ກອງປະຊຸມລັດຖະບານເປີດກວ້າງ ປີ 2021

    ວັນທີ 24 ທັນວາ 2021 ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜູ້ປະຕິບັດວຽກງານໂຄສົກລັດຖະບານ ໄດ້ຖະແຫຼງຂ່າວກ່ຽວກັບຜົນກອງປະຊຸມລັດຖະບານເປີດກວ້າງ ປີ 2021 ວ່າ: ຜົນກອງປະຊຸມລັດຖະບານເປີດກວ້າງ ປີ 2021 ທີ່ໄດ້ໄຂຂຶ້ນວັນທີ 23-24ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ສະມາຊິກລັດຖະບານ ທ່ານເຈົ້າແຂວງ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຜ່ານລະບົບກອງປະຊຸມທາງໄກ. 

    ກອງປະຊຸມໄດ້ຮັບຟັງ ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ ຕໍ່ 03 ວາລະທີ່ສຳຄັນ ຄື: 

    ວາລະທີ 1: ໄດ້ຜ່ານ 6 ເອກະສານຄື: ຮ່າງບົດສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຂອງລັດຖະບານປະຈຳປີ 2021 ແລະ ທິດທາງປີ 2022 ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ບົດລາຍງານການຈັດຕັ້ງປະຕິບັດວຽກງານປ້ອງກັນ ຄວບ ຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ ບົດລາຍ ງານການກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດແຜນຕ້ອນຮັບນັກທ່ອງທ່ຽວ ແລະ ບົດລາຍງານກ່ຽວກັບການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຊຶ່ງຕໍ່ບັນດາບົດລາຍງານດັ່ງກ່າວ ກອງປະຊຸມໄດ້ຕົກລົງ ແລະ ມີທິດຊີ້ນຳດັ່ງນີ້: 

    1) ເຫັນດີຮັບຮອງເອົາບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຂອງລັດຖະບານ ໂດຍມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ນຳໄປປັບປຸງໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ ຕາມການປະກອບຄຳເຫັນຂອງກອງປະຊຸມ. ພ້ອມກັນນີ້ ໄດ້ຊີ້ນຳໃຫ້ສະມາຊິກລັດຖະບານ ບັນດາທ່ານຫົວໜ້າອົງການຈັດຕັ້ງພັກ ອົງການທຽບເທົ່າຂັ້ນສູນກາງ ທ່ານເຈົ້າແຂວງ ເຈົ້າຄອງນະ ຄອນຫຼວງວຽງຈັນ ຈົ່ງໄດ້ສືບຕໍ່ກຳແໜ້ນທັດສະນະພື້ນຖານທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກໍານົດໄວ້ ໃນນັ້ນແມ່ນຕ້ອງສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ບົນພື້ນຖານນັ້ນ ທຸກການຈັດຕັ້ງ ແລະ ພະນັກງານຄຸ້ມຄອງທຸກລະດັບ ຕ້ອງຫັນປ່ຽນຈິນຕະນາການຢ່າງແທ້ຈິງ ສິ່ງສຳຄັນແມ່ນຕ້ອງຍົກສູງຄວາມເປັນເຈົ້າການ ຄວາມຮັບຜິດຊອບ ແລະ ຈັນຍາບັນໃນການເຮັດວຽກຂອງການຈັດຕັ້ງ ກໍຄືບຸກຄົນທີ່ສັງກັດຢູ່ໃນຂອບເຂດຄວາມຮັບຜິດຊອບ ຕາມພາລະບົດບາດໜ້າທີ່ຂອງຕົນ ຫັນປ່ຽນຈາກ “ຜູ້ຄຸ້ມຄອງ” ມາເປັນ “ຜູ້ໃຫ້ບໍລິການທີ່ດີ ວ່ອງໄວ ແລະ ຖືກຕ້ອງຕາມກົດໝາຍ”. ນອກຈາກນັ້ນ ກໍໃຫ້ຮັບຮູ້ ແລະ ເຂົ້າໃຈວ່າ ພາກລັດ ແລະ ພາກທຸລະກິດ ແມ່ນຮຸ້ນສ່ວນທີ່ສຳຄັນຮ່ວມກັນ ແລະ ຕັດແຍກອອກຈາກກັນບໍ່ໄດ້ ເພື່ອແກ້ໄຂບັນຫາລວມຂອງຊາດ ແລະ ພັດທະນາປະເທດຂອງພວກເຮົາໃຫ້ຈະເລີນກ້າວໜ້າ. 

