ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງ ລົງຕິດຕາມການສອບເສັງພາກຮຽນ 1

    ໃນວັນທີ 24 ທັນວາ 2021 ຜ່ານມາ ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ລົງຕິດຕາມຊຸກຍູ້ການສອບເສັງພາກຮຽນ 1 ຜ່ານທາງອອນລາຍ ຂອງໂຮງຮຽນ ມສ ວຽງຈັນ ໂດຍມີທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ພ້ອມດ້ວຍຄະນະ ແລະ ພະນັກງານຄູ-ອາຈານ ໃຫ້ການຕ້ອນຮັບ.

    ໂອກາດນີ້ ທ່ານ ນາງ ມະນີວອນ ພະໄຊຍະວົງ ຮອງຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ໃນສົກຮຽນ 2021-2022 ໂຮງຮຽນ ມສ ວຽງຈັນ ໄດ້ຈັດຕັ້ງການຮຽນ-ການສອນມາແຕ່ວັນທີ 20 ກັນຍາ 2021 ໂດຍປະຕິບັດຕາມຫຼັກສູດຂອງສະຖາບັນຄົ້ນຄົ້ວວິທະຍາສາດສະບັບປັບປຸງໃໜ່ຈາກ 9 ເດືອນ ລົງມາ 6 ເດືອນເຄີ່ງໃນໄລຍະມີການລະບາດຂອງພະຍາດໂຄວີດ-19 ມາຮອດທ້າຍເດືອນທັນວາ ທາງໂຮງຮຽນໄດ້ປະຕິບັດຫຼັກສູດໄດ້ 95% ດັ່ງນັ້ນ ຈຶ່ງໄດ້ຈັດຕັ້ງການສອບເສັງພາກຮຽນ 1 ຂຶ້ນ ເພື່ອປະເມີນການຮຽນ-ການສອນໃນໄລຍະທຳອິດ ແລະ ເພື່ອນຳເອົາຜົນການປະເມີນໄປປັບປຸງໃນໄລຍະທີ 2 ຄືພາກຮຽນທີ 2 ໃນວັນທີ 10 ມັງກອນ 2022.

    ການສອບເສັງໄດ້ແບ່ງອອກເປັນ 2 ຄັ້ງ ລະຫວ່າງວັນທີ 22-24 ທັນວາ 2021 ສອບເສັງຊັ້ນມັດທະຍົມຕົ້ນ ເຊິ່ງມີທັງໜົດ 41 ຫ້ອງ ມີນັກຮງນທັງໜົດ 1.826 ຄົນ ຍີງ 1.061 ຄົນ ສາມາດເສັງອອນລາຍໄດ້ 1.823 ຄົນ ມາເສັງເຊິ່ງໜ້າ 3 ຄົນ ແລະ ລະຫວ່າງວັນທີ 27-29 ທັນວາ 2021 ສອບເສັງຊັ້ນມັດທະຍົມປາຍ ຈຳນວນ 41 ຫ້ອງ ມີນັກສອບເສັງທັງໝົດ 1.720 ຄົນ ຍິງ 968 ຄົນ ໃນນັ້ນ ມ5 ມີ 568 ຄົນ ມ6 ມີ 616 ຄົນ ແລະ ຊັ້ນ ມ7 ມີຈຳນວນ 536 ຄົນ ສ່ວນຜົນການສອບເສັງ ຈະມີການແຈ້ງຜົນພາຍຫຼັງສຳເລັດການສອບເສັງນັກຮຽນຊັ້ນມັດທະຍົມປາຍ ເຊິ່ງຈະໄດ້ປະກາດຜົນການສອບເສັງ ທັງຊັ້ນມັດທະຍົມຕົ້ນ ແລະ ມັດທະຍົມປາຍ ຜ່ານຊ່ອງທາງອອນລາຍ ເຊິ່ງຈະສົ່ງຜົນເສັງໃຫ້ນັກຮງນໂດຍກົງ ຫຼືຜູ້ປົກຄອງທາງວັອດແອັບ.

# ຂ່າວ – ພາບ : ບຸນມີ

error: Content is protected !!