ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບພະຍາດໂຄວິດ-19 ປະຈໍາວັນທີ 25 ທັນວາ 2021 ວ່າ: ວັນທີ 24 ທັນວາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 11.248 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1.007 ຄົນ ໃນນີ້ຕິດເຊື້ອພາຍໃນ ມີ 1.005 ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນຄື:
- ນະຄອນຫຼວງ 500 ຄົນ
- ອຸດົມໄຊ 107 ຄົນ
- ຫຼວງພະບາງ 63 ຄົນ
- ບໍ່ແກ້ວ 57 ຄົນ
- ວຽງຈັນ 54 ຄົນ
- ຫຼວງນໍ້າທາ 46 ຄົນ
- ຜົ້ງສາລີ 28 ຄົນ
- ຊຽງຂວາງ 28 ຄົນ
- ບໍລິຄໍາໄຊ 24 ຄົນ
- ໄຊສົມບູນ 24 ຄົນ
- ຄໍາມ່ວນ 21 ຄົນ
- ສະຫັວນນະເຂດ 13 ຄົນ
- ຈໍາປາສັກ 13 ຄົນຫົວພັນ 9 ຄົນ
- ເຊກອງ 6 ຄົນ
- ສາລະວັນ 5 ຄົນ
- ໄຊຍະບູລີ 4 ຄົນ
- ອັດຕະປື 3 ຄົນ
ສ່ວນກໍລະນີນໍາເຂົ້າມີ 2 ຄົນ ຮອດປັດຈຸບັນ ມີຕົວເບກຜູ້ຕິດເຊື້ອສະສົມ ທັງໝົດ 105.380 ກໍລະນີ ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 1.246 ຄົນ ກໍາລັງປິ່ນປົວ 10.475 ຄົນ ແລະ ເສຍຊີວິດສະສົມທັງໝົດ 317 ຄົນ (ເສຍຊີວິດໃໝ່ 12 ຄົນ).
ກ່ຽວກັບ ຜູ້ເສຍຊີວິດໃໝ່ 12 ຄົນຄື:
- ເພດຊາຍ 46 ປີ ບ້ານ ດົງໂພສີ ເມືອງ ຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ມີພະຍາດປະຈໍາຕົວ ພະຍາດຫືດຊໍ້າເຮື້ອ ສັກຢາວັກຊີນ 2 ເຂັມ
- ເພດຊາຍ ອາຍຸ 58 ປີ ອາຊີບ ຊາວນາ ບ້ານ ຄູນຄໍາ ເມືອງ ຄູນຄໍາ ແຂວງ ຄໍາມ່ວນ (ນັບເປັນຄົນເຈັບ ເສຍຊີວິດຂອງນະຄອນຫຼວງ) ພະຍາດປະຈຳໂຕ ຄວາມດັນເລືອດສູງ ບໍ່ໄດ້ສັກຢາວັກຊີນ
- ເພດຊາຍ ອາຍຸ 68 ປີ ບ້ານ ສີຖານເໜືອ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ພະຍາດປະຈຳຕົວ: ເບົາຫວານ ສັກຢາວັກຊີນ 1 ເຂັມ
- ເພດຊາຍ ອາຍຸ 56 ປີ ບ້ານ ດົງຫຼວງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພະຍາດປະຈຳຕົວ: ຄວາມດັນເລືອດສູງ ສັກຢາວັກຊີນ 2 ເຂັມ
- ເພດຊາຍ ອາຍຸ 82 ປີ ບ້ານ ດອນຕິ້ວ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ພະຍາດປະຈຳຕົວ ຄວາມດັນເລືອດສູງ ເບົາຫວານ ພະຍາດຫືດ ອັກເສບຂໍ່ກະດູກ ບໍ່ໄດ້ສັກຢາວັກຊີນ
- ເພດຍິງ ອາຍຸ 58 ປີ ອາຊີບ ແມ່ເຮືອນ ບ້ານ ຊາຍຈະເລີນ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ພະຍາດປະຈໍາຕົວ ເບົາຫວານ ສັກ Insulin ບໍ່ໄດ້ສັກຢາກັນພະຍາດໂຄວິດ 19.
- ເພດຊາຍ ອາຍຸ 90 ປີ ບ້ານ ໂພສີ ນະຄອນຫລວງພະບາງ ແຂວງຫຼວງພະບາງ ພະຍາດປະຈຳຕົວ: ຄວາມດັນເລືອດສູງ, ພະຍາດຫືດ ສັກວັກຊີນ 2 ເຂັມ
- ເພດຍິງ 70 ປີ ບ້ານ ວັດທາດ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ສັກວັກຊີນ 2 ເຂັມ
- ເພດຍິງ ອາຍຸ 55 ປີ ບ້ານ ໂພສີ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ສັກວັກຊີນ 2 ເຂັມ ພະຍາດປະຈໍາໂຕ ເບົາຫວານ ຄວາມດັນເລືອດສູງ ເລືອດຈາງ
- ເພດຊາຍ ອາຍຸ 49 ປີ ບ້ານ ປາກຫ້ວຍກາງ ມ ຈອມເພັດ ແຂວງ ຫຼວງພະບາງ ສັກວັກຊີນ 2 ເຂັມ
- ເພດຍິງ 56 ປີ ບ້ານ ຜານົມ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ບໍ່ໄດ້ສັກຢາກັນພະຍາດ
- ເພດຍິງ ອາຍຸ 85 ປີ ບ້ານຊຽງທອງ ນະຄອນຫລວງພະບາງ ແຂວງຫຼວງພະບາງ ສັກວັກຊີນ 2 ເຂັມ.
.
# ຂ່າວ – ພາບ : ຂັນທະວີ