    2) ເຫັນດີຮັບຮອງບົດລາຍງານການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍມອບໃຫ້ບັນດາກະຊວງ ແລະ ທ້ອງຖິ່ນ ສືບຕໍ່ປັບປຸງແຜນວຽກໃຫ້ຖືກຕ້ອງສອດຄ່ອງກັບສະພາບຈຸດພິເສດຂອງຕົນ ລວມທັງກຳນົດມາດຕະການແກ້ໄຂໃຫ້ຊັດເຈນ ແລະ ເຂັ້ມງວດຂຶ້ນກວ່າເກົ່າ ໂດຍເນັ້ນໃສ່ການສ້າງຖານການຜະລິດ ຕິດພັນກັບການສ້າງຖານລາຍຮັບໃໝ່ ການຫັນເປັນທັນສະໄໝ ໃນການອັດຊ່ອງຫວ່າງການຮົ່ວໄຫຼ ໃນການຂຸດຄົ້ນລາຍຮັບ ການເກັບລາຍຮັບ ການເຂົ້າລະບົບຖືບັນຊີ ການແກ້ໄຂພາຫະນະທີ່ບໍ່ຖືກຕ້ອງ ການນຳໃຊ້ລົດໄຟຟ້າ ການຕິດຕັ້ງຊິງຊັ່ງທັນສະໄໝ ການຂຸດຄົ້ນ ແລະ ສົ່ງອອກແຮ່ທາດ ການຄຸ້ມຄອງຮ້ານແລກປ່ຽນເງິນຕາໃຫ້ເຂົ້າສູ່ລະບົບ ແລະ ອື່ນໆ ຄຽງຄູ່ກັບການຄຸ້ມຄອງລາຍຈ່າຍ ຕ້ານການຟຸມເຟືອຍທີ່ໃຊ້ງົບປະມານຂອງລັດ. ນອກຈາກນັ້ນ ຕ້ອງສືບຕໍ່ເອົາໃຈໃສ່ປັບປ່ຽນຄ່ານິຍົມນໍາໃຊ້ສິນຄ້ານໍາເຂົ້າ ມາເປັນການສົ່ງເສີມການຜະລິດ ແລະ ນິຍົມຊົມໃຊ້ສິນຄ້າທີ່ຜະລິດຢູ່ພາຍໃນເທື່ອລະກ້າວ ແລະ ຖືເອົາກາລະໂອກາດຈາກເງື່ອນໄຂດ້ານຕ່າງໆໃນການພັດທະນາໂຄງລ່າງພື້ນຖານ ໃນແລວເສັ້ນທາງລົດໄຟ ລາວ-ຈີນ ແລະ ທາງດ່ວນ ເພື່ອພັດທະນາການບໍລິການ ການຂົນສົ່ງສິນຄ້າ ການເຊື່ອມໂຍງ ການທ່ອງທ່ຽວຂອງປະເທດເຮົາ. 

    – ສໍາລັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕ້ອງສຸມໃສ່ເຜີຍແຜ່ໃຫ້ທົ່ວປວງຊົນລາວທັງຊາດ ພິເສດແມ່ນໃຫ້ຄົນຮຸ່ນໜຸ່ມ ໄດ້ຮັບຮູ້ເຂົ້າໃຈເປັນເອກະພາບກ່ຽວກັບຜົນຮ້າຍຂອງຢາເສບຕິດຕໍ່ຊຸມຊົນ ເປັນເຈົ້າການເຂົ້າຮ່ວມໃນການຈັດຕັ້ງປະຕິບັດໃຫ້ເປັນຂະບວນກວ້າງຂວາງ ໄປຄຽງຄູ່ກັບການປັບປຸງກົງຈັກການຈັດຕັ້ງຂັ້ນບ້ານໃຫ້ມີຄວາມເຂັ້ມແຂງ ສ້າງ ແລະ ປັບປຸງບັນດານິຕິກໍາທີ່ກ່ຽວຂ້ອງໃຫ້ຄົບຖ້ວນ ລວມທັງແກ້ໄຂບັນຫາຄົງຄ້າງກ່ຽວກັບຊັບສິນຂອງການດຳເນີນຄະດີໃຫ້ສຳເລັດ. 

