ປກສ ກຸ່ມ 4 ໂພນຕ້ອງລົງເຜີຍແຜ່ວາລະແຫ່ງຊາດແກ້ໄຂບັນຫາຢາເສບຕິດ

     ໃນວັນທີ 23 ທັນວາ 2021 ກອງບັນຊາການ ປກສ ເມືອງຈັນທະບູລີ ຮ່ວມກັບ ປກສ ກຸ່ມ 4 ໂພນຕ້ອງ ໄດ້ລົງເຜີຍແຜ່ແຜນຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດແກ້ໄຂບັນຫາຢາເສບຕິດ ຢູ່ບ້ານ ຮ່ອງໄກ່ແກ້ວ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ເປັນກຽດເຜີຍແຜ່ໂດຍທ່ານ ພັທ ສົມວິໄລ ໄຊສຸວັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ທ່ານ ພັຕ ແສງເພັດ ສຸລິວົງຄຳ ຮອງຫົວໜ້າ ປກສ ກຸ່ມ 4 ໂພນຕ້ອງ ມີທ່ານ ວິໄລ ວົງໄຊ ນາຍບ້ານຮ່ອງໄກ່ແກ້ວ ພ້ອມດ້ວຍອຳນາດການປົກຄອງບ້ານ ພະນັກງານກໍ່ສ້າງຮາກຖານ ປກສ ບ້ານ ປະຊາຊົນພາຍໃນບ້ານ ແລະ ພາກສ່ວນກ່ຽວເຂົ້າຮ່ວມ. 

     ໃນການລົງເຜີຍແຜ່ໃນຄັ້ງນີ້ ທ່ານ ພັຕ ແສງເພັດ ສຸລິວົງຄຳ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດດຳເນີນແກ້ໄຂບັນຫາຢາເສບຕິດທີ່ເກີດຂຶ້ນຢູ່ໃນກຸ່ມ 4 ໂພນຕ້ອງ ພ້ອມນີ້ ກໍໄດ້ຂຶ້ນຜ່ານແຜນວຽກແກ້ໄຂບັນຫາຢາເສບຕິດ ຂອງ ປກສ ກຸ່ມ 4 ໂພນຕ້ອງແຕ່ນີ້ຮອດປີ 2023 ຫຼັງຈາກນັ້ນ ທ່ານ ພັທ ສົມວິໄລ ໄຊສຸວັນ ກໍໄດ້ຂຶ້ນເຜີຍແຜ່ຜົນຮ້າຍ ໄພອັນຕະລາຍຂອງຢາເສບຕິດ ເພື່ອໃຫ້ປະຊາຊົນຮັບຮູ້ເຂົ້າໃຈເຖິງໄພອັນຕະລາຍຂອງຢາເສບຕິດທີ່ມີຕໍ່ຜູ້ເສບ ຜູ້ປຸງແຕ່ງ ຊື້-ຂາຍ ຄອບຄອງ ພ້ອມນັ້ນ ກໍໄດ້ຮຽກຮ້ອງໃຫ້ທຸກພາກສ່ວນລວມທັງປະຊາຊົນ ປະກອບສ່ວນຢ່າງຕັ້ງໜ້າໃນການສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ຖືວ່າວຽກສະກັດກັ້ນ-ຕ້ານຢາເສບຕິດເປັນວຽກງານທີ່ສຳຄັນຂອງສັງຄົມ.

    # ຂ່າວ – ພາບ : ເພັດສະໝອນ 

error: Content is protected !!