ວັນນີ້ພົບຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ເພີ່ມອີກ 12 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບພະຍາດໂຄວິດ-19 ປະຈໍາວັນທີ 25 ທັນວາ 2021 ວ່າ: ວັນທີ 24 ທັນວາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 11.248 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1.007 ຄົນ ໃນນີ້ຕິດເຊື້ອພາຍໃນ ມີ 1.005 ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນຄື:

  • ນະຄອນຫຼວງ 500 ຄົນ 
  • ອຸດົມໄຊ 107 ຄົນ 
  • ຫຼວງພະບາງ 63 ຄົນ 
  • ບໍ່ແກ້ວ 57 ຄົນ 
  • ວຽງຈັນ 54 ຄົນ 
  • ຫຼວງນໍ້າທາ 46 ຄົນ 
  • ຜົ້ງສາລີ 28 ຄົນ 
  • ຊຽງຂວາງ 28 ຄົນ 
  • ບໍລິຄໍາໄຊ 24 ຄົນ 
  • ໄຊສົມບູນ 24 ຄົນ 
  • ຄໍາມ່ວນ 21 ຄົນ 
  • ສະຫັວນນະເຂດ 13 ຄົນ 
  • ຈໍາປາສັກ 13 ຄົນຫົວພັນ 9 ຄົນ 
  • ເຊກອງ 6 ຄົນ 
  • ສາລະວັນ 5 ຄົນ 
  • ໄຊຍະບູລີ 4 ຄົນ 
  • ອັດຕະປື 3 ຄົນ 

    ສ່ວນກໍລະນີນໍາເຂົ້າມີ 2 ຄົນ ຮອດປັດຈຸບັນ ມີຕົວເບກຜູ້ຕິດເຊື້ອສະສົມ ທັງໝົດ 105.380 ກໍລະນີ ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 1.246 ຄົນ ກໍາລັງປິ່ນປົວ 10.475 ຄົນ ແລະ ເສຍຊີວິດສະສົມທັງໝົດ 317 ຄົນ (ເສຍຊີວິດໃໝ່ 12 ຄົນ). 

    ກ່ຽວກັບ ຜູ້ເສຍຊີວິດໃໝ່ 12 ຄົນຄື: 

  1. ເພດຊາຍ 46 ປີ ບ້ານ ດົງໂພສີ ເມືອງ ຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ມີພະຍາດປະຈໍາຕົວ ພະຍາດຫືດຊໍ້າເຮື້ອ ສັກຢາວັກຊີນ 2 ເຂັມ 
  2. ເພດຊາຍ ອາຍຸ 58 ປີ ອາຊີບ ຊາວນາ ບ້ານ ຄູນຄໍາ ເມືອງ ຄູນຄໍາ ແຂວງ ຄໍາມ່ວນ (ນັບເປັນຄົນເຈັບ ເສຍຊີວິດຂອງນະຄອນຫຼວງ) ພະຍາດປະຈຳໂຕ ຄວາມດັນເລືອດສູງ ບໍ່ໄດ້ສັກຢາວັກຊີນ 
  3. ເພດຊາຍ ອາຍຸ 68 ປີ ບ້ານ ສີຖານເໜືອ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ພະຍາດປະຈຳຕົວ: ເບົາຫວານ ສັກຢາວັກຊີນ 1 ເຂັມ 
  4. ເພດຊາຍ ອາຍຸ 56 ປີ ບ້ານ ດົງຫຼວງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພະຍາດປະຈຳຕົວ: ຄວາມດັນເລືອດສູງ ສັກຢາວັກຊີນ 2 ເຂັມ 
  5. ເພດຊາຍ ອາຍຸ 82 ປີ ບ້ານ ດອນຕິ້ວ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ພະຍາດປະຈຳຕົວ ຄວາມດັນເລືອດສູງ ເບົາຫວານ ພະຍາດຫືດ ອັກເສບຂໍ່ກະດູກ ບໍ່ໄດ້ສັກຢາວັກຊີນ 
  6. ເພດຍິງ ອາຍຸ 58 ປີ ອາຊີບ ແມ່ເຮືອນ ບ້ານ ຊາຍຈະເລີນ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ພະຍາດປະຈໍາຕົວ ເບົາຫວານ ສັກ Insulin ບໍ່ໄດ້ສັກຢາກັນພະຍາດໂຄວິດ 19. 
  7. ເພດຊາຍ ອາຍຸ 90 ປີ ບ້ານ ໂພສີ ນະຄອນຫລວງພະບາງ ແຂວງຫຼວງພະບາງ ພະຍາດປະຈຳຕົວ: ຄວາມດັນເລືອດສູງ, ພະຍາດຫືດ ສັກວັກຊີນ 2 ເຂັມ 
  8. ເພດຍິງ 70 ປີ ບ້ານ ວັດທາດ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ສັກວັກຊີນ 2 ເຂັມ 
  9. ເພດຍິງ ອາຍຸ 55 ປີ ບ້ານ ໂພສີ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ສັກວັກຊີນ 2 ເຂັມ ພະຍາດປະຈໍາໂຕ ເບົາຫວານ ຄວາມດັນເລືອດສູງ ເລືອດຈາງ 
  10. ເພດຊາຍ ອາຍຸ 49 ປີ ບ້ານ ປາກຫ້ວຍກາງ ມ ຈອມເພັດ ແຂວງ ຫຼວງພະບາງ ສັກວັກຊີນ 2 ເຂັມ
  11. ເພດຍິງ 56 ປີ ບ້ານ ຜານົມ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ບໍ່ໄດ້ສັກຢາກັນພະຍາດ 
  12.  ເພດຍິງ ອາຍຸ 85 ປີ ບ້ານຊຽງທອງ ນະຄອນຫລວງພະບາງ ແຂວງຫຼວງພະບາງ ສັກວັກຊີນ 2 ເຂັມ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!