ຈາກົວ ແລນໂຣເວີ ລາວ ມອບໂຊກໃຫ້ລູກຄ້າມູນຄ່າຫຼາຍກວ່າ 750 ລ້ານກີບ

    ຈາກົວ ແລນໂຣເວີ ລາວ ເປັນຜູ້ນຳເຂົ້າ ແລະ ຕົວແທນຈຳໜ່າຍຢ່າງເປັນທາງການຂອງລົດ ຈາກົວ ແລະ ແລນໂຣເວີ ໃນ ສປປ ລາວ ສ້າງຕັ້ງຂຶ້ນປີ 2009 ພາຍໃຕ້ກຸ່ມບໍລິສັດ ອາເອັມເອ ລາວ ທີ່ນະຄອນ ຫຼວງວຽງຈັນ ເຊິ່ງມີສຳນັກງານໃຫຍ່ ຕັ້ງຢູ່ກຸງເທບ ປະເທດໄທ.

    ປັດຈຸບັນ ຈາກົວ ແລນໂຣເວີ ລາວ ຄອງສ່ວນແບ່ງຕະຫຼາດເປັນອັນດັບຕົ້ນໆ ໃນກຸ່ມຕະຫຼາດລົດຫຼູຢູ່ ສປປ ລາວ ໂດຍມີທີມງານທີ່ມີຄວາມຮູ້ຄວາມສາມາດຜ່ານການເຝິກອົບຮົມ ໄວ້ບໍລິການດ້ານການຂາຍ ແລະ ຫຼັງການຂາຍຢ່າງເຕັມຮູບແບບ ພ້ອມດ້ວຍເຄື່ອງມືທີ່ໄດ້ມາດຕະຖານຕາມຜູ້ຜະລິດຈາກົວ ແລນໂຣເວີ ການຮັບປະກັນ ແລະ ການສ້ອມແປງດ້ວຍອາໄຫຼ່ຂອງແທ້ຈາກໂຮງງານຕາມມາດຕະຖານຜູ້ຜະລິດ ເພື່ອເປັນການສະເຫຼີມສະຫຼອງອີກໜຶ່ງບາດກ້າວແຫ່ງຄວາມສຳເລັດ ເນື່ອງໃນໂອກາດ ຈາກົວ ແລນໂຣເວີ ລາວ ຄົບຮອບ 12 ປີ ທ່ານ ບິຈູ ນາຣາຢານານ ຜູ້ອຳນວຍການທົ່ວໄປ ພ້ອມດ້ວຍຄະນະຜູ້ບໍລິຫານ ຈາກົວ ແລນໂຣເວີ ລາວ ໄດ້ຖະແຫຼງຂ່າວເປີດໂຕໂປໂມຊັ່ນສຸດພິເສດ “ຊື້ລົດ Jaguar Land Rover ໃໝ່ທຸກຮຸ່ນ ເພື່ອມີສິດລຸ້ນຮັບລົດ JAGUAR XF ໃໝ່ອີກ 1 ຄັນ” ພ້ອມລາງວັນອື່ນໆອີກຢ່າງຫຼວງຫຼາຍ ລວມມູນຄ່າຫຼາຍກວ່າ 750 ລ້ານກີບ ເລີ່ມແຕ່ວັນທີ 18 ມີນາ 2021 ເປັນຕົ້ນມາ. 

    ມາຮອດວັນທີ 22 ທັນວາ 2021 ບໍລິສັດ ຈາກົວ ແລນໂຣເວີ ລາວ ຈຶ່ງໄດ້ຈັດງານຈັບສະຫຼາກຜູ້ໂຊກດີ ໃນໂຄງການດັ່ງກ່າວຂຶ້ນຢ່າງຍິ່ງໃຫຍ່ ຢູ່ຫ້ອງຂາຍ ຈາກົວ ແລນໂຣເວີ ລາວ ເຊິ່ງຜ່ານການຈັບສະຫຼາກ ຜູ້ໂຊກດີທີ່ໄດ້ຮັບມອບລາງວັນສຸຸດພິເສດ ຄື: ລົດ Jaguar XF ຈາກທ່ານ ບິຈູ ນາຣາຢານານ ພ້ອມດ້ວຍຄະນະຜູ້ບໍລິຫານຕາງໜ້າ ຈາກົວ ແລນໂຣເວີ ລາວ ແມ່ນທ່ານນາງ ທິບທິດາ ຫຼວງຫານຸ ເຊິ່ງລາຍຊື່ຜູ້ໂຊກດີລາງວັນທີ 1 ແລະ ລາງວັນອື່ນ ສາມາດຕິດຕາມໄດ້ທີ່ເວບໄຊ ຫຼື ເຟດບຸກ ຂອງບໍລິສັດ ຈາກົວ ແລນໂຣເວີ ລາວ.

    ງານຈັບສະຫຼາກຄັ້ງນີ້ ຈັດຂຶ້ນພາຍໃຕ້ມາດຕະຖານຄວາມປອດໄພຈາກພະຍາດໂຄວິດ-19 ເຊິ່ງມີການກວດຫາເຊື້ອໂຄວິດ-19 ແບບ RTK-Rapid Test ໃຫ້ແຂກຖືກເຊີນທຸກທ່ານ ກ່ອນໃຫ້ເຂົ້າຮ່ວມງານ ພ້ອມດ້ວຍມາດຕະການຄວາມປອດໄພອື່ນຢ່າງເຂັ້ມງວດ.

error: Content is protected !!