ປັດຈຸບັນ ມີຜູ້ຕິດເຊື້ອສະສົມຢູ່ໃນ ສປປ ລາວ 104.373 ກໍລະນີ

    ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 24 ທັນວາ ປີ 2021 ທີ່ກະຊວງສາທາລະນະສຸກ ວ່າ: ວັນທີ 23 ທັນວາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.210 ຕົວຢ່າງໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ 1.037 ຄົນ ເຊິ່ງຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ 1.037 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີ: 

  • ນະຄອນຫຼວງວຽງຈັນ 476 ຄົນ 
  • ອຸດົມໄຊ 142 ຄົນ 
  • ຫຼວງນໍ້າທາ 68 ຄົນ 
  • ຫຼວງພະບາງ 62 ຄົນ 5 
  • ບໍ່ແກ້ວ 56 ຄົນ 
  • ຊຽງຂວາງ 41 ຄົນ 
  • ວຽງຈັນ 35 ຄົນ 
  • ຜົ້ງສາລີ 30 ຄົນ 
  • ສະຫັວນນະເຂດ 27 ຄົນ 
  • ໄຊສົມບູນ 23 ຄົນ 
  • ຄໍາມ່ວນ 21 ຄົນ 
  • ເຊກອງ 16 ຄົນ 
  • ຈໍາປາສັກ 12 ຄົນ
  • ບໍລິຄໍາໄຊ 11 ຄົນ 
  • ສາລະວັນ 6 ຄົນ 16 
  • ໄຊຍະບູລີ 5 ຄົນ 17 
  • ອັດຕະປື 5 ຄົນ 
  • ຫົວພັນ 1 ຄົນ. 

    ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢູ່ໃນ ສປປ ລາວ ທັງໝົດ 104.373 ກໍລະນີ ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 429 ຄົນ ກໍາລັງປິ່ນປົວ 11.381 ຄົນ ແລະ ເສຍຊີວິດສະສົມທັງໝົດ 305 ຄົນ (ໃໝ່ 6 ຄົນ)

.

# ຂ່າວ – ພາບ : ວຽງມາ

error: Content is protected !!