ອາດສະພອນ ກຽມສ້າງໂຮງຮຽນລ້ຽງເດັກ-ອະນຸບານເມືອງຫຼັງໃໝ່

    ພິທີເຊັນສັນຍາຮັບເໝົາກໍ່ສ້າງໂຮງຮຽນລ້ຽງເດັກ-ອະນຸບານ ເມືອງອາດສະພອນ ແຂວງສະຫວັນນະເຂດ ລະຫວ່າງ ຫ້ອງການສຶກສາທິການການ ແລະ ກີລາເມືອງ (ສກມ) ແລະ ບໍລິສັດ ເທບທອງຄຳກໍ່ສ້າງ ຈຳກັດ ຜູ້ດຽວ ຈັດຂຶ້ນກາງ ເດືອນທັນາ 2021 ຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງອາດສະພອນ ຮ່ວມລົງນາມມີທ່ານ ຖາວອນ ໄຊຍະເຄື່ອງ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືຶອງອາດສະພອນ ໃນນາມເຈົ້າຂອງໂຄງການ ແລະ ທ່ານ ແຫວນວົງຄຳ ແຕ້ມສຸລິວັນ ຫົວໜ້າບໍລິສັດ ເທບທອງຄຳ ກໍ່ສ້າງເຄຫາສະຖານ ຈຳກັດ ຜູ້ດຽວ ໃນນາມຜູ້ຮັບເໝົາກໍ່ສ້າງໂຄງການ ມີທ່ານ ນາງ ບຸນທະລັງສີ ຄຳມະນີວົງ ເຈົ້າເມືອງອາດສະພອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ສຳລັບໂຄງການດັ່ງກ່າວ  ແມ່ນມີມູນຄ່າການກໍ່ສ້າງທັງໝົດ  980,8 ລ້ານກີບ  ໃນນັ້ນ ມີການກໍ່ສ້າງອາຄານຮຽນຂະໜາດ ຍາວ 35 ແມັດ ກວ້າງ 8 ແມັດ ເປັນອາຄານກໍ່ຊັ້ນດຽວ ມີ 5 ຫ້ອງຮຽນ ໃນມູນຄ່າ 941,2 ລ້ານກີບ ແລະ ຫ້ອງນ້ຳມູນຄ່າ 39,4 ລ້ານກີບ ແຜນຄາດຄະເນຈະລົງມືກໍ່ສ້າງໃນຕົ້ນເດືອນມັງກອນ 2022 ແລະ ໃຫ້ສຳເລັດໃນທ້າຍປີ 2022 ໂຄງການດັ່ງກ່າວ ແມ່ນໄດ້ຮັບທຶນຈາກການປະກອບສ່ວນໂດຍທຶນລະດົມແບບຊຸມຊົນມີສ່ວນຮ່ວມ.

error: Content is protected !!