ລາວໂທລະຄົມ ນໍາກະຕ່າຂອງຂວັນມາອວຍພອນໜັງສືພິມວຽງຈັນໃໝ່

    ທ່ານ ຊະນະຈິດ ຈັນທະຣາຕີ ຜູ້ຕາງໜ້າບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ນໍາກະຕ່າຂອງຂວັນ ແລະ ປະຕິທິນ ມາອວຍພອນໜັງສືພິມວຽງຈັນໃໝ່ ວັນທີ 24 ທັນວາ 2021 ຢູ່ສໍານັກງານໜັງສືພິມວຽງຈັນໃໝ່ ເຊິ່ງໃຫ້ການຕ້ອນຮັບໂດຍທ່ານນາງ ແກ້ວຊ້ອນ ຈັນທະນາມ ຫົວໜ້າບັນນາທິການໜັງສືພິມວຽງຈັນໃໝ່.

    ການມາອວຍພອນຄັ້ງນີ້ ແມ່ນເນື່ອງໃນໂອກາດສົ່ງທ້າຍປີເກົ່າ 2021 ແລະ ຕ້ອນຮັບປີໃໝ່ສາກົນ 2022 ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງ ແລະ ເສີມຂະຫຍາຍການຮ່ວມມືທີ່ມີມາແຕ່ດົນນານ ລະຫວ່າງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ໜັງສືພິມວຽງຈັນໃໝ່ ໂດຍສະເພາະການໃຫ້ການສະໜັບສະໜູນໂຄສະນາການດໍາເນີນທຸລະກິດ ກໍຄືການຈັດກິດຈະກໍາຕ່າງໆຂອງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ທີ່ມີຕໍ່ສັງຄົມ ແລະ ອື່ນໆ.

    ໂອກາດນີ້ ທ່ານນາງ ແກ້ວຊ້ອນ ຈັນທະນາມ ກໍໄດ້ຕາງໜ້າໃຫ້ພະນັກງານ-ລັດຖະກອນສໍານັກງານໜັງສືພິມວຽງຈັນໃໝ່ ສະແດງຄວາມຂອບໃຈບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ທີ່ໄດ້ມາອວຍພອນຄັ້ງນີ້ ເຊິ່ງໄລຍະຜ່ານມາ ບໍລິສັດດັ່ງກ່າວກໍໄດ້ສະໜັບສະໜູນການໂຄສະນາ ແລະ ອອກຂ່າວຜ່ານໜັງສືພິມວຽງຈັນໃໝ່ດ້ວຍດີຕະຫຼອດມາ ແລະ ຫວັງວ່າຈະໄດ້ຮັບການສະໜັບສະໜູນຕື່ມອີກໃນຕໍ່ໜ້າ ພ້ອມນີ້ ທ່ານຍັງໄດ້ອວຍໃຫ້ຄະນະບໍລິຫານ ຕະຫຼອດຮອດພະນັກງານທັງໝົດຂອງບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ ມີສຸຂະພາບເຂັ້ມແຂງ ມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດໃນການດໍາເນີນທຸລະກິດ ຕື່ມອີກ. 

# ຂ່າວ – ພາບ : ສະບາໄພ 

error: Content is protected !!