ມສ ວຽງຈັນ ຈັດການສອບເສັງພາກຮຽນ 1 ຜ່ານທາງອອນລາຍ

    ໃນສົກຮຽນ 2021-2022 ໂຮງຮຽນມັດທະຍົມສຶກສາສມບູນ ວຽງຈັນ ໄດ້ຈັດຕັ້ງການຮຽນ-ການສອນມາແຕ່ວັນທີ 20 ກັນຍາ 2021 ໂດຍປະຕິບັດຕາມຫຼັກສູດຂອງສະຖາບັນຄົ້ນຄົ້ວວິທະຍາສາດສະບັບປັບປຸງໃໜ່ຈາກ 9 ເດືອນ ລົງມາ 6 ເດືອນ ເຄີ່ງໃນໄລຍະມີການລະບາດຂອງພະຍາດໂຄວີດ-19 ມາຮອດທ້າຍເດືອນທັນວາ ທາງ ໂຮງຮຽນ ໄດ້ປະຕິບັດຫຼັກສູດໄດ້ 95% ດັ່ງນັ້ນຈື່ງໄດ້ຈັດຕັ້ງການສອບເສັງພາກຮຽນ 1 ຂຶ້ນ ເພື່ອປະເມີນການຮຽນ-ການສອນໃນໄລຍະທຳອິດ ແລະ ເພື່ອນຳເອົາຜົນການປະເມີນໄປປັບປຸງໃນໄລຍະທີ 2 ຄືພາກຮຽນທີ 2 ໃນວັນທີ 10 ມັງກອນ 2022.

    ທ່ານ ນາງ ມະນີວອນ ພະໄຊຍະວົງ ຮອງຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ໃຫ້ຮູ້ວ່າ: ການສອບເສັງໄດ້ແບ່ງອອກເປັນ 2 ຄັ້ງ ລະຫວ່າງວັນທີ 22-24 ທັນວາ 2021 ສອບເສັງ ມັດທະຍົມຕົ້ນ ມີທັງໜົດ 41 ຫ້ອງ ມີນັກຮງນທັງໜົດ 1.826 ຄົນ ຍີງ 1.061 ຄົນ ສາມາດເສັງອອນລາຍໄດ້ 1.823 ຄົນ ມາເສັງເຊິ່ງໜ້າ 3 ຄົນ ແລະ ລະຫວ່າງວັນທີ 27-29 ທັນວາ 2021 ສອບເສັງຊັ້ນມັດທະຍົມປາຍ ຈຳນວນ 41 ຫ້ອງ ມີນັກສອບ ເສັງທັງໝົດ 1.720 ຄົນ ຍິງ 968 ຄົນ ໃນນັ້ນ ມ5 ມີ 568 ມ6 ມີ 616 ແລະ ຊັ້ນ ມ7 ມີຈຳນວນ 536 ຄົນ ສ່ວນຜົນການສອບເສັງຈະໄດ້ແຈ້ງລົງຜ່ານທາງອອນລາຍ ແລະ ເພສ ກຸ່ມຂອງໂຮງຮຽນໃນໂອກາດຕໍ່ໄປ.

# ຂ່າວ – ພາບ : ບຸນມີ

error: Content is protected !!