    3) ກອງປະຊຸມຕົກລົງເຫັນດີຮັບຮອງບົດສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມາດຕະການເພື່ອປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະຈໍາປີ 2021 ແລະ ແຜນການປີ 2022 ໂດຍມອບໃຫ້ຄະນະສະເພາະກິດ ສົມທົບກັບພາກສ່ວນກ່ຽວຂ້ອງ ກຳນົດມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດໃຫ້ມີປະສິດທິຜົນສູງຂຶ້ນ ໂດຍຮັບປະກັນການດຸ່ນດ່ຽງລະຫວ່າງການພັດທະນາເສດຖະກິດ-ສັງຄົມ ກັບການຮັກສາສຸຂະພາບຂອງປະຊາຊົນ ສືບຕໍ່ສົ່ງເສີມມູນເຊື້ອອັນດີງາມ ແລະ ຄວາມຮັບຜິດຊອບໃນຫຼາຍຮູບແບບຂອງພາກສັງຄົມ ຄອບຄົວ ກໍຄືພາກທຸລະກິດ ເຂົ້າໃນວຽກງານດັ່ງກ່າວຢ່າງຕັ້ງໜ້າ ໂດຍສະເພາະໃນການກວດກາເຊື້້ອພະຍາດ ການສັກວັກຊີນ ການຈຳກັດບໍລິເວນ ແລະ ການປິ່ນປົວ ປຸກລະດົມກຳລັງໃຈຂອງເຈົ້າໜ້າທີ່ ກໍຄືພະນັກງານວິຊາການທີ່ໄດ້ປະຕິບັດໜ້າທີ່ໂດຍກົງກັບການຄວບຄຸມພະຍາດດັ່ງກ່າວ ທັງຄົ້ນຄ້ວາຖອດຖອນເອົາບົດຮຽນຂອງປະເທດຕ່າງໆ ບວກກັບບົດຮຽນຜ່ານມາຂອງປະເທດເຮົາ. 

    4) ເຫັນດີດ້ານຫຼັກການ ຮັບຮອງແຜນຮັບນັກທ່ອງທ່ຽວ ແຕ່ຕ້ອງເອົາໃຈໃສ່ຄວາມພ້ອມດ້ານຕ່າງໆຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ ເພື່ອບໍ່ໃຫ້ມີຜົນກະທົບຕາມມາ ລວມທັງຜົນກະທົບຕໍ່ການສົ່ງເສີມສາຍພົວພັນຮ່ວມມືທີ່ດີກັບບັນດາປະເທດຕ່າງ, ສິ່ງສຳຄັນແມ່ນຕ້ອງຮັບປະກັນຄວາມດຸ່ນດ່ຽງ ລະຫວ່າງການພັດທະນາທາງດ້ານເສດຖະກິດ ດ້ວຍມາດຕະການຕ່າງໆ ກັບການຮັກສາສຸຂະພາບຂອງປະຊາຊົນ ແລະ ສ້າງທຸກເງື່ອນໄຂໃຫ້ທຸກພາກສ່ວນເສດຖະກິດມີເງື່ອນໄຂໃນການຫັນວິກິດເປັນໂອກາດ ໃນການພັດທະນາ ແລະ ຟື້ນຟູເສດຖະກິດຂອງປະເທດເຮົາ ໃນເງື່ອນໄຂໂຄວິດ. 

    5) ສຳລັບການກະກຽມໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ກອງປະຊຸມໄດ້ມອບໃຫ້ກະຊວງການຕ່າງປະເທດເປັນໃຈກາງສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ ກະກຽມສ້າງແຜນຍຸດທະສາດຂ້າມຜ່ານຂອງ ສປປ ລາວ ຮອດປີ 2026 ໃຫ້ສໍາເລັດ ທັງໃຫ້ສືບຕໍ່ໂຄສະນາ ແລະ ເຜີຍແຜ່ຂໍ້ມູນກ່ຽວກັບກາລະໂອກາດ ຂັ້ນຕອນ ຂະບວນການ ແລະ ຄວາມໝາຍຂອງການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ທັງຍົກໃຫ້ເຫັນສິ່ງທ້າທາຍດ້ານຕ່າງໆ  ອັນເນື່ອງຈາກສະພາບແວດລ້ອມໃນຕົວ ແລະ ນອກຕົວ ເພື່ອໃຫ້ສັງຄົມ ຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງ ບົນພື້ນຖານນັ້ນ ເພື່ອຕື່ນຕົວເຂົ້່າຮ່ວມຂະບວນການຕ່າງໆທີ່ພັກ-ລັດວາງອອກດ້ວຍຄວາມເປັນເຈົ້າການ.

    ວາລະທີ 2 ຂອງກອງປະຊຸມ ແມ່ນຜ່ານຮ່າງດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2022. ກອງປະຊຸມຕົກລົງເຫັນດີດ້ານຫຼັກການຮັບຮອງເອົາຮ່າງດຳລັດດັ່ງກ່າວ ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງຄືນ ໃຫ້ມີເນື້ອໃນຮັດກຸມ ຄົບຖ້ວນ ຕາມການປະກອບຄຳຄິດເຫັນຂອງກອງປະຊຸມ ກ່ອນທີ່ຈະສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງນາມປະກາດໃຊ້ ເພື່ອເປັນບ່ອນອີງໃຫ້ແກ່ຂະແໜງການ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດໃນຕ່ໍໜ້າ ໂດຍມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜັນຂະຫຍາຍຜົນຂອງກອງປະຊຸມອອກເປັນນິຕິກຳ ເຊັ່ນ: ມະຕິ ແລະ ແຈ້ງການ. ພ້ອມດຽວກັນນັ້ນ ອີງຕາມລະບຽບ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ IX ສະເໜີໃຫ້ບັນດາກະຊວງ ເຮັດໜ້າທີ່ເປັນເຈົ້າພາບໃນການປະສານສົມທົບ ຈັດຕັ້ງປະຕິບັດໜ້າວຽກທີ່ເປັນຂອງຕົວເອງ ສ່ວນບັນດາກະຊວງ ອົງການກ່ຽວຂ້ອງ ຕ້ອງເຄົາລົບການປະສານງານຂອງກະຊວງເຈົ້າພາບ ສະເພາະວຽກຢູ່ອົງການປົກຄອງທ້ອງຖິ່ນ ມອບໃຫ້ທ່ານເຈົ້າແຂວງ ເຈົ້າຄອງນະຄອນຫຼວງວຽງຈັນ ເປັນເຈົ້າພາບໃນການປະສານງານກັບບັນດາກະຊວງ ອົງການ ໃນການຈັດຕັ້ງປະຕິບັດວຽກງານຂອງຕົນ. ນອກຈາກນັ້ນ ໃຫ້ຖືເອົາການກວດກາປົກກະຕິພາຍໃນເປັນຫຼັກ ສ່ວນການກວດກາສະເພາະ ແມ່ນຈັດຕັ້ງປະຕິບັດໃນກໍລະນີມີບັນຫາ.  

