄລຍະ 1 ປີ ທີ່ຜ່ານມາ ເປັນໄລຍະທີ່ມີຄວາມຫຍຸ້ງຍາກ ເພາະພະຍາດໂຄວິດ-19 ໄດ້ມີການລະບາດ ແລະ ໄດ້ສ້າງຜົນກະທົບຕໍ່ການເດີນທາງ ການສັນຈອນໄປມາລະຫວ່າງແຂວງຕໍ່ແຂວງ ເມືອງຕໍ່ເມືອງ ແລະ ບ້ານຕໍ່ບ້ານ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕ້ານເອດສ໌ປະເຊີນກັບຄວາມຫຍຸ້ງຍາກ ແຕ່ການຈັດຕັ້ງປະຕິບັດທຸກວຽກງານ ຕ້ອງໄດ້ສູ້ຊົນເພື່ອບັນລຸໃຫ້ໄດ້ເປົ້າໝາຍແບບເລັ່ງລັດຂອງອົງການສະຫະປະຊາຊາດຕ້ານເອດສ໌ ຄື: ພາຍໃນປີ 2025 ຕ້ອງບັນລຸໃຫ້ໄດ້ 95-95-95 ແລະ ຢຸດຕິການແຜ່ລະບາດຂອງເຊື້ອ HIV ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃຫ້ໄດ້ໃນປີ 2030

   ສຳລັບເປົ້າໝາຍ 95-95-95 ໝາຍຄວາມວ່າ: 95% ຂອງຜູ້ຕິດເຊື້ອ HIV ຈະຕ້ອງຮູ້ສະພາບການຕິດເຊື້ອ HIV ຂອງຕົນ 95% ຂອງຜູ້ຕິດເຊື້ອ HIV ທີ່ຮູ້ສະພາບການຕິດເຊື້ອຂອງຕົນ ຈະຕ້ອງໄດ້ຮັບການປິ່ນປົວດ້ວຍຢາຕ້ານຕໍ່ເຊື້ອ HIV 95% ຂອງຜູ້ທີ່ໄດ້ຮັບການປິ່ນປົວດ້ວຍຢາຕ້ານຕໍ່ເຊືື້ອ HIV ສາມາດກົດເຊື້ອ HIV ໃນເລືອດລົງໃນລະດັບຕໍ່າ (ປິ່ນປົວດີ) ແລະ ຢຸດຕິການແຜ່ລະບາດຂອງເຊື້ອ HIV ໃນປີ 2030.

         # ຂ່າວ & ພາບ : ເພັດສະໝອນ

error: Content is protected !!