    ວາລະທີ 3 ແມ່ນພິຈາລະນາບົດສະຫຼຸບລາຍງານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ແລະ ທິດທາງແຜນການໃນຕໍ່ໜ້າ. ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງການສະຫຼຸບລາຍງານດັ່ງກ່າວ ພ້ອມກັນນີ້ ໄດ້ຊີ້ນຳໃຫ້ທຸກຂະແໜງການ ອົງການຂັ້ນສູນກາງ ຕະຫຼອດຮອດອົງການປົກຄອງທ້ອງຖິ່ນ ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕິດພັນກັບນະໂຍບາຍໃນຂົງເຂດຄວາມຮັບຜິດຊອບຕົນ ໃຫ້ເຂົ້າສູ່ລວງເລິກຢ່າງຕັ້ງໜ້າ ແລະ ໃຫ້ມີປະສິດທິຜົນສູງຂຶ້ນ ໂດຍຕ້ອງປະຕິບັດການແບ່ງຂັ້ນຄຸ້ມຄອງລະຫວ່າງກະຊວງ ອົງການກັບແຂວງ ລະຫວ່າງແຂວງກັບເມືອງ ລະຫວ່າງເມືອງກັບບ້ານ ໃຫ້ເປັນລະບົບຈະແຈ້ງ ເປັນຮູບປະທຳ ທັງຮັບປະກັນຫຼັກການລວມສູນ ເປັນເອກະພາບໃນການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ເອົາໃຈໃສ່ຊຸກຍູ້ຂະບວນການແຂ່ງຂັນຮັກຊາດພັດທະນາ ຕາມ 4 ດ້ານ: ໃຫ້ໄວ ໃຫ້ດີ ໃຫ້ຫຼາຍ ແລະ ໃຫ້ຖືກກົດໝາຍ.

    ສຳລັບວຽກນີ້ ລັດຖະບານຈະຈັດກອງປະຊຸມສະເພາະເພື່ອສະຫຼຸບຂະບວນການແຂ່ງຂັນຮັກຊາດພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງ ທີ່ຕິດພັນກັບການກໍ່ສ້າງຮາກຖານການເມືອງ ແລະ ລຶບລ້າງຄວາມທຸກຍາກ.

    ພ້ອມກັນນີ້ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ແຕ່ລະຂະແໜງການ-ອົງການ ສືບຕໍ່ກວດກາບັນດານະໂຍບາຍ ກໍຄືນິຕິກໍາຕ່າງໆທີ່ໄດ້ປະກາດໃຊ້ແລ້ວ ຖ້າເຫັນວ່າອັນໃດບໍ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນເງື່ອນໄຂໃໝ່ ຕ້ອງໄດ້ຮີບຮ້ອນປັບປຸງ ແກ້ໄຂ ໃຫ້ທັນການ ຫຼື ນິຕິກຳໃດທີ່ຍັງບໍ່ທັນມີ ກໍໃຫ້ຮີບຮ້ອນສ້າງຂຶ້ນໃໝ່ ໂດຍຕ້ອງມີຄວາມສະດຸ້ງໄວ ຕາມທິດຫັນປ່ຽນຢ່າງແຂງແຮງ ເລິກເຊີ່ງຮອບດ້ານ ທັງຮັບ ປະກັນຄວາມໂປ່ງໃສ ສະດວກ ວ່ອງໄວ ສິ່ງທີ່ມີຄວາມສຳຄັນ ແມ່ນຂໍ້ມູນສະຖິຕິດ້ານຕ່າງໆທີ່ພົວພັນກັບໜ້າທີ່ການເມືອງຂອງຕົນ ຕ້ອງຮັບປະກັນໃຫ້ຖືກຕ້ອງ ຊັດເຈນ ເພື່ອເປັນຖານຂໍ້ມູນໃນການວາງແຜນໃນແຕ່ລະໄລຍະ ແລະ ເປັນບ່ອນອີງທີ່ສໍາຄັນໃນການສົ່ງເສີມການລົງທຶນ ແລະ ການບໍລິການປະຕູດຽວໃຫ້ວ່ອງໄວຂຶ້ນ.

    ຄຽງຄູ່ກັນນັ້ນ ຍັງໄດ້ເນັ້ນໜັກໃຫ້ບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ອົງການປົກຄອງທ້ອງຖິ່ນ ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໂດຍສະເພາະແມ່ນທິດທາງແຜນການປີ 2022 ຂອງລັດຖະບານໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢູ່ໃນພາກສ່ວນຕົນ ດ້ວຍການຫັນເປັນແຜນປະຕິບັດຕົວຈິງຢ່າງລະອຽດ ພ້ອມທັງສືບຕໍ່ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍຄືການແກ້ໄຂບັນຫາຢາເສບຕິດ ໃນປີ 2022 ໃຫ້ໄດ້ຮັບຜົນເປັນຢ່າງດີ. 

# ຂໍ້ມູນຂ່າວ – ພາບ : ກົມປະຊາສໍາພັນ

error: Content is protected !!